ຫຼິ້ນນໍ້າເຢັນສະບາຍ ທີ່ຕາດຫີນປາຝາ ບ້ານນາເງິນ ເມືອງ ທຸລະຄົມ ແຂວງວຽງຈັນ

153

ອາກາດຮ້ອນແບບນີ້ ຫຼາຍໆຄົນຄົງຄິດເຫັນສະຖານທີ່ພັກຜ່ອນເຢັນສະບາຍ ມີສາຍນໍ້າຫຼິ້ນ ນັ່ງຫຼິ້ນໃນປ່າ ກ້ອງຕົ້ນໄມ້ ຂໍແນະນໍາໜຶ່ງສະຖານທີ່ພັກຜ່ອນຍ່ອນອາລົມຄືຕາດຫີນປາຝາ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ສວຍງາມ

ຕາດຫີນປາຝາ ຕັ້ງຢູ່ ບ້ານນາເງິນ ເມືອງ ທຸລະຄົມ ແຂວງ ວຽງຈັນ ຫ່າງຈາກທາງເລກ 10 ເຂົ້າໄປປະມານ 8 ກິໂລແມັດເປັນ ແຫລ່ງ ທ່ອງທ່ຽວ ທຳມະຊາດ ແຫ່ງ ຫນື່ງ ທີ່ ງົດງາມ ອາກາດດີ ນໍ້າໃສເຢັນ ເຈົ້າຂອງຕາດ ໃຈດີບໍລິການ ດ້ວຍ ຄວາມຮັກແພງ ແລະ ຈິງໃຈ.

ມີບໍລິການຂີ່ສະລິງ, ລອຍກົງເບັງ ລົງຫຼິ້ນນໍ້າທີ່ໃສເຢັນ ອາຫານເຊັ່ນ ແກງໜໍ່ໄມ້, ປີ້ງປາ, ຕໍາໝາກຫຸ່ງ, ປີ້ງໄກ່ລາດ, ຕົ້ມໄກ່ລາດ ແລະ ອື່ນໆ

ພາຍຈາກ: ສັນຕິສຸກ ກະວີວົງ