ຫົວເຫວີຍ ປະກາດຜົນການດຳເນີນທຸລະກິດໄຕມາດສາມ ປະຈຳປີ 2019 ທຸລະກິດສືບຕໍ່ເຕີບໂຕເຂັ້ມແຂງ

154

ວັນທີ 16 ຕຸລາ ທີ່ນະຄອນເຊິນເຈິນ ປະເທດຈີນ ຫົວເຫວີຍ ໄດ້ປະກາດຜົນການດໍາເນີນທຸລະກິດຂອງບໍລິສັດ ປະຈຳປີ 2019 ໂດຍໄລຍະ 3 ໄຕມາດທຳອິດຂອງປີນີ້, ຫົວເຫວີຍ ສ້າງລາຍໄດ້ເຖິງ 610,8 ຕື້ຢວນ ເພີ່ມຂຶ້ນ 24,4% ເມື່ອທຽບເປັນລາຍປີ. ອັດຕາກຳໄລສຸດທິຂອງບໍລິສັດໃນໄລຍະນີ້ແມ່ນ 8,7%.

ຫົວເຫວີຍ ຍັງຄົງສຸມໃສ່ການພັດທະນາດ້ານໂຄງສ້າງເຕັກໂນໂລຊີພື້ນຖານ ICT ແລະ smart devices ແລະ ສືບຕໍ່ເພີ່ມປະສິດທິພາບ ແລະ ຄຸນນະພາບການດຳເນີນທຸລະກິດຢ່າງຕໍ່ເນື່ອງ ຊ່ວຍເພີ່ມຄວາມໝັ້ນຄົງໃນການດຳເນີນທຸລະກິດຂອງບໍລິສັດ ແລະ ອົງກອນ ເຊິ່ງຊ່ວຍໃຫ້ຜົນການດຳເນີນທຸລະກິດຂອງບໍລິສັດໃນໄລຍະ 3 ໄຕມາດທຳອິດຂອງປີ 2019 ເຕີບໃຫຍ່ຂຶ້ນຢ່າງແຂງແກ່ນ.

ໃນດ້ານທຸລະກິດໂທລະຄົມມະນາຄົມ ໄດ້ມີການເລັ່ງພັດທະນາເຄືອຂ່າຍ 5G ຮູບແບບການຄ້າໃນທົ່ວໂລກ ຫົວເຫວີຍ ຍັງຄົງສືບຕໍ່ເປີດຕົວໂຊລູຊັ່ນທາງດ້ານນະວັດຕະກຳໃໝ່ໆ ຮ່ວມກັບຜູ້ໃຫ້ບໍລິການເຄືອຂ່າຍຊັ້ນນຳ ເຊັ່ນ: 5G Super Uplink ໂຊລູຊັ່ນ ໂດຍ ຫົວເຫວີຍ ໄດ້ຮ່ວມມືກັບພັນທະມິດຫຼາຍພາກສ່ວນໃນອຸດສາຫະກຳຕ່າງໆ ເພື່ອສ້າງເຄືອຂ່າຍຄວາມຮ່ວມມືໃນອຸດສາຫະກຳ ແລະ ພື້ນຖານການປະດິດສ້າງອຸດສາຫະກຳສຳລັບເຄືອຂ່າຍເຕັກໂນໂລຊີ 5G ທີ່ກໍ່ໃຫ້ເກີດນະວັດຕະກໍາ ແລະ ການເຕີບໂຕກັບຜູ້ໃຫ້ບໍລິການເຄືອຂ່າຍ.

