ແຈ້ງດ່ວນ!!​ 3 ເມືອງ ໃນນະຄອນຫຼວງ ການສະໜອງນໍ້າອາດບໍ່ພຽງພໍ ໂຕ່ງນໍ້າໄວ້ໃຊ້ກໍ່ດີ

241

ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 0353/ນປ.ນຄລົງວັນທີ 23ຕຸລາ 2019 ເຖິງພະນັກງານ, ທະຫານຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດທີ່ຊົມໃຊ້ນໍ້າປະປາໃນນະຄອນຫຼວງວຽງຈັນ ເລື່ອງ ການສະໜອງນໍ້າປະປາບໍ່ພຽງພໍໃນຂອບເຂດເມືອງໄຊທານີ, ບາງສ່ວນເມືອງໄຊເສດຖາ ແລະ ເມືອງຈັນທະບູລີ.

ເຊິ່ງໃນແຈ້ງການລະບຸວ່າ ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງມາຍັງທ່ານ ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດທຸກພາກສ່ວນທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ ເມືອງໄຊທານີ, ບາງສ່ວນເມືອງໄຊເຊດຖາ ແລະ ເມືອງຈັນທະບູລີຊາບວ່າ: ໃນໄລຍະປັດຈຸບັນນີ້ເຫັນວ່າ ແມ່ນນໍ້າງື່ມບົກແຫ້ງຢ່າງໄວວາ ໃນລະດັບຕໍ່າທີ່ສຸດໃນຮອບຫຼາຍປີຜ່ານມາ ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ ໂຮງງານຜະລິດນໍ້າປະປາດົງໝາກຄາຍ 2 (ຢູ່ອິນເທັກທ່າງ່ອນ) ເຊິ່ງເປັນໂຮງງານໃຫຍ່ທີ່ສຸດ ມີກໍາລັງການຜະລິດ 1 ແສນມັດກ້ອນຕໍ່ວັນ ບໍ່ສາມາດຜະລິດນໍ້າປະປາໄດ້.

ພ້ອມດຽວກັນນັ້ນ, ລັດວິສາຫະກິດນໍ້າປະປາ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເລັ່ງ ຕິດຕັ້ງໂປ່ມສູບນໍ້າ ເພື່ອໃຫ້ໂຮງງານສາມາດຜະລິດນໍ້າໄດ້ໃນລະດັບໃດໜຶ່ງກ່ອນ ແລະ ໄດ້ເພີ່ມກໍາລັງການຜະລິດ ນໍ້າຂອງໂຮງງານອື່ນ ເພື່ອເອົານໍ້າມາຊ່ວຍແກ້ໄຂບາງສ່ວນຂອງບັນດາເມືອງດັ່ງກ່າວຈົນກວ່າໂຮງງານດັ່ງກ່າວຈະສາມາດທໍາການຜະລິດນໍ້າໄດ້ເປັນປົກະຕິ.

ກໍລະນີມີຄວາມຕ້ອງການນໍ້າປະປາທາງລົດແມ່ນຮຽກຮ້ອງໃຫ້ມີຖັງເກັບນໍ້າ ແລະ ໂທແຈ້ງສາຍດ່ວນ 1169