ຍອດຂາຍເຄື່ອງທາງອອນລາຍຈີນ ເພີ່ມຂຶ້ນກວ່າ 20%

65

ມູນຄ່າການຄ້າທາງອອນລາຍທົ່ວປະເທດຈີນ ນັບຕັ້ງແຕ່ເດືອນມັງກອນ – ເດືອນສິງຫາ ປີ 2019 ຂະຫຍາຍຕົວເພີ່ມຂຶ້ນ 20,8% ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.

ການຄ້າທາງອອນລາຍໃນຈີນ ຂະຫຍາຍຕົວສູງກວ່າອັດຕາການຂະຫຍາຍຕົວກວ່າຍອດການຄ້າທົ່ວໄປ 12,6% ແລະ ຄອງອັດຕາສ່ວນ 19,4% ຂອງຍອດການຄ້າທົ່ວໄປທີ່ເພີ່ມຂຶ້ນ 2,1% ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.

ໃນໄລຍະເວລາດັ່ງກ່າວ, ຍອດການຄ້າສິນຄ້າອຸປະໂພກ – ບໍລິໂພກຂອງຈີນ ເພີ່ມຂຶ້ນ 8,2% ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.

ນອກຈາກນີ້, ສະຖິຕິການຄ້າດັ່ງກ່າວຍັງສະແດງໃຫ້ເຫັນວ່າ ເດືອນສິງຫາປີນີ້ຍອດການຄ້າເຄື່ອງສໍາອາງ, ເຄື່ອງໃຊ້ໄຟຟ້າໃນສໍານັກງານ, ເຄື່ອງໃຊ້ໄຟຟ້າໃນຊີວິດປະຈໍາວັນ ແລະ ອຸປະກອນເຄື່ອງໃຊ້ທາງໂທລະຄົມມະນາຄົມຂອງທຸລະກິດຂະໜາດກາງ ແລະ ຂະໜາດໃຫຍ່ ທີ່ເຂົ້າຂັ້ນມາດຕະຖານຕ່າງເພີ່ມຂຶ້ນ 12,8%, 19,8%, 4,2% ແລະ 3,5% ຕາມລໍາດັບ ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນລ້ວນແຕ່ຂະຫຍາຍຕົວໄວກວ່າເດືອນກໍລະກົດທີ່ຜ່ານມາທັງໝົດ.