ປັດຈຸບັນ ຫົວເຫວີຍ ໄດ້ເຊັນສັນຍາເພື່ອພັດທະນາ 5G ກັບຜູ້ໃຫ້ບໍລິການເຄືອຂ່າຍທົ່ວໂລກແລ້ວ 60 ສະບັບສັນຍາ ແລະ ໄດ້ສົ່ງມອບເສົາກະຈາຍສັນຍານ ( Active Antenna Unit – AAUs ) 5G Massive MIMO 5G ໄປແລ້ວຫຼາຍກວ່າ 4 ແສນໜ່ວຍ. ການຜະລິດເຄືອຂ່າຍນຳສົ່ງຂໍ້ມູນ, ຂໍ້ມູນການສື່ສານ ແລະ ຜະລິດຕະພັນເຕັກໂນໂລຊີຕ່າງໆ ກໍມີການເຕີບໃຫຍ່ຢ່າງຕໍ່ເນື່ອງເຊັ່ນດຽວກັນ.

ໃນກຸ່ມທຸລະກິດວິສາຫະກິດ, ບໍລິສັດ ໄດ້ເປີດຕົວ Huawei Horizon Digital Platform ເຊິ່ງເປັນ Platform ທີ່ມີຄວາມເຊື່ອມໂຍງຄົບຖ້ວນ ແລະ ເປີດກວ້າງຢ່າງສົມບູນ, ພັດທະນາຂຶ້ນຈາກປະສົບການດ້ານເຕັກໂນໂລຊີທີ່ມີມາແຕ່ຍາວນານຂອງບໍລິສັດ ໂດຍ ຫົວເຫວີຍ ຕັັ້ງເປົ້າທີ່ຈະເຮັດວຽກຮ່ວມກັບລູກຄ້າ ແລະ ພັນທະມິດໃນການສ້າງຮາກຖານໃຫ້ແກ່ໂລກດິຈິຕອລ, ສ້າງອຸດສາຫະກຳຫັນປ່ຽນດິຈິຕອລທີ່ມີມູນຄ່າຫຼາຍພັນລ້ານໂດລາສະຫະລັດ. ນອກຈາກນີ້ Platform ຍັງສາມາດຊ່ວຍໃຫ້ກຸ່ມທຸລະກິດອື່ນໆບໍ່ວ່າຈະເປັນພາກລັດຖະບານ, ສາທາລະນູປະໂພກ, ການເງິນ, ການຂົນສົ່ງ ແລະ ໄຟຟ້າ ເພື່ອເລັ່ງການຫັນເປັນດິຈິຕອລໄດ້ຢ່າງວ່ອງໄວ.

ມາເຖິງໄລຍະທ້າຍຂອງໄຕມາດ 3 ຂອງປີ 2019, ມີບໍລິສັດທີ່ຢູ່ໃນທໍານຽບ Fortune Global 500 ຈໍານວນ 228 ບໍລິສັດ ໃນນັ້ນ ມີ 58 ບໍລິສັດຍັກໃຫຍ່ຂອງໂລກ ແລະ ອີກ 700 ກວ່າເມືອງທົ່ວໂລກທີ່ຫົວເຫວີຍ ເປັນພັນທະມິດໃນການຫັນປ່ຽນໄປສູ່ໂລກດິຈິຕອລ.

ການພັດທະນາບໍລິການຄລາວຂອງ ຫົວເຫວີຍ ຍັງຄົງເຕີບໃຫຍ່ຂຶ້ນຢ່າງວ່ອງໄວໃນໄຕມາດ 3 ຫົວເຫວີຍ ໄດ້ປະກາດຍຸດທະສາດການປະມວນຜົນພ້ອມເປີດຕົວ Atlas 900 Cluster ການເທຣນ AI ທີ່ໄວທີ່ສຸດໃນໂລກ ລວມເຖິງນະວັດຕະກຳອື່ນໆ ເຊັ່ນ: Huawei Cloud Ascend AI Cluster Service, ບໍລິການໃໝ່ອີກ 122 ບໍລິການ ເທິງພື້ນຖານລະບົບ ( Kunpeng ) ແລະ Processor Ascend ລວມເຖິງ Industrial Intelligent Twins ໂດຍຜະລິດຕະພັນທີ່ໄດ້ຮັບຄວາມໄວ້ວາງໃຈຈາກພາກລັດຖະບານ, ຜູ້ໃຫ້ບໍລິການອິນເຕີເນັດ ( ISP ) ອຸດສາຫະກຳລົດຍົນ, ສະຖາບັນການເງິນ ແລະ ອຸດສາຫະກຳອື່ນໆຢ່າງແທ້ຈິງ; ມີຜູ້ລົງທຶນ ແລະ ນັກພັດທະນາຈຳນວນ 3 ລ້ານຄົນ ໄດ້ເລືອກໃຊ້ Huawei Cloud Service ໃນການພັດທະນາຜະລິດຕະພັນ ແລະ ໂຊລູຊັ່ນຂອງພວກເຂົາ.

