“ໂນ່” ຄົນທີສອງຂອງປະເທດລາວ ໄດ້ໃບປະກາດແດງກົດໝາຍອາຍາ

228

ວິໄລແສງ ສິນທະອຸດົມ ຫຼື ໂນ່ ໃນໄວ 22 ປີ ສ້າງຊື່ສຽງໃຫ້ສາຂາກົດໝາຍອາຍາເປັນຄົນທີສອງຂອງປະເທດ ຖັດຈາກ ທ້າວ ສອນທະລີ ວິໄລສັກ ທີ່ຄວ້າໃບປະກາສະນີຍະບັດກຽດນິຍົມໃນປີກາຍນີ້ ເຊິ່ງທັງສອງຄົນລ້ວນເປັນອະດີດນັກຮຽນເກັ່ງຕອນຮຽນສາມັນ ແລະ ນຳເອົາຄວາມຫ້າວຫັນໃນຕອນນັ້ນມາຕໍ່ຍອດຈົນປະສົບຜົນສຳເລັດໃນຮົ້ວມະຫາວິທະຍາໄລ.

*


ສຳລັບໂນ່ ເປັນອະດີດນັກຮຽນເກັ່ງລະດັບຊາດຈາກແຂວງສາລະວັນ ແລະໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ ຈົນຄວ້າໄດ້ກຽດນິຍົມລະດັບປະລິນຍາຕີ ສາຂາກົດໝາຍອາຍາ, ຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໃນປີ 2019 ນີ້.
ໂນ່ ໄດ້ເຜີຍຕໍ່ທີມຂ່າວເສດຖະກິດ-ການຄ້າ ພວກເຮົາວ່າ: ຕົນເອງມີຖິ່ນຖານບ້ານເກີດຢູ່ບ້ານ ຫຼັກ2, ເມືອງສາລະວັນ, ແຂວງສາລະວັນ, ມີອ້າຍນ້ອງຮ່ວມກັນ 6 ຄົນ, ປັດຈຸບັນອາໄສຢູ່ນຳແມ່ ແລະ ໂນ່ເອງກໍ່ມັກຮຽນມາແຕ່ຍັງເປັນເດັກນ້ອຍ ເຊິ່ງວິຊາສ່ວນໃຫຍ່ທີ່ມັກຮຽນແມ່ນພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ ແລະ ວິຊາຊີວະສາດ.

ນັບແຕ່ເລີ່ມຕົ້ນການເປັນນັກຮຽນ ໄດ້ເປັນຕົວແທນນັກຮຽນເກັ່ງອັນດັບທີ 3 ຂອງເມືອງ ວິຊາພາສາລາວ ໃນລະດັບຂັ້ນປະຖົມ ແລະ ເປັນອັນດັບທີ 1 ຂອງແຂວງໃນລະດັບມັດທະຍົມຕອນຕົ້ນ (ມ4) ແລະ ໄດ້ເຂົ້າຮ່ວມເສັງນັກຮຽນເກັ່ງໃນລະດັບປະເທດ ໃນສົກປີ 2011-2012. ຫຼັງຈາກນັ້ນ, ໄດ້ຮັບການຄັດເລືອກເຂົ້າຮ່ວມທັດສະນະສຶກສາທີ່ປະເທດຢີ່ປຸ່ນ ແລະ ໄດ້ຮັບທຶນການສຶກສາຈາກສະມາຄົມກູມາໂມໂຕະ ຂອງປະເທດຢີ່ປຸ່ນ ແລະ ໃຫ້ເຂົ້າຮຽນຢູ່ ມ.ສ ວຽງຈັນ ໃນນະຄອນຫຼວງວຽງຈັນ ໃນລະດັບຂັ້ນ ມໍປາຍ (ມໍ5-ມໍ7) ແລະ ສາມາດສອບເສັງຈົບຊັ້ນມ7 ໄດ້ຄະແນນ 8 ຂຶ້ນໄປ.
ເມື່ອກ້າວເຂົ້າມາເປັນນັກສຶກສາໃນຮົ້ວມະຫາວິທະຍາໄລ ໂນ່ໄດ້ຮັບທຶນສຶກສາ LANS ຈາກລັດຖະບານອົດສະຕຣາລີ ເຊິ່ງໂນ່ໄດ້ຕັ້ງໃຈຮຽນ ແລະ ເຄື່ອນໄຫວກິດຈະກໍາຕ່າງໆທີ່ຄະນະຈັດຂຶ້ນ ແລະ ມີໂອກາດເຂົ້າຮ່ວມຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດຢູ່ຊົນນະບົດ ເພື່ອເປັນຂົວຕໍ່ໃຫ້ນ້ອງໆໄດ້ຮັບການສຶກສາຫຼາຍທີ່ສຸດ.

