ຕ້ອງໄປໃຫ້ໄດ້ຫຼິ້ນນໍ້າຫິນ 7 ຊັ້ນ ທີ່ຕາດຊາຍ ເມືອງທ່າພະບາດ

217

ນໍ້າຕົກຕາດຊາຍ ເປັນນໍ້າຕົກແຫ່ງໜຶ່ງທີ່ມີຊື່ສຽງໃນເຂດເມືອງທ່າພະບາດ ກໍ່ຄືແຂວງບໍລິຄຳໄຊ ເຊິ່ງຕັ້ງຢູ່ ບ້ານຫາດໄຄ້ ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ຕາດດັ່ງກ່າວ ເປີດເປັນສະຖານທີ່ທ່ອງທ່ຽວຢ່າງເປັນທາງການ ເມື່ອວັນທີ 26 ກັນຍາ 2003 ຕາດຊາຍມີທີ່ຕັ້ງຫ່າງຈາກຕົວເມືອງປາກຊັນປະມານ 52 ກິໂລແມັດ ແລ້ວລ້ຽວຂວາເຂົ້າໄປທາງແບ່ງ ບ້ານປ່າໄລ່ ແລ້ວລ້ຽວຂວາເຂົ້າ ບ້ານຫາດໄຄ້ ປະມານ 16 ກິໂລແມັດ.

ນໍ້າຕົກຕາດຊາຍເປັນສະຖານທີ່ທ່ອງທ່ຽວທີ່ມີທິວທັດທາງທຳມະຊາດຊີວະນາໆພັນທີ່ສວຍງາມເລາະລຽບຕາມສາຍທາງ ແຄມນໍ້າຕົກຕາດ ມີດອກເຜິ້ງຫຼາຍສາຍພັນທີ່ເກີດຈາກທໍາມະຊາດ ດອກເຜິ້ງດັ່ງກ່າວ ເປັນດອກໄມ້ທີ່ອານຸລັກ ແລະ ປົກປັກຮັກສາໂດຍປ່າສະຫງວນແຫ່ງຊາດພູເຂົາຄວາຍ.

ໃນບໍລິເວນດັ່ງກ່າວຍັງມີຕົ້ນໄມ້ທີ່ມີຂະໜາດໃຫຍ່ ແລະ ປ່າໄມ້ປ້ອງທີ່ຄອຍເປັນຮົ່ມເງົາໃຫ້ກັບແຂກທີ່ມາທ່ຽວຊົມ ນໍ້າຕົກຕາດຊາຍ ເປັນນໍ້າຕົກຕາດທີ່ມີຄວາມສູງເຖິງເຈັດຊັ້ນຕິດຕໍ່ກັນລົງມາ ແຕ່ລະຊັ້ນມີຄວາມສູງຫຼຸດລື່ນກັນໄປ, ທາງລຸ່ມກ້ອງນໍ້າຕົກຕາດແມ່ນເປັນອ່າງນໍ້າທີ່ມີຂະໜາດກວ້າງພໍສົມຄວນ ຄ້າຍຄືກັນກັບວ່າ ມີຄົນຕັ້ງໃຈສ້າງໄວ້ ນໍ້າໃນອ່າງແມ່ນມີຄວາມໃສຈົນສາມາດສ່ອງລົງເຫັນຮອດພື້ນ.
ນອກຈາກຈະໃສແລ້ວ ນໍ້າໃນອ່າງນໍ້າຍັງມີຄວາມເຢັນພໍສົມຄວນ ເພາະເປັນແຫຼ່ງນໍ້າທີ່ເກີດຈາກທຳມະຊາດ ແລະ ຖືກອ້ອມຮອບດ້ວຍກ້ອນຫີນທີ່ມີຂະໜາດໃຫຍ່ຫຼາຍກ້ອນ, ນໍ້າທີ່ຕົກລົງມາໃສ່ອ່າງແມ່ນມີຄວາມງົດງາມ ກະແສນໍ້າທີ່ຕົກເປັນໝອກຟົ້ງຂຶ້ນ ເວລາກະທົບກັບແສງຕາເວັນ ທີ່ມີຄວາມຮ້ອນສູງ ເຮົາສາມາດເບິ່ງເຫັນປະຕິກິລິຍາຂອງນໍ້າກັບແສງຕາເວັນ ເປັນຄືຮຸ້ງກິນນໍ້າ.

ເລາະລຽບຕາມສາຍນໍ້າລົງມາປະມານ 200 ແມັດ ແມ່ນມີໜ້າຜາທີ່ມີຄວາມສູງຊັນ ຊາວບ້ານເອີ້ນສະຖານທີ່ດັ່ງກ່າວນັ້ນວ່າ “ຜາຊາຍ” ຄຳວ່າຜາຊາຍ ແມ່ນມາຈາກກະແສນໍ້າທີ່ໄຫຼມາຈາກຕາດຊາຍ ຜາດັງກ່າວສາມາດລົງໄດ້ແຕ່ລະດູແລ້ງ ສ່ວນລະດູຝົນແມ່ນບໍ່ສາມາດລົງໄດ້.

ໃນຊ່ວງລະດູຝົນນີ້ທໍາມະຊາດບໍລິເວນດັ່ງກ່າວແມ່ນມີຄວາມສວຍງາມເປັນພິເສດ ເພາະວ່າດອກເຜິ້ງຫຼາຍຊະນິດກຳລັງອອກດອກບານໄປທົ່ວ ມີຫຼາກຫຼາຍສີສັນ ເຮັດໃຫ້ເປັນທີ່ປະຈັກຕາຂອງແມງໄມ້ນາງໆຊະນິດ ທີ່ຄອຍເກັບນໍ້າຫວານຈາກດອກໄມ້ດັ່ງກ່າວ ປ່າໄມ້ໃນແຖບນັ້ນແມ່ນມີຄວາມຊຸ່ມຊື່ນຂຽວງາມກວ່າລະດູແລ້ງ ແລະ ທີ່ສຳຄັນໄປກວ່ານັ້ນ ແມ່ນນໍ້າໃນຕາດຊາຍຈະມີຫຼາຍເປັນພິເສດເຮັດໃຫ້ເປັນທີ່ເພິ່ງພໍໃຈຂອງນັກທ່ອງທ່ຽວທີ່ມາທ່ຽວຊົມ ແລະ ຫຼີ້ນນໍ້າໃນບໍລິເວນຕາດຊາຍ.

ພາບຈາກ: ແຟນຂ່າວ