ທ້າຍອາທິດຄິດບໍ່ອອກຈະໄປໃສ ແນະນຳເຂົ້າອະນຸສອນສະຖານ ທ່ານ ໜູຮັກ

424

ມະນຸດເງິນເດືອນທັງຫຼາຍເມື່ອຮອດທ້າຍອາທິດມາມັກຈະຄົ້ນຄິດຫາບ່ອນໄປທ່ຽວໄປຫຼິ້ນ ປ່ຽນບັນຍາກາດ ບາງຄົນອາດໄປນ້ຳຕົກຕາດ, ໄປກິນເຂົ້າປ່າ, ທ່ຽວຊັອບປິ້ງຈ່າຍເງິນໄປວັນໆ ແຕ່ຖ້າທ່ານຢາກປ່ຽນຈາກຈຸດນັ້ນ ແລະມີລູກຫຼານແດ່ ແອັດແນະນຳໃຫ້ໄປເລື່ອງສະຖານທີ່ແຫ່ງໜຶ່ງ “ອະນຸສອນສະຖານລຸງໜູຮັກ ພູມສະຫວັນ”.

ໃນອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ມີຫຍັງແດ່ ແນ່ນອນນີ້ເປັນສະຖານທີ່ຂອງຜູ້ຫຼັກຜູ້ໃຫຍ່ກໍ່ຕ້ອງໄດ້ມາຮຽນຮູ້ສຶກສາປະຫວັດການເຄື່ອນໄຫວ, ຮູບແບບການດຳລົງຊີວິດຂອງເພິ່ນ ບູຮານວ່າໄປໜ້າຢ່າລືມຫຼັງ ເຖິງແມ່ນບ້ານເມືອງຈະກ້າວໜ້າໄປໄກພຽງໃດປະຫວັດສາດບໍ່ຄວນລືມ ອັນສຳຄັນກວ່ານັ້ນ ຜູ້ນຳຮຸ້ນທຳອິດພວກເພິ່ນສ້າງຄຸນງາມຄວາມດີໄວ້ຫຼາຍຢ່າງໃຫ້ເຮົາໄດ້ຮ່ຳຮຽນ.

ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ທີ່ຈົດຈຳບຸນຄຸນ ແລະ ຮັກຫອມປະຊາຊົນເໝືອນກັບລູກຫຼານຂອງຕົນ ເຊິ່ງມີຄວາມຫ່ວງໄຍ ແລະ ຄິດຮອດປະຊາຊົນລາວບັນດາເຜົ່າ ເພາະວ່າປະຊາຊົນເປັນສ່ວນສຳຄັນໃນຊີວິດການເປັນຜູ້ນຳຂອງເພີ່ນ, ຍ້ອນວ່າໃນເວລາຕໍ່ສູ້ກູ້ຊາດແມ່ນອາໄສຖ້ຳ, ຮູ, ເຫວຊັນ, ພູຜາປ່າດົງ ເປັນທີ່ເພິ່ງພາອາໄສ ຊຶ່ງມີປະຊາຊົນເປັນຜູ້ຊຸກຍູ້ອູ້ມຊູ ເຊື່ອງເຂົ້າເຊື່ອງນ້ຳໄປໃຫ້ກິນ ຈົນປະເທດຊາດໄດ້ຮັບການປົດປ່ອຍ.

ຖ້າສົມທຽບໃສ່ຖ້ຳຂອງເພີ່ນຢູ່ເມືອງວຽງໄຊ ແລະ ເຮືອນຂອງເພີ່ນທີ່ນະຄອນຫຼວງວຽງຈັນ ກໍ່ບໍ່ໄດ້ແຕກຕ່າງກັນຫຼາຍ, ເຊິ່ງເປັນເຮືອນເກົ່າຂອງເຈົ້ານາຍໃນລະບອບເກົ່າທີ່ປະໄວ້ໃຫ້ ເມື່ອເພີ່ນເຂົ້າໄປຢູ່ແລ້ວກໍບໍ່ໄດ້ຕໍ່ເຕີມເສີມແຕ່ງຫຍັງອີກ ຜູ້ໃດຢາກແປງໃຫ້ງາມກວ່ານີ້ໃຫ້ເພີ່ນ ເພີ່ນກໍ່ບໍ່ເອົາ ເພາະເພີ່ນຄິດວ່າ ມີເຮືອນຢູ່ສ່ຳນີ້ ທີ່ພັກ-ລັດມອບໃຫ້ ກໍດີທີ່ສຸດແລ້ວ ຈຶ່ງຕົກລົງໃຫ້ເອົາເຮືອນຂອງເພິ່ນເປັນອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປັນສະຖານທີ່ທ່ອງທ່ຽວເຊີງປະຫວັດສາດ.

ທີ່ນີ້ນ້ອງນັກຮຽນ ນັກທ່ອງທ່ຽວຕ່າງຊາດ ຫຼື ບຸກຄົນທົ່ວໄປ ສາມາດເຂົ້າໄປສຶກສາຢ້ຽມຊົມ ການດຳລົງຊີວິດການເປັນຢູ່ ແບບຮຽບງ່າຍ, ຄວາມສັດຊື່ບໍລິສຸດ, ປອດໃສຂາວສະອາດ ຂອງທ່ານ ໜູຮັກ ພູມສະຫວັນ ໄດ້ສະຖານທີ່ຕັ້ງຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ເປີດທຸກວັນອັງຄານ – ວັນອາທິດ ຕອນເຊົ້າເວລາ 8:00 – 12:00 ໂມງ / ຕອນບ່າຍເວລາ 13:00 – 16:00 ໂມງ.