ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນຣັກບີ້ ຢູ 20 ຊີງແຊັມອາຊີ 2019

85

ສປປ ລາວ ກໍຄືສະຫະພັນຣັກບີ້ແຫ່ງຊາດລາວ ພ້ອມເຕັມຮ້ອຍແລ້ວຈະເປັນເຈົ້າພາບທີ່ດີ ຈັດການແຂ່ງຂັນກີລາຣັກບີ້ ຮຸ່ນອາຍຸບໍ່ເກີນ 20 ປີ ຫຼື ຢູ 20 ປະເພດທີມຍິງ ແລະ ທີມຊາຍ 7 ຄົນ ຊີງແຊັມອາຊີ ປະຈຳປີ 2019 ຈະຈັດຂຶ້ນ ລະຫວ່າງວັນທີ   24 – 25 ສິງຫາ 2019 ທີ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍມີ 9 ປະເທດເຂົ້າຮ່ວມຊີງໄຊ; ຂະນະທີ່ໂຄງການຊ່ວຍເຫຼືອພັດທະນາກີລາຣັກບີ້ເຍົາວະຊົນ ລັດຖະບານອົສຕຣາລີ ໃຫ້ການສະໜັບສະໜູນຫຼັກ 10 ພັນໂດລາສະຫະລັດ.

ພິທີຖະແຫຼງຂ່າວການຫ້າງຫາກະກຽມຄວາມພ້ອມຂອງສະຫະພັນຣັກບີ້ແຫ່ງຊາດລາວ ເປັນເຈົ້າພາບຈັດການແຂ່ງຂັນກີລາຣັກບີ້ ຢູ 20 ປີ ທີມຍິງ – ທີມຊາຍ ຊີງແຊັມອາຊີ 2019 ຈະຈັດຂຶ້ນໃນວັນເສົາ ແລະ ອາທິດນີ້ ທີ່ສະໜາມກີລາເຈົ້າອານຸວົງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະຫະພັນກີລາຣັກບີ້ແຫ່ງຊາດລາວ, ທ່ານ Chris Mastaglio ຜູ້ອຳນວຍການໂຄງການຊ່ວຍເຫຼືອພັດທະນາກີລາຣັກບີ້ເຍົາວະຊົນ ຈາກລັດຖະບານອົສຕຣາລີ ແລະ ທ່ານ ປີຊາ  ວົງເດືອນເພັງ ຜູ້ຈັດການພັດທະນາກີລາຣັກບີ້ຂອງສະຫະພັນກີລາຣັກບີ້ແຫ່ງຊາດລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ, ຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສົມສະໜຸກ ມີໄຊ ກ່າວວ່າ: ປີນີ້ເປັນປີທີ່ພິເສດ ແລະ ສຳຄັນທີ່ສຸດຂອງຊາວອາຊີພວກເຮົາ ນອກຈາກປະເທດຍີ່ປຸ່ນ ຈະໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນຣັກບີ້ ຊີງແຊັມໂລກໃນມໍ່ໆນີ້ແລ້ວ ສປປ ລາວ ພວກເຮົາກໍໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຣັກບີ້ຊີງແຊັມ ຢູ 20 ປີ ຍິງ – ຊາຍ ປະເພດ 7 ຄົນ ຊີງແຊັມອາຊີ ໃນລະຫວ່າງ 24 – 25 ສິງຫານີ້ ທີ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍມີ 9 ປະເທດເຂົ້າຮ່ວມຊີງໄຊ ປະກອບມີ: ໄຕ້ຫວັນ ( ຈີນ ), ຮົງກົງ ( ຈີນ ),           ອິນເດຍ, ມາເລເຊຍ, ໄທ, ສິງກະໂປ,      ສ.ເກົາຫຼີ, ອຸດສະເບກິດສະຖານ ແລະ ສປປ ລາວ. ໃນນັ້ນ, ປະເພດທີມຊາຍ ມີ 8 ທີມ ແບ່ງອອກເປັນ 2 ກຸ່ມ ຄັດເອົາທີມທີ່ມີຄະແນນດີທີ່ສຸດ ອັນດັບທີ 1 ແລະ ທີ 2 ຂອງແຕ່ລະກຸ່ມເຂົ້າຮອບ 4 ທີມ.

