ດື່ມນ້ຳໝາກພ້າວ ຊ່ວຍຜິວພັນສົດໃສ

404

ນອກຈາກລົດຊາດທີ່ຫອມຫວານຂອງນ້ຳໝາກພ້າວທີ່ຊ່ວຍເຮັດໃຫ້ຮູ້ສຶກສົດຊື່ນທຸກຄັ້ງເວລາທີ່ໄດ້ດື່ມແລ້ວ ສຳລັບຄົນທີ່ກຳລັງຊອກຫາຕົວຊ່ວຍເພື່ອບຳລຸງໃຫ້ຜິວພັນເຕັ່ງຕຶງຊະລໍການເກີດຮອຍຫ່ຽວເທິງໃບໜ້າດ້ວຍວິທີແບບທຳມະຊາດ ແຕ່ນ້ຳໝາກພ້າວມີສັບພະຄຸນແນວໃດແດ່ທີ່ຈະຊ່ວຍເຮັດໃຫ້ຜິວໜ້າໃສແທ້ ຫຼື ບໍ່? ມື້ນີ້ມີຄຳຕອບມາຝາກກັນ.

ຊ່ວຍຊະລໍອາການຄວາມຈຳເສື່ອມ: ຈາກຜົນງານວິໄຈຂອງນັກວິທະຍາສາດພົບວ່າ ໃນນ້ຳໝາກພ້າວຈະມີຮໍໂມນຄ້າຍຄືຮໍໂມນເພດຍິງ ຫຼື ເອສໂຕຣເຈນ ( Estrogen ) ສູງ ທີ່ເປັນໂຕຊ່ວຍຊະລໍການເກີດພະຍາດຄວາມຈຳເສື່ອມໃນແມ່ຍິງໄວໝົດປະຈຳເດືອນ. ດັ່ງນັ້ນ, ການດື່ມນ້ຳໝາກພ້າວເປັນປະຈຳທຸກມື້ ນອກຈາກຈະຊ່ວຍຊະລໍອາການຄວາມຈຳເສື່ອມ ແລະ ຍັງຊ່ວຍສະໝານບາດແຜໃຫ້ເຊົາໄວຍິ່ງຂຶ້ນ ໂດຍບາດແຜຈະບໍ່ຖິ້ມຮອຍໄວ້.

ຊ່ວຍເຮັດໃຫ້ຜິວພັນສົດໃສ: ນ້ຳໝາກພ້າວເຮັດໃຫ້ຜິວພັນຕຶງ ແລະ ຂາວນວນຈາກພາຍໃນສູ່ພາຍນອກໄດ້ແທ້ ເພາະນ້ຳໝາກພ້າວມີຮໍໂມນເອສໂຕຣເຈນ ( Estrogen ) ເຊິ່ງມີສ່ວນສຳຄັນຕໍ່ການສ້າງຄໍລາເຈນ ( Collagen ) ແລະ ອີລາສຕິນ ( Elastin ) ທີ່ຈະເຮັດໃຫ້ຜິວແໜ້ນ, ບໍ່ຍານ, ນຸ່ມນວນ ແລະ ຊະລໍການເກີດຮອຍຫ່ຽວຍານກ່ອນໄວ. ນອກຈາກນີ້, ນ້ຳໝາກພ້າວຍັງມີລິດຊ່ວຍຂັບຍ່ຽວ, ຂັບສິ່ງເສດເຫຼືອ ຫຼື ສານພິດອອກຈາກຮ່າງກາຍ ເຮັດໃຫ້ຜິວພັນຜ່ອງໃສ ແລະ ນ້ຳໝາກພ້າວຍັງຊ່ວຍປັບສົມດຸນຂອງຮ່າງກາຍໃນໄລຍະທີ່ມີຄວາມເປັນກົດສູງ ເຮັດໃຫ້ກົນໄກການເຮັດວຽກຂອງລະບົບພາຍໃນຮ່າງກາຍເປັນປົກກະຕິ ສົ່ງຜົນເຮັດໃຫ້ມີສຸຂະພາບດີທັງພາຍໃນ ແລະ ພາຍນອກ.

ເພີ່ມຄວາມສົດຊື່ນ: ເນື່ອງຈາກນ້ຳໝາກພ້າວມີປະລິມານແຮ່ທາດທີ່ຈຳເປັນສູງ ລວມທັງມີຄຸນສົມບັດຊ່ວຍບັນເທົາຄວາມອ່ອນເພຍຈາກອາການຖອກທ້ອງ. ດັ່ງນັ້ນ, ນ້ຳໝາກພ້າວສາມາດດື່ມຫຼັງການສູນເສຍເຫື່ອຈາກການຫຼິ້ນກີລາ ຫຼື ອອກກຳລັງກາຍໄດ້ເຊັ່ນກັນ ຄົນຈີນນິຍົມດື່ມນ້ຳໝາກພ້າວເພື່ອຫຼຸດຜ່ອນອາການເມົາຫຼັງການດື່ມນ້ຳເມົາ.

ຂໍ້ມູນຈາກ: smartsme.co.th