ອີເມລ ຍັງເປັນຊ່ອງທາງທີ່ນັກການຕະຫຼາດບໍ່ຄວນເບິ່ງຂ້າມ

250

ການຕະຫຼາດອອນລາຍໃນໂລກຍຸກປັດຈຸບັນ ນັກການຕະຫຼາດເລັ່ງເປົ້າຄວາມສົນໃຈໄປຍັງສື່ໃໝ່ ຫຼື ເອີ້ນວ່າສື່ສັງຄົມອອນລາຍ ເຊັ່ນ: ອິນສະຕາແກຣມ, ເຟສບຸ໊ກ, ຢູທູບ ການໃຊ້ Influencer ຫຼື ກຸ່ມຄົນທີ່ມີອິດທິພົນໃນໂລກອອນລາຍ ແຕ່ຈາກຜົນຂອງການສຶກສາຫຼ້າສຸດ ຈາກ Adobe ຊີ້ໃຫ້ເຫັນວ່າ: ການປະຊາສຳພັນທາງການຕະຫຼາດຜ່ານ ອີເມລ ຫຼື Email Marketing ເຊິ່ງນັກການຕະຫຼາດບາງຄົນອາດເບິ່ງວ່າເປັນສິ່ງທີ່ຫຼ້າສະໄໝ ແຕ່ກົງກັນຂ້າມຊ່ອງທາງດັ່ງກ່າວຍັງຄົງມີຄວາມສົນໃຈ ທ່າມກາງສື່ໃໝ່ໆທີ່ມີການເກີດຂຶ້ນໃນໂລກນີ້ທຸກໆມື້.

ຂໍ້ມູນທີ່ໜ້າສົນໃຈຈາກການສຶກສາພຶດຕິກຳການໃຊ້ອີເມລຂອງ Adobe ( Adobe Email Usage Study ) ທີ່ໄດ້ສັງລວມຄວາມຄິດເຫັນຈາກ 1.002 ຄົນ ໃນສະຫະລັດອາເມຣິກາ ໃນເດືອນກໍລະກົດ 2019 ມີຂໍ້ມູນທີ່ໜ້າສົນໃຈ ວ່າ: ຊາວອາເມຣິກາ ໃຊ້ເວລາປະມານ 5 ຊົ່ວໂມງຕໍ່ວັນ ໂດຍໃຊ້ເວລາ 3 ຊົ່ວໂມງ ເພື່ອກວດອ່ານອີເມລຂອງບໍລິສັດ ແລະ ອີກ 2 ຊົ່ວໂມງແມ່ນກວດອີເມລສ່ວນຕົວ.

ທ່ານ Sarah Kennedy ຮອງປະທານຝ່າຍການຕະຫຼາດຂອງ Adobe ກ່າວວ່າ: ເຫັນໄດ້ຊັດເຈນວ່າເຮົາທຸກຄົນຮູ້ສຶກສະບາຍໃຈກັບການໃຊ້ອີເມລ ແລະ ອີເມລໄດ້ກາຍມາເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງເຮົາໃນເກືອບທຸກດ້ານ ເຖິງວ່າເວລາທີ່ເຮົາໃຊ້ງານໃນການກວດອີເມລ ໂດຍລວມແລ້ວມີທ່າອ່ຽງຫຼຸດລົງຕັ້ງແຕ່ປີ 2016 ເປັນຕົ້ນມາ ແຕ່ຄວາມຖີ່ໃນການກວດອີເມລຍັງຢູ່ໃນລະດັບທີ່ສູງ ຜົນຂອງການສຳຫຼວດຂອງ Adobe ຢ້ຳວ່າ: ອີເມລຍັງຄົງມີຄວາມສຳຄັນໃນຊີວິດປະຈຳວັນຂອງຜູ້ຄົນ ແລະ ນັ້ນໝາຍຄວາມວ່າຍັງຄົງມີໂອກາດທີ່ສູງຫຼາຍສຳລັບນັກການຕະຫຼາດ ໃນການໃຊ້ປະໂຫຍດຈາກອີເມລ ເພື່ອຕິດຕໍ່ສື່ສານກັບຜູ້ບໍລິໂພກຢ່າງມີປະສິດທິພາບ ແລະ ເຫັນຜົນເປັນຮູບປະທຳ.

ຜົນການສຳຫຼວດເຜີຍອີກວ່າ: ຜູ້ໃຊ້ເປີດອີເມລກ່ຽວກັບວຽກງານຫຼາຍກວ່າເປີດເບິ່ງອີເມລສ່ວນຕົວ ໂດຍຢູ່ທີ່ 80% ແລະ 57% ຕາມລຳດັບ. ນອກຈາກນີ້, ຜູ້ຕອບແບບສອບຖາມກວ່າ 60% ຍັງລະບຸວ່າຕົນເອງມັກຮັບຂໍ້ສະເໜີກ່ຽວກັບສິນຄ້າ ຫຼື ບໍລິການຜ່ານທາງອີ     ເມລຫຼາຍທີ່ສຸດ. ເຖິງຢ່າງໃດກໍຕາມ, ຜູ້ບໍລິໂພກລະບຸວ່າ: ໃນບັນດາຂໍ້ສະເໜີທາງອີເມລຈາກຍີ່ຫໍ້ຕ່າງໆ ມີພຽງ 1 ໃນ 4 ເທົ່ານັ້ນ ທີ່ໜ້າສົນໃຈ ຫຼື ໜ້າດຶງດູດຫຼາຍພໍທີ່ຈະເປີດອ່ານ.

ເພາະເຫດໃດຜູ້ບໍລິໂພກຈຶ່ງບໍ່ເປີດອ່ານອີເມລ? ຜູ້ຕອບແບບສອບຖາມຊີ້ວ່າ: ການທີ່ຍີ່ຫໍ້ຕ່າງໆສົ່ງອີເມລມາຫຼາຍຄັ້ງເກີນໄປ ເຮັດໃຫ້ພວກເຂົາເຈົ້າຮູ້ສຶກລຳຄານໃຈ ສ່ວນບັນຫາອື່ນໆແມ່ນກ່ຽວກັບຂໍ້ມູນການຕະຫຼາດ ກ່ຽວກັບຜູ້ສົ່ງອີເມລບໍ່ຖືກຕ້ອງ ຂໍ້ສະເໜີທີ່ສົ່ງມາໃຊ້ສຳລັບສິນຄ້າທີ່ເຄີຍຊື້ໄປແລ້ວ ແລະ ຂໍ້ຄວາມທີ່ສົ່ງມາໃຊ້ຖ້ອຍຄຳຟຸມເຟືອຍ ຫຼື ບໍ່ເໝາະສົມ.

ທີ່ມາ: https://news.thaiware.com

ໂດຍ: ສົມລົດ