ພະທາດຫຼວງວຽງຈັນເປົ້າໝາຍ ມໍລະດົກໂລກຕໍ່ໄປ

186

ຖືເປັນເລື່ອງທີ່ໜ້າຍິນດີ ແລະ ປື້ມໃຈສຸດໆ ທີ່ໄດ້ຂ່າວວ່າພະທາດຫຼວງວຽງຈັນລັດກຳລັງພິຈາລະນາສະເໜີເອົາພະທາດຫຼວງວຽງຈັນຂຶ້ນເປັນມໍລະດົກໂລກທາງວັດທະນະທຳຕໍ່ຈາກປ່າສະຫງວນໜາມຫີນໜາມໜໍ່ ໂດຍປະຈຸບັນ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ກໍາລັງກະກຽມຍື່ນເອກະສານຕໍ່ ອົງການ UNESCO ເພື່ອຊຸກຍູ້ໃຫ້ພະທາດຫຼວງວຽງຈັນເປັນແຫຼ່ງມໍລະດົກໂລກຂອງລາວອີກແຫ່ງ.

ດັ່ງເມືອງຫຼວງພະບາງ ໄດ້ຮັບການຮັບຮອງ ເປັນມໍລະດົກໂລກໃນ ປີ 1995, ວັດພູ ຈໍາປາສັກ ເປັນມໍລະດົກໂລກ ປີ 2001, ທົ່ງໄຫຫີນຊຽງຂວາງ ກາຍເປັນມໍລະດົກໂລກ ປີ 2019 ແລະປ່າສະຫງວນຫີນໜາມໜໍ່ຄາດວ່າຈະໄດ້ຮັບພິຈາລະນາໃນອີກບໍ່ຊ້ານີ້.

ສໍາລັບພະທາດຫຼວງວຽງຈັນ ຖືເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາຂອງລາວ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍາລັກ ສວຍງາມຂອງປະເທດລາວ, ເປັນພະທາດໂລກະຈຸນມະນີ ທີ່ບັນຈຸພະສາລິຣິກະທາດຂອງພະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ ທີ່ນິຍົມກັນໄປສັກກະລະບູຊາໃນວັນສິນ ງານບຸນປະເພນີ ແລະ ວັນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ.

ພະທາດຫຼວງຖືກສ້າງຕັ້ງຂຶ້ນເທື່ອທຳອິດໃນປີ ພສ 236 ໂດຍ ການນຳພາຂອງເຈົ້າເມືອງວຽງຈັນ ຈັນທະບູລີປະສິດທິສັກ ຫຼື ບູລີຈັນ ເຊິ່ງທຳອິດມີລັກສະນະຄ້າຍຄືອຸໂມງຫີນ ກວ້າງ 10 ແມັດ ສູງ 9 ແມັດ ແລະ ຖືກສ້າງຕໍ່ເຕີມອີກໃນປີ ຄສ 1566 ໂດຍເຈົ້າໄຊເສດຖາທິຣາຊ


ໃນຕອນທີ່ເພິ່ນຍ້າຍເມືອງຫຼວງຈາກຊຽງທອງ ( ຫຼວງພະບາງ ) ມາວຽງຈັນ ໂດຍໄດ້ສ້າງເປັນທາດໃຫຍ່ກວມອຸໂມງຫີນອັນເກົ່າພ້ອມສ້າງພະທາດນ້ອຍ 30 ອົງເປັນບໍລິເວນອ້ອມພະທາດໃຫຍ່ ເອີ້ນວ່າປາລະມີສາມສິບທັດ, ພ້ອມກົມມະລຽນດ້ານນອກແຕ່ລະດ້ານຍາວ 91,75 ແມັດ ແລະ ຫໍໄຫວ້ທັງສີ່ທິດ.

ພະທາດຫຼວງວຽງຈັນ ມີລວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ຕີນພະທາດແຕ່ດ້ານຕາເວັນອອກຫາຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອຫາໃຕ້ຍາວ 68 ແມັດ.

ນອກນັ້ນ ເພິ່ນຍັງໄດ້ຫຼໍ່ຄຳໜັກສີ່ບາດ ບັນຈຸໄວ້ໃນທາດນ້ອຍແຕ່ລະທາດ, ມີໃບລານທີ່ເຮັດດ້ວຍຄຳ ຈາລຶກພາສາບາລີ ດ້ວຍອັກສອນທຳໄວ້ຮອງແຕ່ລະທາດ, ແຕ່ກໍ່ຖືກທຳລາຍໃນສະໄໝສັກດີນາຕ່າງດ້າວ ເຂົ້າມາຮຸກຮານ.

ພະທາດຫຼວງວຽງຈັນ ໄດ້ຮັບການບູລະນະໃໝ່ໃນປີ ຄສ 1953 ແລະ ມາຮອດປີ 1957 ລັດຖະບານລາວພາຍໃຕ້ພະບໍລົມມະຊູປະຖຳຂອງເຈົ້າສີສະຫວ່າງວົງ ກໍ່ໄດ້ພາປະຊາຊົນ ເຮັດບຸນສະເຫຼີມສະຫຼອງພະພຸດທະສາສະໜາ ຄົບຮອບ 2500 ປີ ( ພສ 2500 ) ໂດຍໄດ້ທຳການຟອກຄຳຈາກສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພະບໍລົມມະຮູບຂອງເຈົ້າໄຊເຊດຖາທິຣາຊປະດິດສະຖານໄວ້ຢູ່ໜ້າທາງເຂົ້າດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີທີ່ພະອົງໄດ້ສ້າງພະທາດຫຼວງ ຂຶ້ນມາເປັນສັກກະລະ ບູຊາ ຈົນຮອດປະຈຸບັນ.

ໃນວັນເພັງ (ຂຶ້ນ 15 ຄໍ່າ) ເດືອນສິບສອງລາວຂອງທຸກໆປີ ( ໄລຍະເດືອນຕຸລາ-ພະຈິກ ) ປະຊາຊົນລາວຈາກທົ່ວທຸກສາລະທິດ ຈະພາກັນເດີນທາງມາສະເຫຼີມສະຫຼອງ ບຸນນະມັດສະການພະທາດຫຼວງເຊິ່ງເປັນບຸນມະໂຫລານທີ່ໃຫຍ່ທີ່ສຸດໃນປະເທດລາວຈັດຂຶ້ນເປັນເວລາ 7 ມື້ 7 ຄືນ ພ້ອມການສະແດງມາໂຫລີສິລະປະວັນນະຄະດີ ແລະ ງານວາງສະແດງສິນຄ້າຈາກຫຼາກຫຼາຍຫ້າງຮ້ານ.

ບຸນທາດຫຼວງສະແດງໃຫ້ເຫັນເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາວພຸດກໍ່ຄືຊາວລາວທັງຊາດ ໂດຍມີພິທີສຳຄັນທາງສາສະໜາເຊັ່ນ: ພິທີແຫ່ຜາສາດເຜິ້ງ, ວຽນທຽນ ແລະ ຕັກບາດຖວາຍທານ ເຊິ່ງມີພະສົງຈາກທົ່ວທຸກແຂວງໃນປະເທດລາວເດີນທາງມາ ແລະ ພາຍຫຼັງຕັກບາດກໍ່ມີການຕີຄີເຊິ່ງເປັນກິລາພື້ນເມືອງທີ່ຈັດຂຶ້ນທຸກໆປີໆ.