ປົ່ນປາທູມີໂອເມກ້າ 3 ຊ່ວຍບໍາລຸງສະໝອງ

140

ໃນປາທູ 100 ກຣາມ ຈະມີໂອເມກ້າ 3 ປະມານ 2 – 3 ກຣາມ ເຊິ່ງເປັນປະລິມານທີ່ພຽງພໍຕໍ່ຮ່າງກາຍທີ່ຈະໄດ້ຮັບໃນແຕ່ລະມື້ ແລະ ຄວາມເຊື່ອທີ່ວ່າເມື່ອກິນປາແລ້ວຈະສະຫຼາດນັ້ນຖືວ່າເປັນເລື່ອງຈິງ ເພາະການກິນປາທີ່ມີໂອເມກ້າ 3 ສຳລັບເດັກແມ່ນຈະຊ່ວຍເສີມສ້າງການຈະເລີນເຕີບໂຕ ແລະ ຊ່ວຍບຳລຸງສະໝອງໃຫ້ແຂງແຮງ. ລວມທັງຜູ້ເຖົ້າທີ່ຮ່າງກາຍເລີ່ມເສື່ອມໄປຕາມການເວລາ ເພາະສາມາດເຂົ້າໄປຊ່ວຍປັບສົມດຸນ ແລະ ເຮັດໃຫ້ຮ່າງກາຍແຂງແຮງນຳ ມື້ນີ້ເຮົາຈະມາເຮັດປົ່ນປາທູກິນກັບຜັກສົດ ແລະ ຜັກລວກ.

ສ່ວນປະສົມ: ປາທູ 4 ໂຕ, ໝາກເຂືອ 4 ໜ່ວຍ, ໝາກເຜັດ 5 ໜ່ວຍ ຫຼື ຕາມໃຈມັກ, ນ້ຳຕານ 1/4 ບ່ວງກາເຟ, ນ້ຳປາແດກດິບ 3 – 5 ບ່ວງແກງ, ເກືອ 1/2 ບ່ວງກາເຟ,  ກະທຽມລາວ 3 ຫົວໃຫຍ່, ຫົວຜັກບົ່ວແດງ 3 ຫົວ,  ຜັກຫອມປ້ອມ 2 ຕົ້ນ, ຫົວຜັກບົ່ວໃບ 2 ຕົ້ນ,  ນ້ຳສະອາດ 1 ຖ້ວຍໃຫຍ່.

ວິທີປຸງແຕ່ງ:

1  ກ່ອນອື່ນແມ່ນປີ້ງປາທູ, ຫົວກະທຽມ, ໝາກເຜັດ ແລະ ຫົວຜັກບົ່ວແດງໃຫ້ສຸກດີ. ຈາກນັ້ນ, ເອົາປາທູມາໄຈ້ກ້າງອອກກຽມໄວ້ ຈຶ່ງເອົານ້ຳໃສ່ໝໍ້ຄ້າງໄຟປານກາງ ເມື່ອນ້ຳຟົດເອົາໝາກເຂືອ, ເກືອ ແລະ ນ້ຳປາແດກລົງຕົ້ມຈົນໝາກເຂືອສຸກ ຈຶ່ງຕັກໝາກເຂືອໃສ່ຖ້ວຍໄວ້.

2  ຫຼັງຈາກນັ້ນ, ເອົາຫົວກະທຽມ, ໝາກເຜັດ, ຫົວຜັກບົ່ວແດງ ແລະ ນ້ຳຕານໃສ່ຄົກຕຳໃຫ້ລະອຽດ ຈຶ່ງໃສ່ໝາກເຂືອ ແລະ ປາທູລົງໄປຕຳ ( ແລ້ວແຕ່ຄົນມັກມຸ່ນ ຫຼື ບໍ່ມຸ່ນ ) ເມື່ອຕຳແລ້ວກໍເອົານ້ຳປາແດກທີ່ຕົ້ມໃສ່      ( ໃສ່ຕາມໃຈ ມັກນ້ຳຫຼາຍ ຫຼື ໜ້ອຍ ) ຄົນໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກ ຕັກໃສ່ຖ້ວຍໂຮຍໜ້າດ້ວຍຫອມບົ່ວໃບ ແລະ ຫອມປ້ອມເສີບພ້ອມກັບຜັກສົດ ຫຼື ຜັກລວກ.

ຂໍ້ມູນຈາກ: food.com

ຮຽບຮຽງ: ນຸ້ມນິ້ມ