*

ສຳລັບເຫດຜົນທີ່ເລືອກຮຽນວິຊາກົດໝາຍອາຍາຍ້ອນວ່າ ຕອນທີ່ນ້ອງຮຽນຢູ່ ມ6 ໂນ່ໄດ້ອ່ານປື້ມແນະນຳສາຍການຮຽນໃນຫົວຂໍ້ “ກົດໝາຍອາຍາ” ທີ່ໄດ້ອະທິບາຍກ່ຽວກັບການປົກປ້ອງສິດເສລີພາບ, ກຽດສັກສີ, ຮ່າງກາຍ, ຊີວິດ, ສຸຂະພາບ ແລະ ຊັບສິນຂອງຄົນຈາກການກະທຳຜິດ, ເຊິ່ງຈຸດປະສົງກໍ່ແມ່ນການຊອກຫາການກະທຳຜິດ ແລະ ພິສູດວ່າຜູ້ຖືກສົງໄສ, ຜູ້ຖືກຫາ ຫຼື ຈຳເລີຍ ໄດ້ກະທຳຜິດແທ້ ຫຼື ບໍ່? ແລະ ຈະໄດ້ຮັບການລົງໂທດ ຫຼື ບໍ່? ເມື່ອໄດ້ອ່ານປື້ມຫົວດັ່ງກ່າວ ແລ້ວເກີດຄວາມມັກໃນວິຊາກົດໝາຍອາຍາ ແລະ ທີ່ສຳຄັນສ່ວນຕົວແລ້ວ ກໍ່ມັກໃນການຄິດ ແລະ ໃຊ້ເຫດຜົນພ້ອມກັບມັກຕັ້ງຄຳຖາມ ແລະ ຫາຄຳຕອບໃນສິ່ງທີ່ຕົນເອງສົງໄສ ເຊິ່ງໂນ່ຄິດວ່າກົດໝາຍອາຍາ ແມ່ນເປັນວິຊາທີ່ແທດເໝາະກັບການທີ່ນ້ອງເປັນຄົນຂີ້ສົງໄສ ແລະ ມີຄວາມຖະໜັດໃນການທ່ອງຈຳ ຈິ່ງເລືອກກົດໝາຍອາຍາ.

*
ສຳລັບການແບ່ງເວລາຂອງໂນ່ ຂ້ອນຂ້າງວ່າຈະລະອຽດຄື ຈະມີການຕັ້ງແຈ້ງເຕືອນຢູ່ໃນໂທລະສັບມືຖື ເຊິ່ງນັບແຕ່ຈັນເຖິງສຸກ 8-12ໂມງ ຈະໃຊ້ເວລາຮຽນຢູ່ຄະນະ; 13:00-14:00 ໂມງພັກຜ່ອນ 14:00-16:00 ໂມງ ຈະທົບທວນບົດຮຽນ ແລະ ຕັ້ງຄໍາຖາມແລ້ວຕອບຕົນເອງໃນສິ່ງທີ່ໄດ້ຮຽນມາ; 16:00-17:00 ໂມງ ຈະສືບຕໍ່ເບິ່ງບົດຮຽນ ແລະ ແກ້ວຽກບ້ານພາສາອັງກິດ; 17:30-20:30 ໂມງ ໄປຮຽນພາສາອັງກິດ 21:30-23:00 ໂມງ ເຮັດບົດລາຍງານສົ່ງອາຈານຢູ່ຄະນະ ຫາກບໍ່ມີບົດລາຍງານແມ່ນຈະອ່ານນິຍາຍ ແລະ ຟັງເພງ. ສ່ວນວັນເສົາທິດຕອນເຊົ້າ ຈະໄປຮຽນພາສາອັງກິດຢູ່ທຶນ LANS.

