ອາຫານເກົາຫຼີຂົ້ວເຂົ້າໃສ່ກິມຈິ

106

ກິມຈິເປັນອາຫານເກົາຫຼີ ທີ່ຄົນເກົາຫຼີ ຂາດບໍ່ໄດ້ເລີຍ ເຊິ່ງຈະເປັນປະເພດຜັກດອງດ້ວຍການໝັກທີ່ໃສ່ໝາກເຜັດແດງ ແລະ ຜັກຊະນິດຕ່າງໆ ໂດຍທົ່ວໄປສ່ວນໃຫຍ່ຈະໃຊ້ເປັນຜັກກາດຂາວ. ຄົນເກົາຫຼີຈະກິນເກືອບທຸກຄາບອາຫານ ແລະ ຍັງນຳໄປປຸງກັບອາຫານປະເພດອື່ນໆອີກ ປັດຈຸບັນກິມຈິແມ່ນມີຫຼາຍກວ່າ 185 ຊະນິດ ແລະ ອາຫານມື້ນີ້ກໍມີສ່ວນປະສົມຂອງກິມຈິ.

ສ່ວນປະກອບ: ຊີ້ນໝູຊອຍ 1 ຖ້ວຍນ້ອຍ, ກິມຈິ 1 ຖ້ວຍນ້ອຍ, ກະທຽມສັບ 1 ບ່ວງແກງ, ໄຂ່ໄກ່ 2 ໜ່ວຍ,  ໂຄຊູຈັງ ( koch’ujang ) 1 ບ່ວງແກງ ເປັນຊ໊ອດໝາກເຜັດຂອງເກົາຫຼີ, ນ້ຳມັນຫອຍ 1 ບ່ວງແກງ,  ນ້ຳຕານ 1 ບ່ວງກາເຟ,  ນ້ຳມັນງາ 1 ບ່ວງກາເຟ,  ນ້ຳສະອິວ 1 ບ່ວງແກງ,  ເຂົ້າຈ້າວ 3 ຖ້ວຍນ້ອຍ.

ວິທີປຸງແຕ່ງ:

ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ພໍໝໍ້ຮ້ອນເອົາກະທຽມລົງຂົ້ວຈົນໃຫ້ມີກິ່ນຫອມ ຈຶ່ງເອົາໝູລົງຂົ້ວຈົນຊີ້ນໝູສຸກດີຈຶ່ງເອົາໄຂ່ ແລະ ກິມຈິລົງຂົ້ວໃຫ້ສ່ວນປະສົມເຂົ້າກັນ. ຈາກນັ້ນ, ເອົາເຂົ້າລົງພ້ອມປຸງລົດຊາດດ້ວຍນ້ຳມັນຫອຍ, ໂຄຊູຈັງ, ນ້ຳຕານ ແລະ ນ້ຳສະອິວລົງຂົ້ວໃຫ້ເຂົ້າກັນດີຕັກໃສ່ຈານໂຮຍໜ້າດ້ວຍຫົວຜັກບົ່ວໃບໜ້ອຍໜຶ່ງ, ສາຫຼ່າຍ ຫຼື ໄຂ່ດາວເທົ່ານີ້ກໍພ້ອມເສີບ.

( ຂໍ້ມູນຈາກ: foodtravel.tv )

( ຮຽບຮຽງ: ນຸ້ມນິ້ມ )