ຊ່ວງບຸນທາດຫຼວງ ກຳນົດໃຫ້ພິເສດເສັ້ນທາງສັນຈອນ, ເຂດໃດໃຫ້ ແລະ ຫ້າມຈອດລົດ

233

ເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ທີ່ລາວ – ໄອເຕັກ ປະຈໍາ ປີ 2019 ມີບັນຍາກາດເບີກບານມ່ວນຊື່ນ ຮັກສາໄວ້ເອກະລັກວັດທະນະທໍາ ງານບຸນປະເພນີອັນດີງາມຂອງຊາດ, ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 479 /ປກສ ລົງວັນທີ 30 ຕຸລາ 2019 ເຖິງ: ບັນດາສໍານັກງານ, ອົງການ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງສາກົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຕະຫຼອດຮອດຊາວຕ່າງປະເທດ ທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ ພ.ສ 2562 ລະຫວ່າງວັນທີ 5 – 11 ພະຈິກ 2019 ແລະ ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ວັນທີ 6 – 17 ພະຈິກ 2019 ແລະ ພິທີສະຫຼຸບຜົນການປະຕິສັງຂອນພິພິທະພັນພະທາດຫຼວງວຽງຈັນ ຄັ້ງທີ IV.

ໃນງານບຸນນະມັດສະການພະທາດຫຼວງວຽງຈັນນັ້ນ ໄດ້ມີການກໍານົດໃຊ້ເສັ້ນທາງ, ສະຖານທີ່ຈອດ ເຊິ່ງລາຍລະອຽດມີດັ່ງນີ້:

1 ລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ມາຮອດ 03 ແຍກ ໜອງບຶກໃຫ້ລ້ຽວຊ້າຍໄປຕາມເສັ້ນທາງໜອງບຶກຮອດໄຟອໍານາດດົງໂດກລ້ຽວຊ້າຍໄປຕາມຈຸດປະສົງ.

2 ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອມີຈຸດປະສົງຈະໄປຂົວມິດຕະພາບ ໃຫ້ໃຊ້ ເສັ້ນທາງໜອງບຶກ – ດົງໂດກອອກໃສ່ເສັ້ນທາງ 450 ປີ ໄປຫາຂົວມິດຕະພາບ.

3 ລົດບັນທຸກທີ່ມາແຕ່ຂົວມິດຕະພາບ ມີຈຸດປະສົງໄປເສັ້ນທາງ 13 ໃຕ້ໃຫ້ໃຊ້ເສັ້ນທາງ 450 ປີ ມາຮອດ 4 ແຍກໄຟອໍານາດດົງໂດກ ໃຫ້ລ້ຽວຂວາໄປທາງດອນໝູນແລ້ວໄປຕາມຈຸດປະສົງ.

4 ລົດບັນທຸກທີ່ມາແຕ່ເສັ້ນທາງ 13 ໃຕ້ ມີຈຸດປະສົງໄປຂົວມິດຕະພາບ ມາຮອດໄຟອໍານາດ ຫຼັກ 21 ໃຫ້ລ້ຽວຊ້າຍອອກໃສ່ເສັ້ນທາງ 450 ປີ ແລ້ວລ້ຽວຊ້າຍໄປຂົວມິດຕະພາບ.

5 ສຳລັບພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງເລກທີ 10 ຫຼື ເສັ້ນທາງດອນໝູນ, ເສັ້ນທາງ ໄກສອນ ຖ້າບໍ່ມີຈຸດປະສົງມາທ່ຽວງານບຸນ, ມາຮອດໄຟອໍານາດໜອງໜ່ຽງ ໃຫ້ລ້ຽວຊ້າຍ ໄປຕາມເສັ້ນທາງບ້ານ ໜອງໜ່ຽງອອກໃສ່ບ້ານ ວັງຊາຍ ໄປຕາມຈຸດປະສົງ ຫຼື ລ້ຽວຂວາອອກໃສ່ເສັ້ນທາງ ໂຮງໝໍ150 ຕຽງ ແລ້ວໄປຕາມຈຸດປະສົງ.

6 ໃນກໍລະນີການສັນຈອນມີຄວາມສັບສົນ ເຈົ້າໜ້າທີ່ຈະໄດ້ແຍກລົດຢູ່ຈຸດໄຟອໍານາດດົງໂດກ ແລະ ຈຸດໄຟອໍານາດໜອງໜ່ຽງໃຫ້ລ້ຽວຂວາໄປໃຊ້ເສັ້ນທາງດົງໂດກ – ໜອງບຶກຮອດ 3 ແຍກປະຕູໂຂງ ມະຫາວິທະຍາໄລ ແຫ່ງຊາດ ແລ້ວລ້ຽວຊ້າຍໄປຕາມເສັ້ນທາງດົງໂດກ – ໂພນຕ້ອງ ຫຼື ຮອດໄຟອໍານາດຕານມີໄຊ ໃຫ້ລ້ຽວຊ້າຍໄປຕາມເສັ້ນທາງຕານມີໄຊ- ດອນແດງ.

