ສິງກະໂປຫຼຸດຄ່າເງິນເປັນຄັ້ງທໍາອິດໃນຮອບ3ປີກວ່າ

67

ທະນາຄານກາງສິງກະໂປປັບຫຼຸດຄ່າເງິນໂດລາສິງກະໂປເປັນຄັ້ງທໍາອິດໃນຮອບ3ປີເຄິ່ງເພື່ອປ້ອງກັນບໍ່ໃຫ້ປະເທດເຂົ້າສູ່ພາວະເສດຖະກິດຕົກຕໍ່າເຊິ່ງເປັນຜົນມາຈາກຂໍ້ພິພາດທາງການຄ້າລະຫວ່າງອາເມຣິກາກັບຈີນ.

ການປະກາດຜ່ອນຄາຍນະໂຍບາຍການເງິນດ້ວຍການປັບຫຼຸດຄ່າເງິນໂດລາສິງກະໂປຖືເປັນຄັ້ງທໍາອິດນັບຕັ້ງແຕ່ເດືອນ  ເມສາ ປີ2016ລົງມາຢູ່ທີ່1,37ໂດລາສິງກະໂປຕໍ່1ໂດລາສະຫະລັດ ແລະ ປະເມີນວ່າຄ່າເງິນຂອງສິງກະໂປຈະອ່ອນລົງອີກເຫຼືອ1,43ໂດລາສິງກະໂປຕໍ່1ໂດລາສະຫະລັດພາຍໃນທ້າຍປີໜ້າ.

 

ທັງນີ້,ນະໂຍບາຍຜ່ອນຄາຍເງິນຂອງສິງກະໂປແຕກຕ່າງຈາກປະເທດສ່ວນໃຫຍ່ໃນໂລກໂດຍແທນທີ່ຈະເປັນການປັບເພີ່ມຫຼືຫຼຸດອັດຕາດອກເບ້ຍ,ແຕ່ລັດຖະບານກັບເລືອກໃຊ້ວິທີບໍລິຫານຈັດການຄ່າເງິນຂອງຕົນເອງໃຫ້ສອດຄ່ອງກັບປະເທດຄູ້ຄ້າລາຍໃຫຍ່ຫຼາຍແຫ່ງ.

 

ຢ່າງໃດກໍຕາມ,ບັນຍາກາດຂອງຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາ ແລະ ຈີນທີ່ຍັງບໍ່ມີທ່າທີຈະຈົບລົງງ່າຍໆແຖມມີທ່າອ່ຽງວ່າຈະຍືດເຍື້ອຍາວນານຈຶ່ງບໍ່ອາດຈະປະຕິເສດໄດ້ວ່າປະເທດທີ່ເພິ່ງພາລາຍຮັບຈາກການສົ່ງອອກ ແລະ ການເປັນໜຶ່ງໃນສູນກາງທາງການເງິນທີ່ສໍາຄັນຂອງໂລກຢ່າງສິງກະໂປຍ່ອມໄດ້ຮັບຜົນກະທົບຊັດເຈນຂຶ້ນຢ່າງຕໍ່ເນື່ອງ.