ໄດ້ແລ້ວ 4 ທີມຕົວແທນ ອີ-ສະປອດ ທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນຊີງແຊັມໂລກ ທ້າຍປີນີ້

145

ການຄັດເລືອກນັກກີລາ ອີສະປອດ ທີມຊາດລາວ ຈັດຂຶ້ນໃນວັນທີ 3 – 11 ສິງຫາ 2019 ເພື່ອຄັດເອົາອັນດັບທີ 1 ຂອງແຕ່ລະປະເພດເກມ ໄປແຂ່ງທີ່ປະເທດມາເລເຊຍ, ເຊິ່ງຈະລວມເອົາ 10 ປະເທດອາຊຽນ ມາແຂ່ງຮ່ວມກັນ, ນອກນັ້ນນັກກີລາຍັງມີໂອກາດ ພົບກັບ ທີມທີ່ມາຈາກຫຼາຍປະເທດ ແລກປ່ຽນວັນທະນະທຳທີ່ແຕກຕ່າງໃຫ້ກັນ ແລະ ກັນ.

ໂດຍເມື່ອວັນທີ 11 ສິງຫາ ທີ່ຜ່ານມາ ທີ່ອາຄານ ລາວອາດ ມີເດຍ ບ້ານດົງນາໂຊກ ນະຄອນຫຼວງວຽງຈັນ ໄດ້ມີການຈັດການແຂ່ງຂັນຄັດເລືອກຮອບຊີງຊະນະເລີດ ເພື່ອຄັດເອົາ 4 ທີມຈາກ 4 ປະເພດເກມ ເປັນຕົວແທນປະເທດ ໄປຮ່ວມແຂ່ງຂັນຊີງແຊັມໂລກ ໂຊນອາຊີ ທີ່ປະເທດ ມາເລເຊຍ ໃນທ້າຍປີນີ້ ໂດຍທັງ 4 ທີມແມ່ນໄດ້ຮັບເງິນລາງວັນລວມ 45 ລ້ານກີບ.

ຜ່ານການແຂ່ງຂັນປາກົດວ່າ: ປະເພດ Dota 2 (ແຂ່ງ 5 ແລະ ສໍາຮອງ 3 ຄົນ) ທີມທີ່ໄດ້ຊະນະເລີດຕົກເປັນຂອງ Aggressive Slayer ທີ່ເອົາຊະນະຊະນະ ທີມ Revolution ໄປໄດ້ 2-0 ເກມ; ປະເພດ CSGO Man (ແຂ່ງ 5 ແລະ ສໍາຮອງ 3 ຄົນ) ທີມຊະນະເລີດຕົກເປັນຂອງ VET ( Vientiane all Stars ) ທີ່ຊະນະ ທີມ E-Vian ໄປໄດ້ 2-0 ເກມ; ປະເພດ CSGO Women (ແຂ່ງ 5 ແລະ ສໍາຮອງ 3 ຄົນ) ທີມຊະນະເລີດເປັນຂອງ Acid-Base Esports ແລະ ປະເພດ Starcraft ແຂ່ງດ່ຽວ II ທີມຊະນະເລີດໄດ້ແກ່ Mr.Robot ຈາກການເອົາຊະນະ Undead ໄປໄດ້ 2-0 ເກມ.

ເຊິ່ງໃນນັ້ນ ມີ ສະໂມສອນກິລາ ອີສະປອດ ນ້ອງໃຫມ່ ທີ່ໜ້າຕິດຕາມ ນັ້ນຄື ທີມ VTE e Sports ໂດຍສະໂມສອນດັ່ງກ່າວ ເປັນສະໂມສອນທີ່ມີສະມາຊິກນັກກິລາປະເພດທີມ CS:GO ເຊິ່ງໃນປີນີ້ ຕັ້ງເປົ້າຫມາຍໄວ້ວ່າຈະເປັນທີມຈາກລາວທີມທຳອິດທີ່ເຂົ້າໄປໃນຮອບເລິກທີ່ສຸດຂອງງານແຂ່ງລະດັບໂລກ WESG 2019 ໂດຍສະໜາມແຂ່ງຕໍ່ໄປຈະຈັດຂຶ້ນທີ່ປະເທດມາເລເຊຍ

ເຊິ່ງ VTE e Sports ແມ່ນຄວາມຫວັງໃຫມ່ ຂອງວົງການກິລາ ອີສະປອດ ລາວ ທີ່ພະຍາມພິສູດຕົນເອງຕໍ່ຄອບຄົວ ແລະ ຕໍ່ສັງຄົມ ວ່າການຫລິ້ນເກມ ຂອງພວກເຂົາ ບໍ່ແມ່ນພຽງຂອງຫລິ້ນ ແຕ່ມັນຄືຊີວິດ ຄວາມມັກ ແລະ ລະບຽບວິໃນ ໃນການຝຶກຊ້ອມ ກ່ອນຈະໄດ້ມາແຫ່ງຄວາມສຳເລັດ ເປັນໂຕແທນປະເທດລາວ ຢ່າງພູມໃຈ ໂດຍບໍ່ມີຂໍ້ສົງໄສຫຍັງໃນຄວາມສາມາດ

ສະນັ້ນ ສິ່ງທຳອິດ ຕໍ່ຈາກນີ້ ທີ່ທີມ VTE e Sports ຈະເຮັດກໍຄື ຂໍກຳລັງໃຈ ແລະ ແຮງສະໜັບສະໜູນ ໃນທຸກດ້ານເພື່ອໃຫ້ທຸງຊາດລາວ ໄດ້ປິວຢ່າງສະຫງ່າ ໃນເວທີສາກົນຢ່າງພາກພູມໃຈ

ຕິດຕາມການເຄື່ອນໄຫວເພີ່ມຕື່ມໄດ້ທີ່: VTE e Sports Facebook page :https://www.facebook.com/VTEeSport