ໜ້າເສຍດາຍ ລາວບໍ່ໄດ້ສົ່ງຕົວແທນໄປປະກວດໃນເວທີ Miss Grand International 2019

168

ເປັນເລື່ອງທີ່ໜ້າເສຍດາຍ ສໍາລັບສາວ ເຈນນີ້ ມະໄລລັກ ພະຈັນ Miss Grand Laos 2019 ຕົວແທນສາວລາວເຂົ້າຮ່ວມປະກວດ Miss Grand International 2019 ເຊິ່ງຈັດຂຶ້ນທີ່ປະເທດເວເນຊູເອລາ ແຕ່ທາງກອງປະກວດປະກາດວ່າ ປີນີ້ຈະບໍ່ໄດ້ສົ່ງສາວລາວເຂົ້າປະກວດ ເພາະຕິດບັນຫາເລື່ອງຂອງວີຊາ ເຮັດໃຫ້ແຟນໆຊາວລາວ ກອງປະກວດ ແລະ ໂຕນາງງາມເອງ ເສຍໃຈ ແລະ ເສຍດາຍໂອກາດນີ້ໄປຕາມໆກັນ.

.

.

ທາງກອງປະກວດປະກາດວ່າ ປີນີ້ຈະບໍ່ໄດ້ສົ່ງສາວລາວເຂົ້າປະກວດກໍຍ້ອນ ເນື່ອງມາຈາກການຈັດການປະກວດ Miss Grand Laos 2019 ມີຄວາມຫລ້າຊ້າ ຈື່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການແລ່ນເອກະສານຂໍວີຊ່າ ເພາະສະຖານທູດເວເນ ຢູ່ບ້ານເຮົາບໍ່ມີຕ້ອງໄດ້ໄປຂໍຢູ່ປະເທດຫວຽດນາມ ຈື່ງເຮັດໃຫ້ປີນີ້ປະເທດລາວເຮົາຈື່ງບໍ່ໄດ້ນຳສົ່ງນາງສາວ ມະໄລລັກ ພະຈັນ Miss Grand Laos 2019 ໄປປະກວດຕໍ່ Miss Grand international ໄດ້

.

.

ແນວໃດກໍຂໍໃຫ້ແຟນໆນາງງາມຮັບຮູ້ ແລະ ເຂົ້າໃຈ ແລະ ຮ່ວມຕິດຕາມຜົນງານການເຄື່ອນໄຫວຂອງເຈນນີ້ໃນກິດຈະກໍາອື່ນໆຕໍ່ໄປ ຮ່ວມຊົມ ການປະກວດຮອບຕັດສິນຂອງ Miss Grand International 2019 ຈະມີຂຶ້ນໃນວັນທີ 25 ຕຸລາ 2019 ນີ້

.

.

.

.