ເຮືອຊ່ວງນະຄອນຫຼວງຄວ້າອັນດັບ1 ຊ່ວງເຮືອຫຼວງພະບາງປີນີ້ທີ່ປາກນ້ຳຄານ

46

 

ພໍເຖິງມື້ແຮມ 14 ຄໍ່າ ຂອງເດືອນ 9 ລາວ ທຸກໆປີ, ງານຊ່ວງເຮືອປະເພນີ ເດືອນ 9 ຫໍ່ເຂົ້າປະດັບດີນ ອັນເປັນເອກະລັກສະເພາະຂອງຊາວນະຄອນຫຼວງພະບາງ, ເມືອງມໍລະດົກໂລກ ໄດ້ຖືກຈັດຂື້ນ ໂດຍປີນີ້ ແມ່ນກົງກັບວັນທີ 29 ສິງຫາ 2019, ຊຶ່ງປະກອບມີຫຼາກຫຼາຍກິດຈະກຳເພື່ອຮ່ວມສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ 2019 ຢູ່ແຂວງຫຼວງພະບາງ.

ສຳລັບບັນຍາກາດໂດຍລວມຂອງງານສຳລັບປີນີ້ ເຫັນວ່າມີຄວາມຄືກຄື້ນມ່ວນຊື່ນກວ່າປີຜ່ານມາ, ໂດຍມີເຮືອຊ່ວງມາຈາກບັນດາບ້ານ, ສຳນັກງານຕ່າງໆອ້ອມຂ້າງແຂວງ, ເມືອງອ້ອມຂ້າງ ແລະ ແຂວງໃກ້ຄຽງຈຳນວນໜື່ງ ເຂົ້າຮ່ວມແຂ່ງຂັນທັງໝົດຈຳນວນ 31 ລໍາ.

ຜ່ານການແຂ່ງຂັນທ່າມກາງສຽງຮ້ອງສຽງເຊຍດັງກ້ອງກັງວານຂອງຝູງຊົນທີ່ຢູ່ເຕັມສອງຟາກຝັ່ງແມ່ນໍ້າຄານ, ໂດຍສະເພາະ ໃນຮອບຊິງຊະນະເລີດ ຊຶ່ງຕ້ອງໄດ້ແຂ່ງຂັນເຖີງ 2 ລ່ອງ, ຍ້ອນເຮືອຊ່ວງຂອງຮ້ານຂາຍລົດບ້ານດອນແຊ້ມ ຊຶ່ງເປັນແຊ້ມເກົ່າ ໄດ້ເສຍໃຫ້ເຮືອຊ່ວງນະຄອນຫຼວງວຽງຈັນ, ເຮືອລີສອດປາກນ້ຳຄານ ໃນຮອບຮອງຊະນະເລີດ ແຕ່ກັບມາເອົາຊະນະຄືນ ໃນຮອບຊິງຊະນະເລີດ.

ຈາກນັ້ນ ຈຶ່ງຕ້ອງໄດ້ແຂ່ງຕື່ມໃນລ່ອງຕັດສິນ, ຊຶ່ງຜົນປະກົດວ່າ ອັນດັບທີ 1 ໄດ້ແກ່ ເຮືອຊ່ວງຈາກນະຄອນຫຼວງວຽງຈັນ ເຮືອລີສອດປາກນ້ຳຄານ ໄດ້ຮັບຂັນຄອງແຊ້ມ 3 ປີ ເປັນປີທຳອິດ ເປັນຂັນເງີນ ນໍ້າໜັກ 1 ກິໂລເຄີ່ງ ແລະ ຂັນຊະນະເລີດປະຈໍາປີ ເປັນຂັນເງີນ ນໍ້າໜັກ 1 ກິໂລ ພ້ອມດ້ວຍເງິນສົດ 15 ລ້ານກີບ.

ອັນດັບທີ 2 ເຮືອຊ່ວງຮ້ານຂາຍລົດດອນແຊ້ມ, ແຊ້ມເກົ່າປີຜ່ານມາ ໄດ້ຮັບຂັນເງີນນໍ້າໜັກ 800 ກຼາມພ້ອມດ້ວຍເງິນສົດ 14 ລ້ານກີບ, ອັນດັບທີ 3 ແມ່ນເຮືອຊ່ວງກຸ່ມທຸລະກິດຊ້າງເພັດ ໄດ້ຮັບຂັນເງີນນໍ້າໜັກ 500 ກຼາມ ພ້ອມດ້ວຍເງິນສົດ 13 ລ້ານກີບ.

ອັນດັບທີ 4 ໄດ້ແກ່ ເຮືອຊ່ວງແຂວງໄຊຍະບູລີ ໄດ້ຮັບເງີນສົດ 12 ລ້ານກີບ, ອັນດັບທີ 5 ເຮືອຊ່ວງເມືອງໂພນໄຊ ໄດ້ຮັບເງີນສົດ 11 ລ້ານກີບ, ອັນດັບທີ 6 ແມ່ນ ເຮືອຊ່ວງບໍລິສັດລາວແກັດ ບ້ານສັງຄະໂລກ 2 ໄດ້ຮັບເງີນສົດ 10 ລ້ານກີບ, ອັນດັບທີ 7 ເຮືອຊ່ວງທະນາຄານ (ນາວາຜານາກ) ໄດ້ຮັບເງີນສົດ 9 ລ້ານກີບ, ແລະ ອັນດັບທີ 8 ເຮືອຊ່ວງສະໜາມບິນສາກົນຫຼວງພະບາງ ບ້ານຫາດຮ່ຽນ ໄດ້ຮັບເງີນສົດ 8 ລ້ານ 5 ແສນກີບ. ສ່ວນເຮືອທີ່ເຫຼືອນັ້ນ ແມ່ນໄດ້ຮັບລາງວັນຊົມເຊີຍ ລາງວັນລະ 8 ລ້ານກີບ.

ໃຫ້ກຽດຂຶ້ນມອບລາງວັນໃນຄັ້ງນີ້ ມີທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ, ໂດຍມີການນຳອື່ນໆຂອງແຂວງຫຼວງພະບາງ ແລະ ແຂກຮັບເຊີນເຂົ້າຮ່ວມເປັນສັກຂີພະຍານ.

ການຈັດງານຊ່ວງເຮືອໃນໂອກາດບຸນຫໍ່ເຂົ້າປະດັບດີນ ຢູ່ນະຄອນຫຼວງພະບາງ, ເມືອງມໍລະດົກໂລກ ໃນປີນີ້ ແມ່ນມີເປົ້າໝາຍລວມເພື່ອເປັນການອານຸລັກວັດທະນະທຳ, ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຊາວຫຼວງພະບາງຊຶ່ງໄດ້ຮັບການສືບທອດມາແຕ່ດືກດຳບັນ; ອີກປະການໜື່ງກໍ່ແມ່ນເພື່ອເປັນການຊົມເຊີຍຜົນສຳເລັດ ໃນການຜະລິດລະດູນາປີຂອງຊາວກະສິກອນ ທັງເປັນ ການຜູກແໜ້ນ ຄວາມສາມັກຄີລະຫ່ວາງບ້ານຕໍ່ບ້ານ ດ້ວຍການທົດສອບກຳລັງແຮງໂດຍຜ່ານການແຂ່ງຂັນຊ່ວງເຮືອ.

ໂດຍ: ອາພຸດເດດ ບຸບຜາ