ຕະຫຼາດຫຸ້ນຮົງກົງ ຊື້ທຸລະກິດຕະຫຼາດຫຸ້ນລອນດອນ

55

ຕະຫຼາດຫຸ້ນຮົງກົງ ສະເໜີເງິນ 32 ຕື້ປອນ ເພື່ອຊື້ທຸລະກິດຕະຫຼາດຫຸ້ນລອນດອນ ໃນຄວາມເຄື່ອນໄຫວຄັ້ງສໍາຄັນທີ່ຈະເປັນການຄວບລວມຖານການເງິນໃຫຍ່ທີ່ສຸດໃນອາຊີ ແລະ ເອີຣົບເຂົ້ານໍາກັນ.

ຕະຫຼາດຫຼັກຊັບຮົງກົງ ຖະແຫຼງການວ່າ: ໄດ້ສະເໜີຊື້ທຸລະກິດຕະຫຼາດຫຼັກຊັບລອນດອນ ຂອງອັງກິດ ມູນຄ່າ 32 ຕື້ປອນ ຫຼື ປະມານ 40 ຕື້ໂດລາລວມໜີ້, ແຕ່ມີເງື່ອນໄຂວ່າຕະຫຼາດຫຼັກຊັບລອນດອນ ຕ້ອງຍົກເລີກການຊື້ບໍລິສັດຂໍ້ມູນທີ່ແຍກຕົວອອກມາຈາກ ທອມສັນຣອຍເຕີ.

ຄະນະກໍາມະການບໍລິຫານຕະຫຼາດຫຼັກຊັບຮົງກົງ ເຊື່ອວ່າຂໍ້ສະເໜີຄວບລວມທຸລະກິດກັບຕະຫຼາດຫຼັກຊັບລອນດອນ ເປັນໂອກາດທາງຍຸດທະສາດທີ່ມີພະລັງຢ່າງຍິ່ງໃນການຂຶ້ນເປັນຜູ້ນໍາຕະຫຼາດຫຼັກຊັບໂລກ.

ປັດຈຸບັນຕະຫຼາດຫຼັກຊັບຮົງກົງ ເຊິ່ງມີຖານໃນລອນດອນ ຢູ່ແລ້ວໃນຖານະເຈົ້າຂອງຕະຫຼາດໂລຫະລອນດອນ ມີບົດບາດສໍາຄັນໃນການຊຸກຍູ້ໃຫ້ລອນດອນ ເປັນສູນກາງການຄ້າໂລຫະຂອງໂລກ ແລະ ມີ ຄວາມຕັ້ງໜ້າທີ່ຈະສະໜັບສະໜູນໃຫ້ຮົງກົງ ແລະ ລອນດອນ ມີບົດບາດໄລຍະຍາວໃນຖານະສູນກາງການເງິນໂລກຕໍ່ໄປ.