ທີມຊາດລາວ ປະກາດ 40 ຄົນສຸດທ້າຍຊຸດຊີເກມ ທີ່ຟິລິບປິນ ກຽມໄປເກັບຕົວໄກເຖິງປະເທດກາຕ້າ

131

ສະຫະພັນບານເຕະແຫ່ງຊາດລາວ ໂພສຜ່ານເພຈ໌ບຸກທາງການໃນວັນທີ 9 ຕຸລາ 2019 ວ່າ: ທີມຊາດລາວ ຮຸ່ນອາຍຸ 22 ປີ ກຽມເຂົ້າຮ່ວມ ງານມະຫະກຳກິລາຊີເກມ ຄັ້ງ ທີ 30, ທີ່ ປະເທດ ຟິລິບປິນ (PHILIPPINES 2019, 30TH SEA GAMES) ເຊິ່ງຈັດຂຶ້ນ ໃນລະຫວ່າງວັນທີ 30 ພະຈິກ ແລະ 11 ທັນວາ 2019 ໄດ້ເລີ້ມການຝຶກຊ້ອມນັບຕັ້ງແຕ່ວັນທີ 21 ກັນຍາ 2019 ເປັນຕົ້ນມາ ໂດຍໃນເບື້ອງຕົ້ນ ທ່ານ SUNDRAM MOORTHY ຫົວຫນ້າຄູຝຶກທີມຊາດລາວ ຊາວສິງກະໂປ ໄດ້ເປີດເຜີຍລາຍຊື່ນັກກິລາຈຳນວນ 40 ຄົນເພື່ອເຂົ້າຮ່ວມຄັດເລືອກ ໂດຍຈະຄັດເອົາພຽງ 20 ຄົນ ແລະ ອາຍຸກາຍ 22 ປີ ໄດ້ 2 ຄົນເພື່ອເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ.

ລາຍຊື່ນັກກິລາ 40 ຄົນມີລາຍຊື່ດັ່ງລຸ່ມນີ໊:
ຜູ້ຮັກສາປະຕູ
1. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ ເອັຟຊີ
2.ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມອນ ຊ້າງນ້ອຍ ເອັຟຊີ
3.ສໍລະສັກ ທິລະວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ ( ດີວີຊັນ 1 )

  1. ພາລະດອນ ມະນີຄຳ ຈາກ ສະໂມສອນນະຄອນຫລວງ ເອັຟຊີ ( ດີວີຊັນ 1 )
  2. ວິລະພົງ ພູມສະຫວັດ ຈາກ ສະໂມສອນ ເຄວສ ຢູໄນເຕັດ ( ດີວີຊັນ 1 )
    ກອງຫລັງ
  3. ທິບພະຈັນ ອີນທະວົງ ຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ
  4. ບຸນພິທັກ ຈັນທະລັງສີ ຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ

  1. ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  2. ກິດຕິສັກ ພົມວົງສາ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  3. ອາພິໄຊ ຖານະຂັນຕີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  4. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
    12.ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

  1. ອານຸລັກ ວັນນະລາດ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  2. ພິມມະສອນ ຈຳປາທອງ ຈາກ ສະໂມສອນ ກອງທັບ ເອັຟຊີ
  3. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ ເອັຟຊີ
  4. ພຸດທະສິດ ພົມມະໃຈ ຈາກ ສະໂມສອນ ປກສ ເອັຟຊີ
  5. ຄຳສະຫງ່າ ພິມມະສອນ ຈາກ ແຂວງຈຳປາສັກ

ກອງກາງ
18. ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນ ນະຄອນປະຖົມ ຢູໄນເຕັດ ( ໄທລີກ 3 )
19. ຈິດປະສົງ ລັດທະຈັກ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
20. ພິທັກ ກອງມາທິລາດ ຈາກ ສະໂມສອນ ອາຍຸດທະຍາ ຢູໄນເຕັດ ( ໄທລີກ 2 )
21. ສົມລິດ ແສງວັນນີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

  1. ຈັນທະຈອນ ທີໂນລາດ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  2. ສົມສະຫວາດ ສໍພາບມີໄຊ ຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ
  3. ລັດທະໄຊ ລຸນລາສີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  4. ພັດທະນາ ພົມມະເທບ ຈາກ ສະໂມສອນ ພູເກັດ ຊິດຕີ້ ( ໄທລີກ 3 )
  5. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ວຽງຈັນ ເອັຟທີ ( ດີວີຊັນ 1 )

  1. ອາລຸນໄນ ລຸນລາສີ ຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ
  2. ພຸດທະລັກ ທອງສະໜິດ ຈາກ ສະໂມສອນ ເອສະຣາ ເອັຟຊີ
  3. ບຸນມີ ປິ່ນແກ້ວ ຈາກ ແຂວງຈຳປາສັກ
  4. ຈັນສະໝອນ ພົມມະລີວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  5. ມະໂນລົມ ເພັດພັກດີ ຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ

  1. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  2. ລູ້ງເລືອງ ແກ້ວພູວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ ( ດີວີຊັນ 1 )
    ກອງຫນ້າ
  3. ສຸກອາພອນ ວົງຈຽງຄຳ ຈາກ ສະໂມສອນ ໄຊນາດ ເອັຟຊີ ( ໄທລີກ 1 )
  4. ສົມໄຊ ແກ້ວຫານາມ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

  1. ອາຄົມ ທໍລະນີນ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີຊ
  2. ວັນນະສອນ ດວງໄມຕີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
  3. ໂຈນີ ແຫ່ວນປະເສີດ ຈາກ ສະໂມສອນ ເອສະຣາ ເອັຟຊີ
  4. ຕີ ສີຫາລາດ ຈາກ ສະໂມສອນ ກອງທັບ ເອັຟຊີ

ທີມຊາດລາວ ຊຸດຊີເກມ ມີແຜນໄປເກັບຕົວຝຶກຊ້ອມຢູ່ ທີ່ປະເທດກາຕ້າ ໃນລະຫວ່າງວັນທີ 10 – 18 ພະຈິກ 2019.
ສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 30 ທີ່ ປະເທດ ຟິລິປິນ (PHILIPPINES 2019, 30TH SEA GAMES) ກິລາບານເຕະ ຈະມີການຈັບສະຫລາກແບ່ງສາກ ໃນວັນທີ 15 ຕຸລາ 2019 ເວລາ 09:00 ຢູ່ທີ່ ໂຮງແຮມ SOFITEL HOTEL ນະຄອນຫລວງ ມະນີລາ ປະເທດຟີລິບປິນ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