ລົດແກ້ວ ເລັ່ງທົດສອບການແລ່ນ ຫວັງເພີ່ມສະຖິຕິໃກ້ຄຽງຄູ່ແຂ່ງໃນຊີເກມ 2019

69

ນາງ ລົດແກ້ວ ອິນທະກຸມມານ ນັກກີລາແລ່ນຍິງທີມຊາດລາວ ເຈົ້າຂອງຫຼຽນທອງ ໃນແລ່ນ – ລານ 1.500 ແມັດ ໃນມະຫະກໍາກີລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ເມື່ອປີ 2017 ປັດຈຸບັນເລັ່ງຝຶກຊ້ອມ ແລະ ເດີນໜ້າທົດສອບການແລ່ນ ເພື່ອສ້າງສະຖິຕິຍັບເຂົ້າໃກ້ຄູ່ແຂ່ງ ໂດຍສະເພາະນັກແລ່ນຈາກຫວຽດນາມ ເຈົ້າຂອງແຊັມເກົ່າ ເພື່ອລຸ້ນສ້າງຜົນງານໃນຊີເກມ ໃນທ້າຍປີນີ້ໃຫ້ດີກວ່າເກົ່າ.

ສາວລົດແກ້ວ ໃຫ້ສໍາພາດຕໍ່ທີມຂ່າວ ເສດຖະກິດ – ການຄ້າ ວ່າ: ສໍາລັບຊີເກມ 2019 ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ – ເດືອນທັນວານີ້ ນ້ອງກໍມີລາຍຊື່ທີ່ຈະໄປແຂ່ງຂັນ ໂດຍນ້ອງຈະລົງແຂ່ງຂັນ 2 ລາຍການຫຼັກໆ ຄື: 1.500 ແມັດຍິງ ແລະ 5.000 ແມັດຍິງ ເຊິ່ງນ້ອງໄດ້ເຂົ້າເກັບຕົວທີ່ສູນຝຶກຊ້ອມປະເທດໄທ ເກືອບ 3 ເດືອນ ພ້ອມທັງໄດ້ຮຽນນໍາ ແລະ ຈະກັບມາທົດສອບແລ່ນທັງໃນ ສປປ ລາວ ແລະ ໄທ ຕະຫຼອດໄລຍະທີ່ຜ່ານມາ.

ສໍາລັບຊີເກມຄັ້ງທີ່ຜ່ານມາ ນ້ອງສາມາດຍາດໄດ້ 1 ຫຼຽນທອງ ໃນປະເພດ 1.500 ແມັດ ແນ່ນອນຄັ້ງນີ້ນ້ອງຕັ້ງເປົ້າໄວ້ຈະເຮັດໃຫ້ດີລື່ນເກົ່າກໍຄືສາມາດຍາດໄດ້ຫຼຽນໃດຫຼຽນໜຶ່ງໃນ 2 ລາຍການນີ້, ສ່ວນອຸປະສັກຂອງນ້ອງແມ່ນໄລຍະເວລາການຝຶກຊ້ອມບໍ່ເຕັມທີ່ ເພາະຕ້ອງເຮັດວຽກ ແລະ ສຶກສາຢ່າງໜັກ. ຢ່າງໃດກໍຕາມ, ນ້ອງກໍຈະເຮັດໃຫ້ເຕັມທີ່ ແລະ ເລັ່ງຫາເວລາຝຶກຊ້ອມໃຫ້ເຕັມທີ່ກວ່າເກົ່າ ເພາະວ່າຄູ່ແຂ່ງຂອງນ້ອງແມ່ນເກັ່ງຫຼາຍ ໂດຍສະເພາະຄູ່ແຂ່ງຈາກປະເທດຫວຽດນາມ ທີ່ຍາດໄດ້ທັງຫຼຽນຄໍາ ແລະ ຫຼຽນເງິນໃນຊີເກມທີ່ຜ່ານມາ ລວມເຖິງຍາດໄດ້ເຖິງຫຼຽນເອຊຽນເກມ ອີກດ້ວຍກໍຖືວ່າເກັ່ງສຸດໆໄປເລີຍ.

ສໍາລັບ ລົດແກ້ວ ເກີດທີ່ ບ້ານວັດຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ ແຈ້ງເກີດໃຫ້ກັບຕົນເອງ ດ້ວຍການຄວ້າຫຼຽນທອງ ໃນຊີເກມ ເມື່ອ 2 ປີທີ່ຜ່ານມາກໍຄື ກົວລາລຳປີ ເກມ 2017 ມີການຊີງໄຊກັນທັງໝົດ 40 ກວ່າລາຍການ ເຊິ່ງມີ 11 ປະເທດເຂົ້າຮ່ວມ ປະກອບມີ: ລາວ, ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ, ຕີມໍ ເລັສເຕ, ສິງກະໂປ, ອິນໂດເນເຊຍ, ຟີລິບປິນ, ບຣູໄນ ແລະ ມາເລເຊຍ ເຈົ້າພາບ ສະເພາະທັບນັກກີລາແລ່ນ – ລານລາວ ສົ່ງເຂົ້າຮ່ວມແຂ່ງຂັນ 12 ຄົນ ຈາກທັງໝົດ 17 ລາຍການ ຜ່ານການແຂ່ງຂັນຜົນປາກົດວ່າ: ມີພຽງ ນາງ ລົດແກ້ວ ອິນທະກຸມມານ ທີ່ລົງແຂ່ງຂັນ 2 ລາຍການ ຄື: ແລ່ນ 1.500 ແມັດຍິງ ແລະ 5.000 ແມັດຍິງ ກາຍເປັນນັກກີລາແລ່ນ – ລານໜຶ່ງດຽວ ທີ່ສາມາດຍາດໄດ້ 1 ຫຼຽນທອງ ຈາກແລ່ນ 1.500 ແມັດຍິງ, ສ່ວນ ຫຼຽນເງິນ ແລະ ຫຼຽນຄໍາ ຕົກເປັນຂອງນັກກີລາຈາກ ສສ ຫວຽດນາມ.

ຫຼັງຈາກແຈ້ງເກີດໃນຊີເກມ 2017 ລົດແກ້ວ ກໍສ້າງຜົນງານໂດດເດັ່ນມາຕະຫຼອດນັບຕັ້ງແຕ່ຫຼຽນທອງຄັ້ງນີ້ຈົນມາເຖິງປັດຈຸບັນບອກໄດ້ເລີຍວ່າລົງແຂ່ງຂັນລາຍການໃດຕ້ອງບໍ່ຫຼຸດອັນດັບ 1 ໃນ 3 ອັນດັບທໍາອິດ ໂດຍສະເພາະຜົນງານປີ 2018 ລົງແຂ່ງຂັນທັງໝົດ 24 ສະໜາມ ( ງານລະດັບປະເທດ 5 ລາຍການ ຄື: Asian Games Indonesia, Asean University Games Mynmar, Singapore Open, Thailand Open & CHINA – ASEAN International Marathon 2018 ) ສາມາດຄວ້າແຊັມໄດ້ເຖິງ 117 ສະໜາມ, ຕິດອັນດັບທີ 2 ໄດ້ເຖິງ 3 ສະໜາມ ແລະ ຕິດອັນດັບທີ 3 ໄດ້ເຖິງ 2 ສະໜາມ, ສ່ວນປີ 2019 ກໍໂດດເດັ່ນສາມາດຄວ້າແຊັມໄປແລ້ວເກືອບ 10 ລາຍການໃຫຍ່.

( ຂ່າວ: ຄໍາສອນ; ຮູບຈາກ: ລົດແກ້ວ )