ຕາດຫີນ 7 ຊັ້ນ ເຄີຍໄປແລ້ວບໍ? ຮັບຮອງເຫັນແລ້ວຊື່ນໃຈ

174

ທ້າຍໆອາທິດແບບນີ້ອອກຈາກເມືອງໃຫຍ່ ໄປພັກຜ່ອນກາຍໃຈທີ່ແຫຼ່ງທ່ອງທ່ຽວຕ່າງໆກັນດີບໍ່ ແອັດມິນຂໍນໍາສະເໜີເລີຍສໍາລັບອາທິດນີ້ກັບແຫຼ່ງທ່ອງທ່ຽວທາງທໍາມະຊາດ ນໍ້າຕົກຕາດຊາຍ ຫຼື ຕາດຫີນ 7 ຊັ້ນ ທີ່ແສນງົດງາມ, ນໍ້າໃສໄຫຼເຢັນໃນເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ.

ແຫຼ່ງທ່ອງທ່ຽວທີ່ກຳລັງວ່ານີ້ຕັ້ງຢູ່ຫ່າງຈາກນະຄອນຫຼວງໄປຕາມເສັ້ຍທາງ 13 ໃຕ້ປະມານ 70 ກິໂລແມັດ ຈຸດແຍກຢູ່ເມືອງ ທ່າພະບາດ, ແຂວງ ບໍລິຄໍາໄຊ (ໃຊ້ເວລາປະມານ 2 ຊົ່ວໂມງ).

ເປັນອີກໜື່ງສະຖານທີ່ທີ່ເໝາະສົມກັບການພັກຜ່ອນທ່ອງທ່ຽວທຳມະຊາດ ອາກາດຮ້ອນອົບເອົ້າແບບນີ້, ໄປຊົມທໍາມະຊາດ, ຫຼິ້ນນໍ້າເຢັນໆ, ຖ່າຍຮູບງາມໆມາອວດໝູ່ໆດີກວ່າ!!!

ນ້ຳຕົກຕາດ ຕາດຊາຍ ຕັ້ງຢູ່ເມືອງ: ທ່າພະບາດ, ແຂວງ: ບໍລິຄຳໄຊ, ທາງແບ່ງບ້ານ ຫາດໃຄ້ ທາງເຂົ້າໄປຫາຕາດປະມານ 15 ກິໂລແມັດ, ລົດຈັກ, ລົດໃຫຍ່ສາມາດເຂົ້າໄປໄດ້ ແຕ່ລົດຕໍ່າບໍ່ແນະນໍາໃຫ້ຂີ່ໄປເພາະວ່າທາງເຂົ້າໄປຈະມີບາງຈຸດທາງທີ່ເປັນຮ່ອງເປັນຂຸມ, ທ້າທາຍເພີ່ມຄວາມຕື່ນເຕັ້ນໃຫ້ກັບນັກເດີນທາງເຊິ່ງລົດຕໍ່າຈະໄປຍາກ.

ພໍ່ມາຮອດຕາດຊາຍແລ້ວກໍຈະເຫັນສາຍນໍ້າທີ່ໄຫຼມາຈາກຕາດ ແລະ ຫິນທີ່ຍາຍກັນທົ່ວຕາມທໍາມະຊາດໃຫ້ນໍ້າໄດ້ໄຫຼຜ່ານງົດງາມຫຼາຍ ເຮົາສາມາດນັ່ງຫຼິ້ນນໍ້າ ກິນເຂົ້າຢູ່ທີ່ນັ້ນໄດ້ ແຕ່ຕ້ອງຮັກສາຄວາມສະອາດຊ່ວຍກັນແນ່ເດີ້, ແລະອາຫານ ແນະນໍາວ່າເອົາມາແຕ່ເຮືອນເດີ້ເນື່ອງຈາກສະຖານທີ່ນີ້ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ບໍ່ມີຮ້ານອາຫານຂາຍແບບຕາດທົ່ວໄປ.

.

.

ແຕ່ນັ້ນເປັນພຽງຈຸດທໍາອິດເທົ່ານັ້ນ ເພາະພາຍໃນຕາດຍັງມີຈຸດສຸດຍອດອີກນັ້ນກໍຄື ຫິນ 7 ຊັ້ນທີ່ມີນໍ້າໄຫຼຜ່ານລົງມາໃຫ້ເຮົາໄດ້ຫຼິ້ນ ພ້ອມວັງນໍ້າໃຫ້ເຮົາໄດ້ລອຍເຮົາຕ້ອງໄດ້ຢ່າງເຂົ້າໄປອີກປະມານ 5-10 ນາທີ ກໍຈະຮອດ ໂດຍມີ 2 ທາງ ສໍາລັບໃຜທີ່ມັກຍ່າງປ່າກໍສາມາດຢ່າງເຂົ້າໄປຕາງເລາະປ່າໄປເລີຍ ແລະ ອີກທາງສໍາລັບໃຜທີ່ມັກລຸຍນໍ້າ ຍ່າງຜ່ານຫິນກໍສາມາດຍ່າງລຽບຕາມສາຍນໍ້າຂຶ້ນໄປກໍໄດ້ ແຕ່ແນະນໍາວ່າຍາມຝົນບໍ່ຄວນໄປທາງນີ້ເພາະນໍ້າຈະໄຫຼແຮງ ແລະ ເລິກບາງບ່ອນອາດເກີດອັນຕະລາຍໄດ້.

.

ເມື່ອໄປຮອດຈຸດທ່ານກໍຈະໄດ້ເຫັນຫິນ 7 ຊັ້ນທີ່ລຽນກັນແລ້ວມີສາຍນໍ້າຜ່ານຜ່າລົງມາເບິ່ງມຸມໃດກໍງາມ ອອນຊອນທີ່ທໍາມະຊາດສ້າງໄວ້, ຍິ່ງເປັນຍາມຝົນຍິ່ງງົດງາມເຕັມໄປດ້ວຍສັດນາໆຊະນິດ, ດອກໄມ້ປ່ານາໆພັນ ລວມທັງປະຕິກິລິຍາແສງແດດຕ້ອງກັບສາຍນໍ້າເກີດເປັນສາຍລຸ້ງໃຫ້ເຮົາໄດ້ເຫັນອີກດ້ວຍ ຈະລໍຖ້າຢູ່ເຮັດຫຍັງ ໄປສໍາຜັດແຫຼ່ງທ່ອງທ່ຽວນີ້ໄດ້ເລີຍ.

.

.

.