ຮູບເງົາ “ ດອກຈໍາປາບານ ” ເຂົ້າສາຍທຸກໂຮງຮູບເງົາແລ້ວ

358

ໃນທີ່ສຸດວັນທີ່ແຟນໆຄອງຄອຍກໍມາຮອດ ກັບຮູບເງົາໃຫຍ່ຄັ້ງປະຫວັດສາດ ລະ ຫວ່າງ 2 ຊາດລາວ – ຈີນ ຮູບເງົາ “ ດອກຈໍາປາບານ ” ເຂົ້າສາຍຢ່າງເປັນທາງການແລ້ວເດີ ເລີ່ມຕັ້ງແຕ່ວັນທີ 19 ກັນຍາ 2019 ສາມາດໄປຊົມໄດ້ທຸກໂຮງຮູບເງົາທົ່ວປະເທດ.

ການສາຍຮູບເງົາຮອບສື່ມວນຊົນ ມີຂຶ້ນຢູ່ໂຮງຮູບເງົາທີ່ສູນການຄ້າວຽງຈັນເຊັນເຕີ ໂດຍມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ກຽດເປັນປະທານເປີດ ເຊິ່ງມີນັກຮ້ອງ, ນັກສະແດງ, ສື່ມວນຊົນຈາກຫຼາຍຂະແໜງການເຂົ້າຮ່ວມ.

ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: ຮູບເງົາເລື່ອງ “ ດອກຈໍາປາບານ ” ເປັນການຮ່ວມມືລະຫວ່າງ ລາວ – ຈີນ ໄດ້ກຽມສ້າງມາແຕ່ປີ 2016, ເລີ່ມຖ່າຍທໍາໃນປີ 2017 ກ່ອນຈະສ້າງສໍາເລັດໃນປີ 2018 ໄດ້ເປີດສາຍຢູ່ຕ່າງປະເທດມາແລ້ວ ພ້ອມທັງໄດ້ຮັບລາງວັນໃນງານ Miami ຈາກປະເທດສະຫະລັດອາເມຣິກາ ປີ 2018 ມື້ນີ້ເປັນເລີກງາມຍາມດີຈຶ່ງໄດ້ເປີດສາຍເປັນຮອບສື່ມວນຊົນໃຫ້ແກ່ຊາວລາວໄດ້ຊົມກັນ.

ຮູບເງົາດັ່ງກ່າວສະແດງໃຫ້ເຫັນເຖິງສາຍພົວພັວ 2 ຊາດ ລາວ – ຈີນ, ຄວາມຮັກຂອງໜຸ່ມສາວສອງຊາດທີ່ມີອຸປະສັກຫຼາຍຢ່າງ ເຊິ່ງບົດສະຫຼຸບຈະເປັນແນວໃດຢາກໃຫ້ທ່ານໄດ້ໄປຊົມເພື່ອຄວາມຕື່ນເຕັ້ນ.

ນອກນັ້ນ, ເລື່ອງນີ້ຍັງສະແດງເຖິງວັດທະນະທໍາທີ່ດີງາມ ແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມຂອງທັງ 2 ຊາດ ບອກເລີຍວ່າຕ້ອງໄປຊົມເອງໃຫ້ໄດ້ ເຊິ່ງເປີດສາຍທຸກໂຮງຮູບເງົາ ທົ່ວປະເທດນັບແຕ່ວັນທີ 19 ກັນຍາ 2019 ເປັນຕົ້ນໄປ.