ກ້ອງ OmniVision ຂະໜາດນ້ອຍທີ່ສຸດໃນໂລກ

261

ກ້ອງຖ່າຍຮູບລຸ້ນ OmniVision OV 6948 ຖືກບັນທຶກເປັນສະຖິຕິໂລກ ໂດຍ Guinness World Record ວ່າເປັນກ້ອງທີ່ມີຂະໜາດນ້ອຍທີ່ສຸດໃນໂລກ ຫຼື The smallest commercially available image sensor ດ້ວຍຂະໜາດພຽງ 0,575 x 0,575 x 0,323 ມິນລີແມັດ ຫຼື ຂະໜາດເທົ່າກັບເມັດຊາຍ.

ເຖິງວ່າກ້ອງດັ່ງກ່າວຈະມີຂະໜາດທີ່ນ້ອຍຫຼາຍແຕ່ ຄວາມສາມາດຂອງ OmniVision OV6948 ກໍບໍ່ທຳມະດາ ມັນສາມາດຖ່າຍວິດີໂອມຸມກວ້າງ Super – wide 120 ອົງສາ ທີ່ຄວາມລະອຽດ 200 x 200 ພື້ນຖານ 30 fps ( Frame Per Second ).

ເບື້ອງຫຼັງຄວາມສາມາດນີ້ຄື: ເຊັນເຊີຂະໜາດນ້ອຍທີ່ພັດທະນາຂຶ້ນມາ ໂດຍສະເພາະມັນເປັນແບບ RGB Bayer ມີຄວາມລະອຽດຢູ່ທີ່ 40.000 Pixel ໂດຍແຕ່ລະພິກເຊວມີຂະໜາດ 1,75 un ແລະ ຍັງໃຊ້ພະລັງງານໜ້ອຍສົ່ງຜົນໃຫ້ບໍ່ເກີດຄວາມຮ້ອນ ແລະ ໃຊ້ຕິດຕໍ່ກັນໄດ້ເປັນເວລາດົນ.

ເມື່ອຖາມວ່າກ້ອງຂະໜາດນ້ອຍໆແບບນີ້ມີປະໂຫຍດຫຍັງ? ຄຳຕອບຄືມັນຈະຖືກນຳມາໃຊ້ໃນທາງການແພດໃສ່ກັບຮ່າງກາຍມະນຸດ ເຊັ່ນ: ສອດສ່ອງຫາຄວາມຜິດປົກກະຕິໃນເສັ້ນເລືອດ ຫຼື ເອົາໄປໃຊ້ຊ່ວຍໃນການຜ່າຕັດແບບສ່ອງກ້ອງກັບອະໄວຍະບາງສ່ວນທີ່ສຳຄັນ ເຊັ່ນ: ການຜ່າຕັດສະໝອງ, ຜ່າຕັດກະດູກສັນຫຼັງ, ຜ່າຕັດຫົວໃຈ, ຜ່າຕັດເສັ້ນເລືອດ ແລະ ອື່ນໆ.

( ໂດຍ: ສົມລົດ )

( ທີ່ມາ: https://news.thaiware.com )