ເປີດການກໍ່ສ້າງໂຄງລ່າງພື້ນຖານ ກຽມສຳຫຼວດບໍ່ແຮ່ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ

478

ນັບແຕ່ປີ 2017 ເປັນຕົ້ນມາ ບໍລິສັດ ໂຈ້ ບຸນມີ ກຣຸບ ຈໍາກັດ ຮ່ວມກັບ ກົມເສດຖະກິດ ກະຊວງປ້ອງກັນປະເທດ ໄດ້ສຶກສາຄວາມເປັນໄປໄດ້ຂອງການຂຸດຄົ້ນແຮ່ຄຳ ແລະ ແຮ່ຕິດພັນອື່ນໆຢູ່ເຂດບ້ານນາຕີ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໃນເນື້ອທີ່ 234 ກິໂລຕາແມັດ. ຈາກຜົນສໍາເລັດດັ່ງກ່າວມາເຖິງວັນທີ 28 ສິງຫາ 2019 ທັງສອງຝ່າຍກໍໄດ້ມີພິທີວາງສີລາລືກເປີດການກໍ່ສ້າງພື້ນຖານໂຄງລ່າງໂຄງການຮ່ວມມືຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ທີ່ຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ.

ທ່ານ ນາງ ບຸນມີ ບັງອອນແສງເດດ ປະທານ ບໍລິສັດ ໂຈ້ ບຸນມີ ກຣຸບ ຈໍາກັດ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການວ່າ: ນັບແຕ່ເດືອນທັນວາ 2017 ເປັນຕົ້ນມາ ບໍລິສັດຂອງພວກຂ້າພະເຈົ້າໄດ້ຮ່ວມມືກັບກົມເສດຖະກິດ ກະຊວງປ້ອງກັນປະເທດ ເພື່ອສຶກສາສໍາຫຼວດແຮ່ທາດໃນເບື້ອງຕົ້ນໃນເນື້ອທີ່ 234 ກິໂລຕາແມັດ ຢູ່ບ້ານນາຕີ ເມືອງລ້ອງແຈ້ງ ແຂວງໄຊສົມບູນ. ຫຼັງຈາກນັ້ນ, ຈຶ່ງໄດ້ສ້າງຕັ້ງບໍລິສັດຂຶ້ນມາໃໝ່ມີຊື່ວ່າ: ບໍລິສັດ ໂຈ້ ບຸນມີ ພັດທະນາແຮ່ທາດ ຈໍາກັດຜູ້ດຽວ ເຊິ່ງໄດ້ຮັບໃບອະນຸຍາດຈາກກະຊວງກ່ຽວຂ້ອງ ໂດຍມີເວລາໃນການສໍາຫຼວດ 3 ປີ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກອີກ 2 ປີ ພ້ອມກັບຖອກພັນທະໃຫ້ລັດຕາມລະບຽບຫຼັກການ.

ທ່ານ ນາງ ບຸນມີ ກ່າວຕື່ມວ່າ: ໃນໄລຍະດໍາເນີນວຽກສໍາຫຼວດດັ່ງກ່າວ, ບໍລິສັດໄດ້ອອກແບບກໍ່ສ້າງໂຄງລ່າງພື້ນຖານໃນການບໍລິຫານວຽກຢູ່ພາກສະໜາມ ຄື: ອອກແບບຖະໜົນຢູ່ໃນເຂດໂຄງການ, ສໍານັກງານໃຫຍ່ພາກສະໜາມ, ໂຮງແຮມສໍາລັບແຂກຂັ້ນສູງ, ເຮືອນພັກຂອງພະນັກງານ – ວິຊາການ – ກຳມະກອນ, ສະໂມສອນ, ຫ້ອງຄົ້ນຄວ້າ – ຫ້ອງທົດລອງແຮ່ທາດ, ໂຮງງານປຸງແຕ່ງແຮ່ຄຳ, ລານເກັບຮັກສາແຮ່, ອ່າງບໍາບັດນໍ້າເປື້ອນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ. ຄຽງຄູ່ກັນນັ້ນ, ບໍລິສັດໄດ້ວ່າຈ້າງຜູ້ອອກແບບຈາກຕ່າງປະເທດ ເພື່ອນໍາໄປອອກແບບແຜນວາດຂອງໂຄງການ ແລະ ວັນທີ 22 ກໍລະກົດ 2019 ຜ່ານມາກໍໄດ້ມີກອງປະຊຸມປຶກສາແລກປ່ຽນຄຳຄິດເຫັນໃສ່ກັບແຜນວາດດັ່ງກ່າວ, ປັດຈຸບັນແບບດັ່ງກ່າວຍັງຢູ່ໃນຂັ້ນຕອນການປັບປຸງ – ແກ້ໄຂຕາມທີ່ປະຊຸມໄດ້ມີຄຳຄິດເຫັນໄປນັ້ນ ເມື່ອຜົນຂອງການປັບປຸງອອກມາແນວໃດທາງບໍລິສັດຈະສະເໜີໃຫ້ຂັ້ນເທິງທີ່ກ່ຽວຂ້ອງຮັບຊາບ ເພື່ອໃຫ້ມີທິດຊີ້ນໍາໃນຂັ້ນຕອນຕໍ່ໄປ.

ທ່ານ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ ຫົວໜ້າກົມເສດຖະກິດ ກະຊວງປ້ອງກັນປະເທດ ກໍໄດ້ມີຄຳເຫັນຕື່ມວ່າ: ໂດຍໄດ້ຮັບການເຫັນດີຈາກລັດຖະບານ ມອບໃຫ້ກະຊວງປ້ອງກັນປະເທດ ຮ່ວມມືກັບ ບໍລິສັດ ໂຈ້ ບຸນມີ ກຣຸບ ຈໍາກັດ ລົງທຶນໃນເຂດພື້ນທີ່ດັ່ງກ່າວ, ຜ່ານມາທັງສອງພາກສ່ວນໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນລະບຽບກົດໝາຍທຸກຢ່າງ ຈົນກ້າວໄປເຖິງເຊັນສັນຍາກັບລັດຖະບານໃນການສໍາຫຼວດ, ຂຸດຄົ້ນ, ປຸງແຕ່ງແຮ່ຄຳ ແລະ ແຮ່ຕິດພັນອື່ນໆ ຈຶ່ງສາມາດເປີດພິທີວາງສີລາລືກເປີດການກໍ່ສ້າງໂຄງລ່າງພື້ນຖານໂຄງການໄດ້ ຖືວ່າເປັນຜົນສໍາເລັດຂັ້ນເບື້ອງຕົ້ນ.

ພິທີວາງສີລາລືກເປີດການກໍ່ສ້າງໂຄງລ່າງພື້ນຖານໂຄງການຮ່ວມມືຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳທີ່ເມືອງລ່ອງແຈ້ງ ຈັດຂຶ້ນທີ່ສະໂມສອນເມືອງອານຸວົງ ແຂວງໄຊສົມບູນ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ທ່ານ ສຸດສະດາ ໂພທິວັນ ຕາງໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ ຫົວໜ້າກົມເສດຖະກິດ, ທ່ານ ນາງ ບຸນມີ ບັງອອນແສງເດດ ປະທານ ບໍລິສັດ ໂຈ້ ບຸນມີ ກຣຸບ ຈໍາກັດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ຄຳພອນ ]