ໄອເອັມເອຟເຕືອນນະໂຍບາຍຜ່ອນຄາຍສ້າງຄວາມອ່ອນໄຫວທາງການເງິນ

76

ກອງທຶນການເງິນສາກົນຫຼືໄອເອັມເອຟເຕືອນເຖິງການອອກນະໂຍບາຍທີ່ເຮັດໃຫ້ເກີດຄວາມອ່ອນໄຫວໃນພາກທຸລະກິດການເງິນທີ່ບໍ່ແມ່ນທະນາຄານ ແລະ ບໍລິສັດໃນປະເທດເສດຖະກິດຂະໜາດໃຫຍ່ໃນສະພາບນະໂຍບາຍການເງິນຜ່ອນຄາຍດ້ານການເງິນທີ່ໃຊ້ກັນຢູ່ທົ່ວໂລກ.

ໃນໄລຍະ6ເດືອນທີ່ຜ່ານມາໄດ້ເກີດຄວາມຂັດແຍ່ງທາງການຄ້າ ແລະ ສະຖານະການພິກປີ້ນເຊິ່ງສົ່ງຜົນຕໍ່ຕະຫຼາດເງິນ,ຄວາມເຊື່ອໝັ້ນທາງທຸລະກິດທີ່ຫຼຸດໜ້ອຍຖອຍລົງ ແລະ ຄວາມກັງວົນກ່ຽວກັບຄວາມສ່ຽງຂາລົງທີ່ເພີ່ມຂຶ້ນຂອງເສດຖະກິດໂລກ.

ການປ່ຽນໄປໃຊ້ນະໂຍບາຍການເງິນທີ່ຜ່ອນຄາຍຫຼາຍຂຶ້ນທົ່ວໂລກຊ່ວຍບັນເທົາຄວາມກັງວົນ,ຂະນະທີ່ສະພາບແວດລ້ອມດ້ານການເງິນທີ່ຜ່ອນຄາຍຂຶ້ນຊ່ວຍສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດ ແລະ ຄວບຄຸມຄວາມສ່ຽງໄລຍະຂາລົງຕະຫຼອດຮອດທ່າອ່ຽງໃນໄລຍະສັ້ນ.

ຢ່າງໃດກໍຕາມ,ການໃຊ້ນະໂຍບາຍການເງິນແບບຜ່ອນຄາຍຍັງເຮັດໃຫ້ເກີດຄວາມອ່ອນໄຫວທາງການເງິນລວມທັງເຮັດໃຫ້ການຂະຫຍາຍຕົວໃນໄລຍະກາງຕົກຢູ່ໃນຄວາມສ່ຽງນໍາອີກ.