7 ສ່ວນພາຫະນະທີ່ມາແຕ່ເສັ້ນທາງໜອງໄຮ, ໂພນທັນ, ເສັ້ນທາງມິດຕະພາບ ທີ່ມີຈຸດປະສົງໃຊ້ ເສັ້ນທາງກໍາແພງເມືອງ, ມາຮອດໄຟອໍານາດທາດຫຼວງແລ້ວລ້ຽວຂວາອອກໃສ່ບ້ານໂນນຄໍ້ ແລ້ວໄປຕາມຈຸດປະສົງ ( ຂໍ້ 7 ແມ່ນໃຊ້ສະເພາະ ງານບຸນພະທາດຫຼວງ ແລະ ມື້ຕັກບາດ).

ສ່ວນສະຖານທີ່ຈອດລົດປະເພດຕ່າງໆແມ່ນປະຕິບັດດັ່ງນີ້: ລົດ VIP ອະນຸຍາດໃຫ້ຈອດ ເບື້ອງທິດຕາເວັນອອກ ເຂດເຮືອນຊົງລາວ (ບໍລິສັດ CNP). ລົດ P1, P2 ອະນຸຍາດໃຫ້ຈອດ ຢູ່ສະໜາມຫຼວງ ໜ້າຫ້ອງການສະພາແຫ່ງຊາດ.

ສໍາລັບລົດທີ່ມາສົ່ງເຄື່ອງ ເລີ່ມແຕ່ເວລາ 8:00 ໂມງເຊົ້າ ຫາ 12:00 ໂມງທ່ຽງ, ພາຍຫຼັງເອົາ ເຄື່ອງລົງຫມົດແລ້ວໃຫ້ເອົາລົດໄປຈອດໄວ້ບ່ອນທີ່ກໍາມະການກໍານົດ. ລົດຂົນສົ່ງມວນຊົນ, ຕຸກໆ, ຈໍາໂບ້, ລົດຂົນສົ່ງໂດຍສານ ອະນຸຍາດໃຫ້ຈອດຊົ່ວຄາວເພື່ອ ສົ່ງຄົນໂດຍສານລົງຕາມຈຸດທີ່ໄດ້ກໍານົດເຊັ່ນ: ເສັ້ນທາງຊ້າງເຜືອກເຂດບ້ານຮ່ອງໄກ່ແກ້ວ, ຕະຫຼາດທາດຫຼວງ, ສີສັງວອນ – ໂພນໄຊ, ປະຕູໄຊ, ໂພນສະອາດ ແລະ ຮ່ອມໂຮງຮຽນມັດທະຍົມໜອງສ້າງທໍ່.

ສະເພາະລົດຍົນ, ລົດຈັກ, ລົດຖີບ, ລົດສາມລໍ້ ທີ່ມີຈຸດປະສົງໄປທ່ຽວ ງານບຸນພະທາດຫຼວງ ແລະ ງານວາງສະແດງສິນຄ້າລາວ – ໄອເຕັກ ໃຫ້ຈອດຕາມສະຖານທີ່ຈອດລົດທີ່ທາງຄະນະກໍາມະການຈັດງານ ກໍານົດໄວ້ ເຊິ່ງຈະມີເຈົ້າຫນ້າທີ່ອໍານວຍຄວາມສະດວກຕາມຈຸດຕ່າງໆ.

ພາຫະນະທີ່ມາແຕ່ເສັ້ນທາງ 13 ເໜືອ ແມ່ນອະນຸຍາດໃຫ້ຈອດຢູ່ສະຖານທີ່ຈອດລົດປະຕູໄຊ ແລະ ຈອດຢູ່ສະຖານທີ່ຈອດລົດໜ້າທະນາຄານອິນດູຈີນ, ຈອດຕາມທາງຊອຍ, ທາງຮ່ອມບ້ານສີບຸນເຮືອງທີ່ ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງພາຫະນະອື່ນ ໆ.ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້ ແລະ ເສັ້ນທາງເລກທີ 10 ບ້ານເກີນ ແມ່ນອະນຸຍາດຈອດ ລຽບຕາມເສັ້ນທາງຊອຍ, ທາງຮ່ອມເຂດບ້ານໂພນພະເນົາ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການ ກີດຂວາງການສັນຈອນຂອງພາຫະນະອື່ນໆ.

ພາຫະນະທີ່ມາແຕ່ທາງທ່າເດື່ອ, ເມືອງ ຫາດຊາຍຟອງ ອະນຸຍາດໃຫ້ຈອດຢູ່ຕາມທາງຊອຍບ້ານ ສະພັງໝໍ້ ແລະ ເສັ້ນທາງໂພນສີນວນ (ສະເພາະລົດເມ, ລົດໂດຍສານ, ລົດ 06 ຂຶ້ນໄປ).
ພາຫະນະມາແຕ່ບ້ານຊໍາເຄ້, ນາຄວາຍ, ດົງຄໍາຊ້າງ, ຊຽງດາໃຫ້ຈອດຢູ່ສະຖານທີ່ຕະຫຼາດຫົວຂົວແລະ ພາຫະນະທີ່ມີຈຸດປະສົງມາທ່ຽວງານວາງສະແດງສິນຄ້າລາວ – ໄອເຕັກໃຫ້ເຂົ້າຈອດຢູ່ເດີ່ນສູນ ການຄ້າ ລາວ – ໄອເຕັກ.