“ພະທາດເມືອງເກົ່າ” ທ່ຽວຄໍາມ່ວນຢ່າລືມແວ່ຂໍພອນ

527

ແຂວງຄໍາມ່ວນ ຖືເປັນແຂວງໜຶ່ງຂອງລາວທີ່ມີແຫຼ່ງທ່ອງທ່ຽວຫຼາກຫຼາຍແຫ່ງ ບໍ່ວ່າຈະເປັນສະຖານທີ່ທາງທໍາມະຊາດ, ວັດທະນະທໍາຮີດຄອງປະເພນີ ວັດວາອາຮາມ ແລະ ໃຜທີ່ໄດ້ໄປທ່ຽວແຂວງຄໍາມ່ວນກໍຕ້ອງໄດ້ແວ່ໄຫວ້ ພະທາດສີໂຄດຕະບອງ ຫຼື ພະທາດເມືອງເກົ່າ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດເມືອງຫຼວງເກົ່າແກ່ຂອງອານາຈັກລ້ານຊ້າງ ຕາມທາງເລກທີ 13 ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ.

ພະທາດນີ້ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງ ລະຫວ່າງສັດຕະວັດທີ VI–VIII. ພະທາດໜ່ວຍນີ້ເປັນ ບ່ອນບັນຈຸກະດູກອັດ ຖິຂອງພະພຸດທະເຈົ້າ ໃນສັດຕະວັດ ທີ VI.
ມີເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກ, ເສດຕະສັດເຮັດດ້ວຍ ເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ (ສະເພາະເສດຕະສັດສູງ 2 ແມັດ), ບໍລິເວນຕີນພະທາດ ກວ້າງດ້ານລະ 25 ແມັດ, ສູງ 30 ແມັດ).

ໃນນີ້ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງຢືນຢ່າງສະຫງ່າລາສີ. ພົງສາວະດານ ກ່າວເຖິງພະທາດ ໜ່ວຍນີ້ວ່າ: ໃນ ສັດຕະວັດທີ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດໃນສັດຕະວັດທີ 16 (ຄ.ສ 15201-1747 ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍ ນີ້). ໃນ ຄ.ສ 1539, ການປະຕິສັງຂອນເປັນແບບ ສິລະປະລ້ານຊ້າງໂດຍເພີ່ມແບບປະຕິມະກຳທີ່ຕິດດອກບົວໃສ່ ຈອມທາດ.

ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປະຈຸບັນນີ້. ມາເຖິງປີ ຄ.ສ 1806. ຕໍ່ ມາ,ໃນສະໄໝການປົກຄອງຂອງເຈົ້າ ອານຸວົງ ພະທາດໜ່ວຍນີ້ກໍ່ໄດ້ຮັບໄພ ແລະ ການທໍາລາຍຈາກສົງຄາມຈົນຖືກປ່ອຍປະລະໃຫ້ພະທາດສີໂຄດເສົ້າໝອງ ຢ່າງສິ້ນເຊີງ.

ໃນສະໄໝ ທີ່ຝຣັ່ງຄອບຄອງອິນດູຈີນ ໃນປີຄ.ສ 1893 ຫາ 1949, ປະຊາຊົນຄໍາມ່ວນ ໄດ້ຮ່ວມກັນສ້າງວິຫານ ໃສ່ດ້ານເໜືອຂອງພະທາດແລ້ວກໍ່ນິມົນເອົາພະພິກຂຸສົງ ມາຈໍາວັດຕະຫຼອດມາ. ພາຍຫຼັງປະກາດເອກະລາດລາວ ໃນວັນ ທີ 12 ຕຸລາ 1945, ຊາວພຸດກໍ່ໄດ້ພາກັນບູລະນະພະທາດໜ່ວຍນີ້ດ້ວຍຄວາມສັດທາເຫຼື້ອມໃສ.

ປັດຈຸບັນ, ພະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ກາຍເປັນສັນຍາລັກຂອງແຂວງ. “ຄົນທີ່ເດີນທາງໄປ ແຂວງ ຄຳມ່ວນ ກໍຕ້ອງໄດ້ໄປກາບໄຫ້ວພະທາດສີໂຄດຕະບອງເພື່ອເຄົາລົບ ຂໍພອນນໍາສິ່ງສັກສິດຕາມຄວາມເຊື່ອ.

ພາບ:A’rare loveclub