ປັດໃຈສຳຄັນທີ່ເຮັດໂນ່ຮຽນໄດ້ດີ ຍ້ອນມີຄູອາຈານຢູ່ພາຍໃນຄະນະ ໂດຍສະເພາະພາກວິຊາກົດໝາຍອາຍາ ໃຫ້ຄວາມເປັນກັນເອງ ເຮົາສາມາດຖາມ ແລະ ຂໍຄຳປືກສາໄດ້ໃນເວລາດຽວກັນ ນອກຈາກນັ້ນ, ໝູ່ຮ່ວມຫ້ອງກໍມີຄວາມສະໜິດສະໝົມກັນ ແລະ ມັກຈະໂອ້ລົມ, ສົນທະນາມັກແລກປ່ຽນຄວາມຄິດເຫັນ ແລະ ບົດຮຽນແຕ່ລະວິຊາ ຈຶ່ງເຮັດໃຫ້ເຂົ້າໃຈໄດ້ດີ.

ເຄັດລັບທີ່ຊ່ວຍໃຫ້ໄດ້ຄະແນນດີ ແລະ ຮຽນເກັ່ງ ໂນ່ບອກວ່າ: ຕັ້ງໃຈຟັງທຸກຄຳອະທິບາຍຂອງອາຈານສອນ, ຈົດລາຍລະອຽດ ແລະ ຂໍ້ຄວາມທີ່ເປັນເນື້ອໃນການສອນຂອງແຕ່ລະຊົ່ວໂມງຮຽນ. ຫາກມີສິ່ງໃດທີ່ສົງໄສກໍຖາມ ທີ່ສຳຄັນໂນ່ພະຍາຍາມຈັບຈຸດພິເສດຂອງອາຈານໃນແຕ່ລະວິຊາວ່າ ອາຈານມັກຄຳຕອບແບບໃດ ຕົວຢ່າງວ່າ: ອາດຈະເປັນຄໍາຕອບທີ່ກະທັດຮັດໄດ້ຄວາມໝາຍ ຫຼື ການຕອບໂດຍໃຊ້ຄວາມຄິດເຫັນສ່ວນຕົວໃນການອະທິບາຍຄຳຕອບໃຫ້ອາຈານໃນການສອບເສັງ ເມື່ອເຮົາຮູ້ຈຸດພິເສດຂອງອາຈານກໍ່ຈະພະຍາຍາມຕອບຄຳຖາມ ໃຫ້ຖືກຕ້ອງຕາມຄວາມຕ້ອງການຂອງອາຈານໃນແຕ່ລະວິຊາ.

ຫຼັງຄວ້າໄດ້ປະກາສະນິຍະບັດກຽດນິຍົມ ໂນ່ບອກວ່າ ດີໃຈ ແລະ ພູມໃຈ ທີ່ຄວາມອົດທົນພະຍາຍາມໃນສຶກສາຮໍ່າຮຽນທີ່ຮົ້ວມະຫາວິທະຍາໄລ ຕະຫຼອດໄລຍະ 4 ປີ ແລະ ໂນ່ເອງຂໍເອົາເວທີນີ້ສະແດງຄວາມຂອບໃຈແກ່ຄູອາຈານທີ່ສິດສອນໃຫ້ຄວາມຮູ້, ຂອບໃຈໝູ່ເພື່ອນທີ່ຮ່ວມທຸກສຸກມານໍາກັນ, ຂອບໃຈຄອບຄົວທີ່ຢູ່ຄຽງຂ້າງ ແລະ ສະໜັບສະໜູນ ແລະ ທີ່ສຳຄັນຢາກຂໍຂອບໃຈທຸກທຶນການສຶກສາທີ່ຊ່ວຍເຫຼືອ ແລະ ໃຫ້ໂອກາດໂນ່ໄດ້ສຶກສາຮໍ່າຮຽນ ຈົນສາມາດຄວ້າເອົາໃບປະກາດແດງຕາມຄວາມຕັ້ງໃຈ.

ສ່ວນຄະຕິເຕືອນໃຈໃນເວລາທໍ້ ໂນ່ມັກຈະບອກຕົວເອງສະເໝີວ່າ: “ເຖິງຍາມທຸກ ທຸກຄົນທຸກ, ເຖິງຍາມຍາກ ທຸກຄົນຍາກ ແຕ່ຢ່າໃຫ້ຄວາມທຸກຍາກນັ້ນມາປິດກັ້ນຄວາມຝັນຂອງເຮົາ ຈົ່ງຕໍ່ສູ້ ແລະ ເຮັດທຸກສິ່ງເພື່ອທໍາລາຍຄວາມລໍາບາກທີ່ມີຢູ່ ແລ້ວສຸດທ້າຍເຮົາຈະພົບກັບຄວາມງົດງາມໃນແບບສະບັບຂອງຕົນ”.