ປະຊາຊົນດີໃຈ ວິຫານຫຼວງລ້ານຊ້າງ ວັດຫຼວງໃຈເມືອງ ບ້ານມອມ ສຳເລັດແລ້ວ 60 %

127

ປະຊາຊົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກຽມດີໃຈກັນທົ່ວໜ້າທີ່ຈະໄດ້ ສະຖານທີ່ເຄົາລົບບູຊາ ນົບໄຫວ້ ສະຖານທີ່ເຮັດໃຫ້ຈິດໃຈະຫງົບ ມີຄວາມສຸກ ກັບວິຫານຫຼວງລ້ານຊ້າງ ວັດຫຼວງໃຈເມືອງ ບ້ານມອມ

ທີ່ໄດ້ຮັບການລົງມືກໍ່ສ້າງມາແຕ່ ວັນທີ 1 ພຶດສະພາ 2017 ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດ ແກ້ວມັງກອນ ພັດທະນາ ແລະ ກໍ່ສ້າງຈໍາກັດ, ມູນຄ່າການກໍ່ສ້າງແມ່ນ 7 ຕື້, 830 ລ້ານກີບ ຫຼື 27 ລ້ານບາດໄທ ເຊິ່ງໄດ້ມາຈາກການຮ່ວມບໍລິຈາກທຶນຂອງຜູ້ມີໃຈສັດທາພາຍໃນເມືອງ ແລະ ຕ່າງເມືອງ ໂດຍສະເພາະແມ່ນປະຊາຊົນບ້ານມອມ , ກໍານົດເວລາການການກໍ່ສ້າງແມ່ນ 36 ເດືອນ ຫຼື 3 ປີ, ນັບແຕ່ວັນທີ 1 ພຶດສະພາ 2017 ເຖິງ ວັນທີ 1 ພຶດສະພາ 2020.

ໃນວັນທີ 2 ສິງຫາ 2019 ນີ້ ຕາມການໃຫ້ຂໍ້ມູນຂອງ ພະອາຈານ ບຸນເພັດ ອະຕິໄຊໂຍ ເຈົ້າອະທິການວັດ ຫຼວງໃຈເມືອງ ແລະ ອໍານາດການປົກຄອງບ້ານມອມ ໄດ້ໃຫ້ຮູ້ວ່າ: ປັດຈຸບັນໂຄງການກໍ່ສ້າງວິຫານຫຼວງລ້ານຊ້າງ ວັດຫຼວງໃຈເມືອງ ບ້ານມອມ ໄດ້ດຳເນີນການກໍ່ສ້າງສໍາເລັດ 60 %, ໂຄງສ້າງຂອງວິຫານສ່ວນໃຫຍ່ແມ່ນໄດ້ຮັບການກໍ່ສ້າງສໍາເ້ລັດເປັນທີ່ຮຽບຮ້ອຍ, ໜ້າວຽກທີ່ຈະສືບຕໍ່ເຫຼືອພຽງແຕ່ການປະດັບຕົບແຕ່ງລວດລາຍໃຫ້ມີຄວາມສວຍງາມ.

ໂຄງການກໍ່ສ້າງວິຫານຫຼັງດັ່ງກ່າວ ຮູບແບບສິລະປະຂອງວິຫານເປັນການປະສົມປະສານລະຫວ່າງສິລະປະສະກຸນຊ່າງລ້ານຊ້າງ ແລະ ສະກຸນຊ່າງລາວລື້ ທີ່ມີຄວາມງົດງາມອ່ອນຊ້ອຍ. ພ້ອມນັ້ນ, ພະອາຈານ ສົມເພັດ ອະຕິໄຊໂຍ ເຈົ້າອະທິການວັດ ຫຼວງໃຈເມືອງ ບ້ານມອມ ຍັງໄດ້ຝາກເຊີນຊວນມາຍັງຜູ້ທີ່ມີຈິດໃຈໃສສັດທາ ຢາກຮ່ວມສ້າງວິຫານຫຼັງດັ່ງກ່າວ ໃຫ້ມາຮ່ວມກິນຮ່ວມທານ ສົມທົບທຶນສ້າງວິຫານຫຼັງດັ່ງກ່າວໄວ້ໃນບໍວອນພຸດທະສາດສະໜາອີກດ້ວຍ.

ຫາກວິຫານຫຼວງລ້ານຊ້າງ ວັດຫຼວງໃຈເມືອງ ບ້ານມອມ ສໍາເລັດຄົງເປັນສະຖານທີ່ເຄົາລົບບູຊາສັກສິດ, ສະຖານທີ່ສຶກສາວັດທະນະທໍາ ທໍາມະ, ແຫຼ່ງທ່ອງທ່ຽວທາງວັດທະນະທໍາຂອງ ປະຊາຊົນພາຍໃນບ້ານ ເມືອງ ແຂວງ ຮວມທັງຊາວຕ່າງແຂວງ ແລະ ຕ່າງຊາດນໍາອີກ

ຂໍ້ມູນຂ່າວ ແລະ ພາບໂດຍ: ອຸໄທ ພູມມາ.