ເທຄວັນໂດ ຊີງຂັນທ່ານເຈົ້າຄອງ ເປີດສາກທ້າຍເດືອນນີ້

94

ການແຂ່ງຂັນກີລາເທຄວັນໂດ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 2 ຈະເປີດສາກຂຶ້ນໃນລະຫວ່າງວັນທີ 24 – 25 ສິງຫາ 2019 ທີ່ເດີ່ນຮົ່ມບູຢອງ ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີການແຂ່ງຂັນທັງໝົດ 6 ຮຸ່ນ.

ເມື່ອວັນທີ 15 ສິງຫາ 2019 ທີ່ເດີ່ນຮົ່ມບູຢອງ ໄດ້ມີພິທີຖະແຫຼງຂ່າວຈັດການແຂ່ງຂັນລາຍການດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ທ່ານ ສິງຄໍາ ນາລິນ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ພ້ອມດ້ວຍຕາງໜ້າຜູ້ສະໜັບສະໜູນ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ກ່າວວ່າ: ທາງສະຫະພັນເທຄວັນໂດ ຖືເອົາການແຂ່ງຂັນຄັ້ງນີ້ເປັນການສ້າງບັນຍາກາດ ເພື່ອສະເຫຼີມສະຫຼອງວັນຢຶດອໍານາດ 23 ສິງຫາ ຄົບຮອບ 44 ປີ, ເປັນການພັດທະນາຍົກລະດັບຄວາມສາມາດໃຫ້ແກ່ນັກກີລາທົ່ວປະເທດ, ສ້າງຄວາມສາມັກຄີ, ມີນໍ້າໃຈນັກກີລາ ແລະ ຄັດເລືອກເອົານັກກີລາດີເດັ່ນ ເພື່ອສ້າງເປັນທີມຊາດ ແລະ ກະກຽມຄັດເລືອກນັກກີລາລຸຍຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍປີນີ້.

ສໍາລັບການແຂ່ງຂັນຈະຈັດຂຶ້ນລະຫວ່າງວັນທີ 24 – 25 ສິງຫາ 2019 ທີ່ເດີ່ນຮົ່ມບູຢອງ ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ປະກອບມີ 6 ຮຸ່ນ ຄື: ຮຸ່ນອາຍຸ 8 ປີ, 10 ປີ, 12 ປີ, 15 ປີ, 17 ປີ ແລະ ຮຸ່ນປະຊາຊົນ ທັງປະເພດຍິງ ແລະ ຊາຍ.

ສ່ວນລາງວັນຊະນະເລີດຈະໄດ້ຫຼຽນຄໍາ ແລະ ໃບຢັ້ງຢືນ, ທີ 2 ໄດ້ຫຼຽນເງິນ ພ້ອມໃບຢັ້ງຢືນ ແລະ ທີ 3 ຮ່ວມ ໄດ້ຫຼຽນທອງ ພ້ອມໃບຢັ້ງຢືນ. ນອກນັ້ນ, ຍັງມີຂັນລາງວັນຄະແນນລວມທີມສູງສຸດອັນດັບ 1, 2 ແລະ 3 ຕາມລໍາດັບ ລວມທັງຍັງມີຂັນລາງວັນນັກກີລາ, ຄູຝຶກ, ກໍາມະການ ແລະ ກອງເຊຍດີເດັ່ນອີກດ້ວຍ.

( ຄໍາສອນ )