ສຳລັບທຸລະກິດ consumer ຂອງ ຫົວເຫວີຍ ໃນສ່ວນ SmartPhone ຍັງຄົງເຕີບໃຫຍ່ຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ໂດຍມີຍອດການຈັດສົ່ງ SmartPhone ຂອງ ຫົວເຫວີຍ ໃນໄລຍະ 3 ໄຕມາດທຳອິດຂອງປີ ລວມຫຼາຍກວ່າ 185 ລ້ານເຄື່ອງ ເພີ່ມຂຶ້ນຫຼາຍກວ່າ 26% ເມື່ອທຽບໃສ່ກັບໄລຍະດຽວກັນກັບປີທີ່ຜ່ານມາ. ນອກຈາກນີ້, ບໍລິສັດ ຍັງເຫັນເຖິງການເຕີບໃຫຍ່ທີ່ວ່ອງໄວຂອງກຸ່ມທຸລະກິດອື່ນໆ ບໍ່ວ່າຈະເປັນ PCs, Tablets, ອຸປະກອນສວມໃສ່ ແລະ ກຸ່ມຜະລິດຕະພັນເຄື່ອງສຽງຕ່າງໆເຊັ່ນດຽວກັນ.

ຈໍອັດສະລິຍະ The Vision smart screen, Smart TV ທີ່ປະກອບດ້ວຍນະວັດຕະກໍາ software ແລະ hardware ເຊິ່ງເປີດຕົວໃນໄລຍະໄຕມາດທີ 3 ກໍໄດ້ຮັບການຕອບຮັບຢ່າງຫຼວງຫຼາຍຈາກອຸດສາຫະກຳ ແລະ ຜູ້ບໍລິໂພກ. ການສ້າງ ecosystem ອັນເຂັ້ມແຂງທີ່ຢຶດໝັ້ນຜູ້ບໍລິໂພກເປັນຫຼັກ ແລະ ຊ່ວຍສົ່ງມອບປະສົບການທີ່ບໍ່ມີຮອຍຕໍ່ທີ່ຊານສະຫຼາດຍິ່ງຂຶ້ນໃນທຸກສະຖານະການໃຊ້ງານ.

ສຳລັບ ecosystem ດ້ານການໃຫ້ບໍລິການມືຖືຂອງ ຫົວເຫວີຍ ກໍມີການພັດທະນາຢ່າງວ່ອງໄວ ໂດຍປັດຈຸບັນຄວບຄຸມຫຼາຍກວ່າ 170 ປະເທດທົ່ວໂລກ ເຊິ່ງດຶງດູດນັກພັດທະນາຫຼາຍກວ່າ 1,07 ລ້ານຄົນທົ່ວໂລກ ທີ່ໄດ້ລົງທະບຽນຮ່ວມພັດທະນາ ເພື່ອເສີມສ້າງຄວາມແຂງແກ່ນຂອງ Huawei Ecosystem.

ຂໍ້ມູນທາງການເງິນທັງໝົດເປັນຕົວເລກທີ່ບໍ່ໄດ້ຜ່ານການກວດສອບທາງບັນຊີ ຕາມມາດຕະຖານການລາຍງານທາງການເງິນລະຫວ່າງ   ປະເທດ, ອັດຕາແລກປ່ຽນແມ່ນ ໃນທ້າຍເດືອນກັນຍາ 2019 ໄດ້ແກ່ 1$ = 7,12 ຢວນ.