ສັ່ງປິດຊົ່ວຄາວ ໂຮງງານຜະລິດນໍ້າກ້ອນ ຫຼັງເກີດມີກິ່ນຂິວຮຸນແຮງ

207

ເມື່ອທ້າຍເດືອນ ກັນຍາ 2019 ຜ່ານມາ, ໄດ້ເກີດເຫດການຮົ່ວໄຫຼ ຂອງການເຕີມນ້ຳຢາ ອາໂມເນຍ (NH4) ຈາກໂຮງງານຜະລິດນໍ້າກ້ອນ ຕັ້ງຢູ່ບ້ານດົງປ່າແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພາໃຫ້ເກີດມີກິ່ນຂິວແຮງ ຢູ່ອ້ອມແອ້ມບໍລິເວນຂອງໂຮງງານ ທີ່ມີບ້ານເຮືອນປະຊາຊົນຕັ້ງຢູ່ໜາແໜ້ນ ໂດຍສະເພາະ ແມ່ນໂຮງຮຽນຫງຽນຢູ ທີ່ມີນັກຮຽນ 1000 ກວ່າຄົນ. ໃນນີ້, ມີນັກຮຽນ 105 ຄົນ (ຍິງ 59 ຄົນ) ທີ່ມີອາການວິນຫົວ, ເຈັບຄໍ, ເຈັບຕາ. ສະນັ້ນ, ທາງໂຮງຮຽນ ຈຶ່ງປິດການຮຽນການສອນ.

width=

ພາຍຫຼັງເກີດເກດການດັ່ງກ່າວ ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມເປັນຫົວໜ້າຄະນະທີ 3 ຂອງຄະນະຮັບຜິດຊອບຕິດຕາມແກ້ໄຂເຫດສຸກເສີນດ້ານສິ່ງແວດລ້ອມ ໄດ້ປະສານສົມທົບກັບ ກອງຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ລົງເກັບກຳຂໍ້ມູນ ແລະ ພົບວ່າ:
ໂຮງງານດັ່ງກ່າວ ແມ່ນດໍາເນີນທຸລະກິດແບບຄອບຄົວ, ໄດ້ຮັບໃບອະນຸຍາດດຳເນີນກິດຈະການໂຮງງານ ຈາກຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຈັນທະບູລີ ອອກໃຫ້ປີ 2019, ໃບທະບຽນວິສາຫະກິດ ຈາກຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ຈັນທະບູລີ ອອກໃຫ້ປີ 2014. ສຳລັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແມ່ນບໍ່ຍັງໄດ້ຮັບການອະນຸຍາດເທື່ອ.

ຜ່ານການສອບຖາມນາຍບ້ານດັ່ງກ່າວໃຫ້ຮູ້ວ່າ: ໂຮງງານດັ່ງກ່າວ ສົ່ງກິ່ນຂິວແຕ່ປີ 2015 ເຊິ່ງທາງຫ້ອງການ ບ້ານ ດົງປ່າແຫຼບ ໄດ້ສົ່ງໜັງສືຫາຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ ເພື່ອລົງມາແກ້ໄຂບັນຫາກິ່ນຂິວ ແຕ່ກໍ່ບໍ່ໄດ້ຮັບການແກ້ໄຂ.
ສະນັ້ນ, ພາຍຫຼັງເກີດເຫດການດັ່ງກ່າວ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຈັນທະບູລີ ໄດ້ອອກໃບຢັ້ງຢືນການຢຸດເຊົາດໍາເນີນກິດຈະການໂຮງງານຊົ່ວຄາວ ສະບັບເລກທີ 158/ອຈ.ຈລ, ລົງວັນທີ 2 ຕຸລາ 2019.

ແຕ່ມາຮອດກາງຄືນວັນທີ 8 ຕຸລາ 2019 ເຈົ້າຂອງໂຮງງານ ໄດ້ລັກເປີດເຄື່ອງຈັກຜະລິດນໍ້າກ້ອນນ້ອຍ ເຊິ່ງໃນຕອນເຊົ້າວັນທີ 9 ຕຸລາ 2019 ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງໄດ້ເຊີນເຈົ້າຂອງໂຮງງານມາກ່າວເຕືອນ ແລະ ທາງໂຮງງານໄດ້ປິດເຄື່ອງຈັກແລ້ວ. ຢ່າງໃດກໍຕາມ, ຍັງມີຄວາມຈໍາເປັນຕ້ອງໄດ້ສຶບຕໍ່ຕິດຕາມ ເພື່ອບໍ່ໃຫ້ໂຮງງານດັ່ງກ່າວລັກເປີດນໍາໃຊ້ເຄື່ອງຈັກຜະລິດນໍ້າກ້ອນອີກ.

ບັນຫາກີ່ນຂິວໃນຄັ້ງນີ້ ໄດ້ຮັບການແກ້ໄຂຢ່າງທັນການ ຍ້ອນໄດ້ຮັບການຮ່ວມມືຈາກຫລາຍພາກສ່ວນ ເປັນຕົ້ນແມ່ນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງເມືອງຈັນທະບູລີ, ອົງການປົກຄອງບ້ານດອນແດງ ແລະ ພໍ່ແມ່ປະຊາຊົນ ກໍຄືຄະນະອໍານວຍການໂຮງ ຮຽນຫງຽນຢູ ຊຶ່ງເປັນຕົວແບບຢ່າງ ໃນການແກ້ໄຂບັນຫາສິ່ງແວດລ້ອມ ໃນຕໍ່ໜ້າ.
ຖ້າຫາກເກີດມີເຫດການສຸກເສີນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ບັນດາທ່ານສາມາດປະສານຜ່ານສາຍດ່ວນໄດ້ທີ່ 1514 ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້.

ທີ່ມາ: MONRE ກຊສ