ແຂວງສາລະວັນໄດ້ຮັບໂຮງຮຽນສູນພາສາຫວຽດຫຼັງໃໝ່ແຫ່ງທຳອິດຂອງແຂວງ

232

ໃນວັນທີ 2 ຕຸລາປີ 2019 ນີ້ໄດ້ມີພິທີມອບຮັບໂຮງຮຽນສູນພາສາຫວຽດຂຶ້ນຢູ່ທີ່ບ້ານວັດກາງເມືອງສາລະວັນ, ແຂວງສາລະວັນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ແລະທ່ານ ເຈື່ອງກວາງເຫງ໋ຍ ກຳມະການສູນກາງພັກຄອມມູນິດຫວຽດນາມ ເລຂາພັກນະຄອນດານັງ, ພ້ອມດ້ວຍຫົວໜ້າພະແນການ, ຮອງພະແນກການທັງສອງພາຍ, ຄູອາຈານ ແລະນັກຮຽນເຂົ້າຮ່ວມ.

ສູນໂຮງຮຽນພາສາລາວຫວຽດນີ້ໄດ້ເລີ້ມລົງມືກໍ່ສ້າງໃນວັນທີ 16 ເດຶອນ ພະຈິກ ປີ 2018 ແລະໄດ້ສຳເລັດໃນວັນທີ 26 ເດຶອນມິຖຸນາ ປີ 2019, ໂຄງການກໍ່ສ້າງສູນພາາລາວຫວຽດນີມີ 1 ຫຼັງ, ເປັນອາຄານ 2 ຊັ້ນ ແລະເປັນແບບຮູບໂຕແອວ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ປະກອບມີ 5 ຫ້ອງ, ຫ້ອງອ່ານໜັງສື 1 ຫ້ອງ, ຫ້ອງເຮັດວຽກຂອງພະນັກງານ 1 ຫ້ອງ, , ຫ້ອງການຄູ 1 ຫ້ອງ, ແລະຫ້ອງພັກຄູ 2 ຫ້ອງ, ນອກຈາກນັ້ນກໍ່ຍັງມີຫ້ອງແຕ່ກິນ, ຫ້ອງນໍ້າ, ໄຟຟ້າ, ນຳປະປາ, ກຳແພງອ້ອມດ້ານໜ້າ, ອຸປະກອນເຄື່ອງເຟນີເຈີເຊັນ: ໂຕະ, ຕັ່ງ, ກະດ້ານ ແລະອື່ນໆເພື່ອອຳນວຍຄວາມສະດວກໃນການຮັບໃຊ້ການຮຽນ-ການສອນຂອງຄູ ແລະນັກຮຽນໂຮງຮຽນຫຼັງນີ້ຮັບເໜົາກໍ່ສ້າງໂດຍ ບໍລິສັດກໍ່ສ້າງຕິດຕັ້ງ ແລະບໍລິການດ້ານການຄ້າດ່າກວ້າງ ຈາກນະຄອນດານັງ ສສ ຫວຽດນາມ ໃນມູນຄ່າ 7.120.352.000 ດົງ ຫຼື ເທົ່າກັບ 2.638.258.000 ກີບ

ມາຮອດປັດຈຸບັນນີ້ທາງພະແນກການທີ່ກ່ຽວຂ້ອງກໍ່ໄດ້ແຕ່ງຕັ້ງພະນັກງານຄູ-ອາຈານຈຳນວນ 4 ທ່ານ ຈາກສູນການສຶກສານອກໂຮງຮຽນມາປະຈໍາຢູ່ສູນດັ່ງກ່າວເພື່ອຈັດຕັ້ງປະຕິບັດການຮຽນ-ການສອນບຳລຸງພາສາຫວຽດໃຫ້ແກພະນັກງານ ແລະ ນັກຮຽນທີ່ຈະໄປຮຽນຕໍ່ທີ່ ສສ ຫວຽດນາມຢູ່ໃນບັນດາແຂວງຕ່າງໆພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ, ທັງໃນແຜນ ແລະ ນອກແຜນ, ໃນດັບຊັ້ນຕ່າງໆສົກປີ 2019-2020 ມີທັງໝົດ 81 ຄົນ, ຍິງ 48 ຄົນ ແບ່ງເປັນ 3 ຫ້ອງ, ມີຄູຮັບເຊີນ 3 ທ່ານ.

ຈາກນັ້ນ, ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ແລະທ່ານ ເຈື່ອງກວາງເຫງ໋ຍ ກຳມະການສູນກາງພັກຄອມມູນິດຫວຽດນາມ ເລຂາພັກນະຄອນດານັງກໍ່ໄດ້ຮ່ວມກັນຕັດແຖບຜ້າເປີດນໍາໃຊ້ສູນພາສາຫວຽດຢ່າງເປັນທາງການໂດຍຊ້ອງໜ້າການນຳທັງສອງຝ່າຍເພື່ອເປັນສັກຂີພິຍານໃນການເປີດ ແລະນຳໃຊ້ສູນດັ່ງກ່າວ, ພ້ອມທັງຢາງເລາະທ່ຽວຊົມອາຄານດັ່ງກ່າວ.