ປະຊາກອນໂລກ ຍັງປະເຊີນກັບວັນນະໂລກ

180

ອົງການອະນາໄມໂລກ ( WHO ) ລາຍງານວ່າ: ໃນປີ 2018 ທົ່ວໂລກມີຜູ້ຕິດວັນນະໂລກປະມານ 10 ລ້ານຄົນ ໃນຈຳນວນນັ້ນມີປະມານ 7 ລ້ານຄົນ ໄດ້ຮັບການປິ່ນປົວ, ສ່ວນທີ່ຍັງເຫຼືອແມ່ນບໍ່ທັນໄດ້ຮັບການປິ່ນປົວ.

ຈຳນວນຜູ້ເສຍຊີວິດຈາກວັນນະໂລກ ເມື່ອປີ 2018 ໃນທົ່ວໂລກມີປະມານ 1,5 ລ້ານຄົນ ເຊິ່ງສະແດງໃຫ້ເຫັນວ່າ: ວັນນະໂລກຍັງເປັນສາເຫດຂອງການເສຍຊີວິດອັນດັບຕົ້ນຂອງປະຊາກອນໂລກ.

ໃນປີ 2018 ທົ່ວໂລກມີຜູ້ຕິດວັນນະໂລກ ຈຳນວນເກືອບ 5 ແສນຄົນ, ແຕ່ມີພຽງ 30% ຂອງຈຳນວນຄົນເຈັບເຫຼົ່ານັ້ນໄດ້ຮັບການປິ່ນປົວ.

ບົດລາຍງານຂອງ WHO ລະບຸວ່າ: ອາຟຣິກກາໃຕ້ ເປັນໜຶ່ງປະເທດທີ່ມີອັດຕາສ່ວນຜູ້ຕິດວັນນະໂລກຫຼາຍທີ່ສຸດໃນໂລກ ໂດຍມີອັດຕາສ່ວນຜູ້ຕິດພະຍາດຮ້າຍດັ່ງກ່າວ ກວ່າ 500 ຕໍ່ 1 ແສນຄົນ.

WHO ຄາດຄະເນວ່າ: ຄ່າໃຊ້ຈ່າຍໃຫ້ແກ່ການປ້ອງກັນ ແລະ ດູແລຄົນເຈັບທີ່ເປັນວັນນະໂລກ ໃນປີ 2019 ຈະມີພຽງ 3,3 ຕື້ໂດລາສະຫະລັດ ຖືວ່າເປັນລະດັບຕ່ຳຮ້າຍແຮງເມື່ອປຽບທຽບໃສ່ຄວາມຕ້ອງການຕົວຈິງ.