ເທບຫຼວງ ອອກໝັດເດັດໃສ່ນັກມວຍໄທ ຫຼັບຄາເວທີ ລາຍການ ນະຄອນຫຼວງ ກໍກຽດ ແດນຈຳປາ

50

ເທບຫຼວງ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ນັກຊົກຈອມປະສົບການທີ່ເຄີຍຜ່ານຜ່າການແຂ່ງຂັນມວຍສັງວຽນລະດັບອາຊີບ ໂດຍສະເພາະຢູ່ທີ່ປະເທດເພື່ອນບ້ານ ( ໄທ ) ອອກໝັດຂວາອັດເຂົ້າກົກຫູ ພະລັງທິບ ສ.ທະວີຊັບ ນັກຊົກຈາກຣາຊະອານາຈັກໄທ ໝັດດຽວຫຼັບຄາເວທີ ກຳມະການກາງເວທີນັບ 10 ລຸກບໍ່ຂຶ້ນ ໃນຍົກທີ 2 ການແຂ່ງຂັນມວຍຄູ່ເອກ ຮຸ່ນນໍ້າໜັກ 57 ກິໂລ ກຣາມ ລາຍການ ນະຄອນຫຼວງ ກໍກຽດ ແດນຈຳປາ ປະຈຳປີ 2019.

ການແຂ່ງຂັນມວຍ ລາຍການນະຄອນຫຼວງ ກໍກຽດ ແດນຈຳປາ ປະຈຳປີ 2019 ປະຈຳອາທິດທີ 3 ເປັນການຮ່ວມກັນລະຫວ່າງ ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ສົມທົບກັບ ບໍລິສັດ ກໍກຽດບ໋ອກຊິງກຣຸບ ຈຳກັດ ຈັດຂຶ້ນເມື່ອວັນທີ 31 ສິງຫາຜ່ານມາ ທີ່ສະໂມສອນກີລາໃນຮົ່ມ ສະຫະພັນມວຍລາວນະຄອນຫຼວງວຽງຈັນ ( ບຶງຂະຫຍອງ ) ມີການແຂ່ງຂັນຕາມປົກກະຕິມວຍ 6 ຄູ່ ແລະ ກໍານົດຊົກ ຄູ່ລະ 5 ຍົກ ສຳລັບມວຍຄູ່ເອກ ເປັນການພົບກັນລະຫວ່າງ ເທບຫຼວງ ປກສ ພົບກັບ ພະລັງທິບ ສ.ທະວີຊັບ ນັກຊົກຈາກປະເທດໄທ ຮຸ່ນນໍ້າໜັກ 57 ກິໂລກຣາມ ຂຶ້ນຊົກກັນໃນຄູ່ທີ 4.

ປາກົດວ່າ: ມວຍຄູ່ເອກໃນຍົກທຳອິດ ພະລັງທິບ ສ.ທະວີຊັບ ຍ່າງເຂົ້າຫາ ເທບຫຼວງ ແບບບໍ່ຢ້ານກົວສັກສີ ແລະ ມວຍປະສົບການຂອງ ເທບຫຼວງ ພ້ອມທັງປ່ອຍອາວຸດແລກໃສ່ຢ່າງດຸເດືອດ. ໃນຍົກທີ 2 ເທບຫຼວງ ແກ້ທາງມວຍໄດ້ ດີອາໄສຖີບທຳລາຍຈັງຫວະຄູ່ແຂ່ງພ້ອມທັງສວນໝັດຕາມເກັບຈັງຫວະສອງ ເຮັດໃຫ້ ພະລັງທິບ ສ.ທະວີຊັບ ຕ້ອງຖອຍຕັ້ງຫຼັກ ແຕ່ສຸດທ້າຍກໍໜີບໍ່ລອດ ເທບຫຼວງ ຕາມເກັບໂດຍປ່ອຍມັດຂວາຟາດເຂົ້າກົກຫູ ພະລັງທິບ ສ.ທະວີຊັບ ເຕັມໆ ລົ້ມລົງນອນກອງກັບພື້ນຫຼັບຍາວໃຫ້ກຳມະການກາງເວທີນັບ 10 ບໍ່ລຸກ ກ່ອນຈະຍົກມືໃຫ້ ເທບຫຼວງ ເປັນຜູ້ຊະນະນ໊ອກ ໃນຍົກທີ 2.

ສ່ວນຜົນອີກ 5 ຄູ່ ປະກອບມີ: ຄືຄູ່ທີ 1 ຮຸ່ນນ້ຳໜັກ 45 ກິໂລກຣາມ ອາຍາເຫຼັກ ປກສ ຊະນະນ໊ອກ ບິກແບຣ້ງ ເພັດນະຄອນ ຍົກທີ 4, ຄູ່ທີ 2 ຮຸ່ນນ້ຳໜັກ 65 ກິໂລກຣາມ ສິງໜຸ່ມ ສໍຈະເລີນສິງ ຊະນະນ໊ອກ ເໜືອພະຍັກ ຂວັນໃຈສີໂຄດ ຍົກທີ 1, ຄູ່ທີ 3 ມວຍຮອງຄູ່ເອກ ຮຸ່ນນໍ້າໜັກ 57 ກິໂລກຣາມ ນ້ອງເບ້ຍ ປກຊ ແລະ ເພັດມໍລະກົດ ສ.ທະວີຊັບ ກິນກັນບໍ່ລົງສະເໝີຄະແນນ, ຄູ່ທີ 5 ຮຸ່ນນ້ຳໜັກ 65 ກິໂລກຣາມ ຂຸນກ້າ ສມສ ຄຳເສັງ ເສຍນ໊ອກໃຫ້ກັບ ເພັດຊະໜາມໄຊ ຍົກທີ 3 ແລະ ຄູ່ສຸດທ້າຍ ຄູ່ທີ 6 ຮຸ່ນນ້ຳໜັກ 46 ກິໂລກຣາມ ຂຸນເຈືອງ ສມສ ຄຳເສັງ ເສຍນ໊ອກໃຫ້ກັບ ເສືອນ້ອຍ ສິດຈານເລ້ ຍົກທີ 1.

ສໍາລັບລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອເປັນການເລືອກເຟັ້ນນັກຊົກຜູ້ທີ່ມີພອນສະຫວັນດີເດັ່ນ ເພື່ອກ້າວສູ່ການເປັນນັກຊົກຂອງທັບນະຄອນຫຼວງວຽງຈັນ ກຽມເຂົ້າຮ່ວມລ່າຫຼຽນຄຳງານກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

( ຂ່າວ: ຄໍາສອນ; ຮູບ: ອໍາໄພວັນ )