ເຄີຍເຫັນແລ້ວບໍ? ບຸນກອງປື່ງ ໄປເມືອງທົ່ງມີໄຊຮັບຮອງມ່ວນ

128

ໜຶ່ງບຸນປະເພນີໜຶ່ງທີ່ຖືວ່າມ່ວນ ຄຶກຄື້ນບໍ່ໜ້ອຍໜ້າບຸນອື່ນໆຂອງແຂວງໄຊຍະບູລີ ໂດຍສະເພາະກ່ອນຈະອອກພັນສານີ້ ນັ້ນກໍຄື ບຸນກອງປື່ງ ທີ່ທ່ານຄວນໄດ້ໄປສໍາຜັດດ້ວຍຕົວທ່ານເອງ ໄປເຫັນ ແລະ ຮ່ວມມ່ວນຊື່ນແບບບ້ານນາແທ້ໆ!!!


ບຸນກອງປື່ງ ເປັນບຸນປະເພນີໜຶ່ງຂອງຊາວເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ທີ່ຈັດຂຶ້ນໃນຊ່ວງກ່ອນບຸນອອກພັນສາປະວໍລະນາ ທີ່ປີນີ້ກົງກັບວັນທີ 6 ຕຸລາ 2019.


ໂດຍຕາມການເລົ່າຂານຂອງຄົນລຸ້ນກ່ອນເພິ່ນໄດ້ໃຫ້ຮູ້ວ່າ: ມີຄູບາອົງໜຶ່ງຊື່ວ່າ ຄູບາຕາ ເປັນຜູ້ທີ່ມີຄວາມຮູ້, ບົດບາດ ແລະ ອິດທິພົນກວ່າຄູບາອົງອື່ນໆ ໄດ້ອອກຄໍາຄິດເຫັນວ່າ ຢາກເຕົ້າໂຮມຄວາມສາມາມັກຄີ ບັນດາພະສົງສຳມະເນນຢູ່ວັດ ເພື່ອສຶກສາຮໍ່າຮຽນ.


ຈຶ່ງໄດ້ພາກັນທ້ອນໂຮມອອກຕົນຍາດໂຍມໄປຊອກໄມ້ຊໍ ໄມ້ດູ່ ມາສ້າງກອງ ເພິ່ນໃຊ້ຂວັນ, ສິ່ວ ມາເຈາະ ເປັນໂກນໃຫ້ກ້ຽງງາມ ແລ້ວໃຊ້ໜັງສັດ ກວາງ, ຟານທີ່ໃນເມື່ອກ່ອນມີຫຼາຍ ມາຫຸ້ມຫໍ່ໄວ້, ຈາກນັ້ນໄດ້ເອົາເຂົ້າໜຶ່ງມາຕໍາ, ໝັກປົນກັບນໍ້າໜ້ອຍໜຶ່ງ ເພື່ອໃຫ້ໜຽວ ແລ້ວເອົາມາຕິດຕາມໜ້າກອງ ໜ້ອຍຫຼາຍແຕກຕ່າງກັນທີ່ເອີ້ນວ່າ ໜ້ານ້ອຍ ແລະ ໜ້າຫຼວງ.


ຈາກນັ້ນໃຊ້ຜ້າຮໍາມືໃຫ້ແໜ້ນກະທົບໃສ່ກອງ ແຕ່ລະໜ່ວຍຈະມີສຽງດັງ ປື່ງ ປື່ງ ຈຶ່ງເອີ້ນວ່າກອງປື່ງ.
ການຈັດງານກອງປື່ງໃນແຕ່ລະປີແມ່ນມີຄວາມສໍາຄັນຕໍ່ຊີວິດ ສັງຄົມຂອງຄົນເມືອງທົ່ງມີໄຊ ອັນໄດ້ສ່ອງແສງເຖິງຮີດຄອງປະເພນີດ້ານວັດທະນະທໍາທີ່ເປັນເອກະລັກ ແລະ ເປັນມູນເຊື້ອຂອງຊາວເມືອງທົ່ງມີໄຊໃຫ້ຢືນຍົງຄົງຕົວຢູ່ກັບຊາວລາວຕະຫຼອດໄປ.


ພາຍໃນປີນີ້ກໍ່ຄືກັບທຸກໆປີ ທ່ານຈະໄດ້ສໍາຜັດ ການແຫ່ກອງໃນແຕ່ລະບ້ານທີ່ສົ່ງກອງເຂົ້າມາແຂ່ງຂັນ ປະກວດຊີງລາງວັນ ປະເພດກອງງາມ ແລະ ກອງດັງ ມີກິດຈະກໍາອື່ນໆເປັນການຄົບງັນ ຂາຍເຄື່ອງກິນ ເຄື່ອງດື່ມ ສິນຄ້າຜະລິດຕະພັນປະຈໍາແຂວງ ບ້ານປະຊາຊົນທີ່ທ່ານຄວນໄປສໍາພັດໃຫ້ໄດ້.
ງານຈະຈັດຂຶ້ນໃນວັນທີ 6 ຕຸລາ 2019 ນີ້ເດີ້ ທີ່ ບ້ານ ແດດ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ສາມາດໄປຮ່ວມມ່ວນຊື່ນນໍາກັນໄດ້.