ຄວາມສາມາດດ້ານການແຂ່ງຂັນຂອງອາເມຣິກາຫຼຸດລົງ

148

ບັນຫາການຄ້າລະຫວ່າງອາເມຣິກາ ແລະ ຈີນ ມີສ່ວນເຮັດໃຫ້ຄວາມສາມາດດ້ານການແຂ່ງຂັນຂອງອາເມຣິກາຕົກໄປຢູ່ອັນດັບ 2 ຂອງໂລກເປັນຮອງສິງກະໂປ.

ເວິນອີໂຄໂນມິກ ຟໍຣໍາ ລາຍງານຄວາມສາມາດດ້ານການແຂ່ງຂັນປະຈໍາປີມາຕັ້ງແຕ່ປີ 1979 ປະເມີນເຖິງທ່າແຮງ ແລະ ການຂະຫຍາຍຕົວໃນໄລຍະຂອງເຂດເສດຖະກິດຕ່າງໆແລ້ວນໍາມາຈັດອັນດັບ.

ຫຼ້າສຸດ, ອາເມຣິກາ ຕົກລົງໄປຢູ່ອັນດັບ 2 ຂອງໂລກ ຕາມຫຼັງສິງກະໂປ ທີ່ເປັນອັນດັບ 1 ເຖິງວ່າຍັງເປັນມະຫາອໍານາດດ້ານນະວັດຕະກໍາ ແລະ ເລີ່ມມີສັນຍານຂອງບັນຫາປາກົດໃຫ້ເຫັນ.

ທ່ານ ນາງ ຊາເດຍ ຮາຮີດີ ກໍາມະການຜູ້ບໍລິຫານ ເວິນອີໂຄໂນມິກ ຟໍຣໍາ ກ່າວວ່າ: ການສ້າງຫຼັກປະກັນວ່າປະເທດທັງຫຼາຍເປີດກວ້າງທາງການຄ້າເປັນເລື່ອງສໍາຄັນຫຼາຍ ພ້ອມທັງກ່າວຕື່ມວ່າການທີ່ ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ ຂຶ້ນພາສີສິນຄ້ານໍາເຂົ້າຈາກຕ່າງປະເທດ ໂດຍສະເພາະ ຈີນ ວ່າຍັງບໍ່ມີຂໍ້ມູນເປັນຮູບປະທໍາກ່ຽວກັບຜົນກະທົບຂອງພາສີທີ່ ອາເມຣິກາ ຂຶ້ນພາສີສິນຄ້ານໍາເຂົ້າຈາກປະເທດຄູ່ຄ້າໃຫຍ່ຫຼາຍລາຍ ແລະ ກຸ່ມສິນຄ້າທີ່ໄດ້ຮັບຜົນກະທົບຍັງຄົງຈໍາກັດເມື່ອປຽບທຽບກັບການຄ້າໂດຍລວມ.

ແຕ່ຄວາມເຊື່ອໝັ້ນຕໍ່ການລົງທຶນໃນ ອາເມຣິກາ ຫຼຸດລົງເລື້ອຍໆ ເຊິ່ງໃນທີ່ສຸດຈະສົ່ງຜົນກະທົບຕໍ່ການລົງທຶນໃນໄລຍະຍາວຕະຫຼອດຮອດວິທີຄິດຂອງຜູ້ອອກນະໂຍບາຍ ແລະ ສົ່ງຜົນຕໍ່ມຸມມອງຂອງຜູ້ນໍາທຸລະກິດຕ່າງປະເທດໃນ ອາເມຣິກາ ເຫຼົ່ານີ້ມີຜົນໃນໄລຍະຍາວ.