ຄາລະວານທ່ອງ​ທ່ຽວ ສູ່​​ທຳ​ມະ​ຊາດມຸ້ງເປົ້າພັດທະນາຫຼາຍແຫ່ງແບບປະຊາຊົນມີສ່ວນຮ່ວມ

97

ລາວເຮົາເອງ ກໍມີແຫຼ່ງທ່ອງທ່ຽວຫຼາຍແຫ່ງ ຈະເປັນທາງທໍາມະຊາດ, ວັດທະນະທໍາ ທີ່ຕິດພັນກັບການດໍາລົງຊີວິດຮີດຄອງປະເພນີ ແລະ ອື່ນໆທັງເກົ່າ ແລະ ໃໝ່ທີ່ໄດ້ຮັບການພັດທະນາປັບປຸງໃຫ້ເຂົ້າກັບຍຸກສະໄໝ ຫຼື ຈະເປັນການອານຸລັກຮັກສາໄວ້ແບບເກົ່າເພື່ອໃຫ້ຄົນລຸ້ນຫຼັງໄດ້ສືບຕໍ່ໄປ ແຕ່ຖ້າຈະວ່າໄປແລ້ວຫຼາຍໆຄົນກໍມັກໄປທ່ຽວໄກໆ, ທັງໆທີ່ພາຍໃນນະຄອນຫຼວງເຮົາເອງກໍ່ມີສະຖານທີ່ທ່ອງທ່ຽວ ພັກຜ່ອນທີ່ສວຍງາມ ແລະ ໜ້າສົນໃຈຢູ່ຫຼາຍແຫຼ່ງ ໂດຍສະເພາະທີ່ເມືອງໄຊຖານີ.

*

*

*

ເພື່ອເປັນການນຳພາຂະບວນສູ່ແຫຼ່ງທ່ອງທ່ຽວ ແລະເຮັດໃຫ້ປະຊາຊົນຮູ້ຈັກບ່ອນທ່ຽວພາຍໃນຫຼາຍຂຶ້ນ ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້ສົມ­ທົບ​ກັບ​ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ນະຄອນຫຼວງວຽງຈັນ ​ຈັດ​ຄາ​ຣາ​ວານ​ລົດ​ທ່ອງ​ທ່ຽວ ສູ່​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ນ້ຳ­ຕົກ­ຕາດ​ພູ­ເຂົາ​ຄວາຍ ກຸ່ມ​ບ້ານ​ຊ້າງ ເມືອງ​ໄຊ​ທາ­ນີ ເປັນປີທີ 4 ໃນ​ວັນ​ທີ 23 ສິງ­ຫາ 2019 ຜ່ານມາ.

*

*

*

ນໍາພາໂດຍ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໆ ໄຊທານີ ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະປະທານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມລວມພາຫະນະ 100 ຄັນ ເຂົ້າຮ່ວມເປັນຂະບວນຢ່າງເບິກບານມ່ວນຊື່ນ.

*

*

*

ລາລະວານລົດໃນຄັ້ງນີ້ເລີ່ມອອກເດີນທາງຕາມ​ເສັ້ນ­ທາງ​ເລກ​ທີ 10 ທ່າ​ງ່ອນ ເພື່ອ​ທ່ຽວ​ຊົມ​ສະ­ຖານ­ທີ່​ຕາດ​ຊອຍ­ວອຍ ຮອຍ​ຕີນ​ພະ​ບາດ ນ້ຳ​ຕົກ​ຕາດ​ຫ້ວຍ​ເທົາ ເມືອງໄຊທານີ ແລະ ໄດ້​ໄປ​ທ່ຽວ​ຊົມ​ຕາດ​ວັງ​ຫຼວງ ເມືອງ​ປາກ​ງື່ມອີກດ້ວຍ.

*

*

*

ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໆ ໄຊທານີກ່າວວ່າ: ຄາ​ຣາ​ວານ​ລົດ​ທ່ອງ​ທ່ຽວ​ສູ່​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ນ້ຳ­ຕົກ­ຕາດ​ພູ­ເຂົາ​ຄວາຍ​ຄັ້ງ​ນີ້ ເປັນ​ໂຄງ­ການ​ໜຶ່ງ​ທີ່​ຊ່ວຍຊຸກ­ຍູ້-ສົ່ງ­ເສີມ​ວຽກ​ງານ​ທ່ອງ​ທ່ຽວ ເຊິ່ງ​ແຫຼ່ງ​ທ່ອງ​ທ່ຽວ​ຢູ່ ນະຄອນຫຼວງວຽງຈັນຍັງ​ມີ​ຫຼາຍ​ຈຸດ​ທີ່​ໂດດ​ເດັ່ນສວຍງາມ ແຕ່​ຍັງ​ມີ​ຫຼາຍ​ຄົນ​ບໍ່​ທັນ​​ຮູ້ ແລະ ບໍ່​ທັນ​ໄດ້​ໄປ​ສຳ­ຜັດ ພະ​ແນກ ຖວ​ທ ນວ ຈຶ່ງ​ໄດ້​ສົມ­ທົບ​ກັບ​ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ຈັດ​ກິດ­ຈະ­ກຳ​ດັ່ງ­ກ່າວ​ຂຶ້ນ​ເພື່ອ​ໂຄ­ສະ­ນາ-ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ໃຫ້​ປະ­ຊາ­ຊົນ​ທັງພາຍໃນ​ ແລະ ຊາວຕ່າງແຂວງ ລວມທັງຕ່າງປະເທດໄດ້​ຮັບ​ຮູ້​ສະ­ຖານ­ທີ່​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ຂອງ​ພູ­ຜາ​ປ່າ­ໄມ້ ວັດ­ທະ­ນະ­ທຳ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ ທັງ​ເປັນ​ການ​ລະ­ນຶກ​ເຖິງ​ວັນ​ຢຶດ​ອຳ­ນາດ 23 ສິງ­ຫາ ຄົບ­ຮອບ 44 ປີ ແລະ ເພື່ອ​ສ້າງ​ຂະ ບວນ​ການ​ຄຳ­ນັບ​ຮັບຕ້ອນກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ​ຂອງ​ເມືອງ ແລະ ພະ​ແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນຕື່ມ​ອີກ.

*

*

*

*

ທີ່ສໍາຄັນກໍເພື່ອ ຢາກໃຫ້ນັກທ່ອງທ່ຽວໄດ້ເຫັນ ສໍາຜັດ​ ແລະ ຮ່ວມຊຸກຍູ້ສົ່ງເສີມ ອາ­ຫານ​ ເຄື່ອງ​ປ່າ​ຂອງ​ດົງ ແລະ ຜະ­ລິດ​ຕະ​ພັນ​ສີ­ໄມ້­ລາຍ­ມື​ຂອງ​ປະ­ຊາ­ຊົນ​ຢູ່​ໃກ້​ຄຽງ ທີ່​ໄດ້​ກະ­ກຽມ​ມາ​ໄວ້​ຈຳ­ໜ່າຍ ເປັນການໄດ້ປະກອບສ່ວນ ສ້າງອາຊີບ ເພີ່ມລາຍໄດ້ໃຫ້ແກ່ປະຊາຊົນໃນເຂດທ່ອງທ່ຽວນັ້ນໆພ້ອມ.

*

*