ກຸ່ມ ເອ ມີ: ໄຕ້ຫວັນ ( ຈີນ ), ຮົງກົງ  ( ຈີນ ) ແລະ ອຸດສະເບກິດສະຖານ.

ກຸ່ມ ບີ ມີ: ໄທ, ສິງກະໂປ, ສ.ເກົາຫຼີ ແລະ ສປປ ລາວ.

ຂະນະທີ່ປະເພດທີມຍິງ ມີ 5 ທີມ ປະກອບມີ: ໄທ, ສິງກະໂປ, ຮົງກົງ, ອິນເດຍ ແລະ ສປປ ລາວ ຈັດເປັນກຸ່ມດຽວແຂ່ງຂັນພົບກັນໝົດຄັດເອົາທີມທີ່ມີຄະແນນດີອັນດັບທີ 1 – 2 ໄປຊີງຊະນະເລີດ ແລະ ຄັດເອົາທີ 3 ແລະ ທີ 4 ໄປຊີງອັນດັບທີ 3 ສ່ວນໜ້າວຽກອື່ນພວກເຮົາກໍໄດ້ກຽມພ້ອມໝົດແລ້ວ ໂດຍສະເພາະໄດ້ປະສານພົວພັນ ແລະ ຈັດການຕ້ອນຮັບນັກກີລາຈາກບັນດາຊາດຕ່າງໆ ແລະ ນັບມາຮອດປັດຈຸບັນກໍມາເຖິງ ສປປ ລາວ ເປັນສ່ວນໃຫຍ່ແລ້ວ.

ໂອກາດດຽວກັນ, ທ່ານ Richard Van Den Broek ຫົວໜ້າຄູຝຶກທັບນັກກີລາຣັກບີ້ຍິງ – ຊາຍ ທີມຊາດລາວ ກ່າວວ່າ: ການກຽມທີມຊຸດນີ້ແມ່ນກຽມມາໄດ້ 1 ປີແລ້ວ ໂດຍມີເປົ້າໝາຍບໍ່ສະເພາະຈະເຂົ້າແຂ່ງຂັນພຽງລາຍການນີ້ຢ່າງດຽວ ແລະ ມີຫຼາຍຄົນທີ່ໄດ້ຜ່ານຜ່າປະສົບການເຂົ້າຮ່ວມແຂ່ງຂັນຕ່າງປະເທດມາຫຼາຍຄົນແລ້ວ ເປັນຕົ້ນແມ່ນເມື່ອບໍ່ດົນມານີ້ກໍໄດ້ເຂົ້າຮ່ວມການແຂ່ງຂັນຣັກບີ້ຊີງແຊັມນາໆຊາດ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ສິ່ງທີ່ໄດ້ຕາມມາແມ່ນທຸກຄົນມີຄວາມຫ້າວຫັນ, ມີທັກສະທີ່ດີ ແລະ ສາມາດຍາດແຍ່ງເອົາປະສົບການຈາກການເຂົ້າຮ່ວມແຂ່ງຂັນທີ່ຕ່າງປະເທດ ນຳມາພັດທະນາຕົນເອງມີທ່າກ້າວທີ່ພົ້ນເດັ່ນ ສຳຄັນທຸກຄົນຢຶດໝັ້ນຄວາມສາມັກຄີເປັນຫຼັກ ແລະ ມີຈິດໃຈຫ້າວຫັນ ເຊື່ອວ່າການເຂົ້າຮ່ວມແຂ່ງຂັນລາຍການນີ້ນັກກີລາຣັກບີ້ລາວຈະສາມາດສ້າງຜົນງານໄດ້ດີ ແລະ ເຮັດໃຫ້ກອງເຊຍຣັກບີ້ລາວບໍ່ຜິດຫວັງຢ່າງແນ່ນອນ.