ສິງກະໂປຕັ້ງເປົ້າຍົກເລີກແບບຟອມເຈ້ຍຕາມດ່ານໃນປີ2021

44

ລັດຖະບານສິງກະໂປຕໍ່ເວລາການທົດລອງຂຽນແບບຟອມຕາມດ່ານຜ່ານແດນແບບອອນລາຍເພື່ອໃຫ້ຄວບຄຸມເຖິງຄົນຕ່າງປະເທດທີ່ເດີນທາງມາກັບສາຍການບິນ,ລົດໂດຍສານ,ເຮືອທີ່ຮ່ວມໂຄງການ,ພ້ອມຕັ້ງເປົ້າຍົກເລີກເອກະສານຫຼືແບບຟອມຕາມດ່ານທົ່ວປະເທດແບບເຈ້ຍໃຫ້ໄດ້ພາຍໃນ2ປີຕໍ່ໜ້າຫຼືໃນປີ2021.

ໜ່ວຍງານກວດຄົນເຂົ້າເມືອງສິງກະໂປເປີດທົດລອງລະບົບຂຽນແບບຟອມອອນລາຍໃຫ້ຄວບຄຸມເຖິງຄົນຕ່າງປະເທດໂດຍມີຜົນຕັ້ງແຕ່ວັນທີ14ເດືອນ ສິງຫາທີ່ຜ່ານມາ,ຜູ້ຄົນທີ່ເດີນທາງໄປສິງກະໂປສາມາດເຂົ້າໄປຂຽນຂໍ້ມູນລາຍລະອຽດການເດີນທາງເຂົ້າສິງກະໂປທາງເວັບໄຊຂອງທາງການຫຼືໃນແອບພລິເຄຊັນທາງໂທລະສັບມືຖືໄດ້ລ່ວງໜ້າ14ວັນກ່ອນເດີນທາງ.

ການພັດທະນາລະບົບແບບຟອມຕາມດ່ານຜ່ານແດນແບບອອນລາຍມີຈຸດປະສົງເພື່ອຫຼຸດຂັ້ນຕອນເອກະສານ ແລະ ການລະບາຍຜູ້ໂດຍສານຂາອອກຢູ່ທີ່ສະໜາມບິນສາກົນຫຼືດ່ານກວດຄົນເຂົ້າເມືອງຈຸດຕ່າງໆໃນສິງກະໂປ.

ດ່ານກວດຄົນເຂົ້າເມືອງສິງກະໂປເລີ່ມຈັດຕັ້ງປະຕິບັດການຂຽນແບບຟອມທາງອອນລາຍມາຕັ້ງແຕ່ປີ2018ໂດຍຜູ້ຄົນທີ່ເດີນທາງໄປສິງກະໂປສາມາດລົງທະບຽນໃນການເດີນທາງເຂົ້າສິງກະໂປຜ່ານເວັບໄຊຂອງທາງການ.