6 ວິທີສັງເກດວ່າ ເຈົ້າກໍາລັງຖືກຫຼອກ ບໍ່ແມ່ນຄວາມຮັກ!!!

159

ຄວາມສໍາພັນຂອງຄົນສອງຄົນ ຍິງ ແລະ ຊາຍຂອງບາງຄົນ ບາງຄູ່ມັນຊັບຊ້ອນ ເຮົາບໍ່ສາມາດເຂົ້າໃຈ ແລະ ເຫັນໄດ້ທຸກຢ່າງ ໃນຄວາມຄິດ ຈິດໃຈເຂົາວ່າຮູ້ສຶກແນວໃດແທ້ກັບເຮົາ ເຂົ້າມາຮັກ ຫຼື ພຽງມາຕວົະຕົ້ມເຮົາເທົ່ານັ້ນ ມື້ນີ້ມາຮູ້ 6 ລັັກສະນະຂອງຄົນທີ່ເຂົາບໍ່ໄດ້ຈິງຈັງກັບເຮົາ ເຂົາພຽງມາຫຼອກລວງເຮົາເທົ່ານັ້ນ ເພື່ອໃຫ້ເຮົາໄດ້ຕື່ນໂຕໄດ້ທັນ ແລະ ຖອຍອອກມາສະ:

1 ເຂົາຈະມັກໂຍນຄວາມຜິດມາໃຫ້ເຮົາສະເໝີ
ບໍ່ວ່າຈະສະຖານະການໃດກໍຕາມທີ່ເຂົາກໍາລັງປະສົບບັນຫາ ຫຼື ມີຄວາມຜິດພາດເກີດຂຶ້ນ ເຂົາຈະໂຍນຄວາມຜິດນັ້ນມາໃຫ້ເຈົ້າຕະຫຼອດ ອາດເວົ້າແບບຫຼິ້ນໆປັດຄວາມຜິດຂອງຕົນ ປະມານວ່າ “ເພາະເຈົ້າທີ່ແນະນໍາໃຫ້ຂ້ອຍເຮັດແບບນີ້” ແລ້ວກໍທ່າທ່າຫົວຂວັນເຮົາທັງໆທີ່ຫາກໍໂຍນຄວາມຜິດມາໃຫ້ເຮົາແທ້ໆ ເຮັດໃຫ້ເຮົາກາຍເປັນຄົນບໍ່ດີໃນສາຍຕາຂອງຄົນອື່ນ

2 ມັກຢືມ ແຕ່ບໍ່ມັກສົ່ງຄືນ
ບາງຄວາມສໍາພັນອາດຈະມີຄວາມຈິງທີ່ວ່າ ຕ່າງຝ່າຍຕ່າງຊ່ວຍເຫຼືອກັນ ຫຼື ເປັນຝ່າຍຮັບຢ່າງດຽວກໍມີ ແຕ່ຖ້າຫາກວ່າເຈົ້າຖືກຢືມຫຍັງອັນໃດກໍຕາມເລື້ອຍໆ ແຕ່ກໍບໍ່ຄ່ອຍຈະໄດ້ຄືນ ຫຼື ໄດ້ມາກໍບໍ່ຄົບ ມັນກໍໜ້າຄິດລະວ່າເຂົາອາດຈະກໍາລັງຕວົະເຮົາຢູ່ ເພາະເຫັນວ່າເຮົາຍອມເຂົາ.

3 ເຂົາບໍ່ປ່ຽນແປງຕົນເອງເພື່ອເຮົາ
ໃນບາງສະຖານະການຄູ່ຮັກກັນ ແມ່ນແຕ່ຄົນທີ່ເປັນໝູ່ກັນ ກໍຕ້ອງປັບປ່ຽນນິໄສ ການປະພຶດເຂົ້າຫາກັນ ຫຼື ປ່ຽນກັນຍອມກັນໃນບາງເວລາ ເພາະມັນບົ່ງບອກເຖິງພັດທະນາການໃນຄວາມສໍາພັນເພື່ອທີ່ທັງສອງຄົນຈະໄດ້ຢູ່ນໍາກັນໄດ້ໂດຍບໍ່ມີປັນຫາໃນເລື່ອງນິໄສຕ່າງໆ ແຕ່ຖ້າຫາກເຂົາບໍ່ຄິດຈະປ່ຽນຫຍັງເລີຍ ແຖມເຮົາຍັງກາຍເປັນຄົນທີ່ພະຍາຍາມຢູ່ຝ່າຍດຽວຄົງເປັນຄວາມສໍາພັນທີ່ອຶດອັດສໍາລັບຝ່າຍທີ່ຮັກຫຼາຍກວ່າແນ່ນອນ.
4 ໃຫ້ເຮົາເຮັດເກືອບທຸກຢ່າງເອງ: ສ່ວນຫຼາຍຈະມັກພົບເຫັນໃນກໍລະນີທີ່ຮຽນນໍາກັນ, ເຮັດວຽກຄ້າຍໆກັນ ບາງຄົນໃຊ້ຄວາມຮັກຂອງອີກຝ່າຍເປັນເງື່ອນໄຂໃນການຊ່ວຍວຽກງານຂອງຕົນ ທັງໆທີ່ຕົນເອງກໍສາມາດເຮັດເອງໄດ້ ທໍາອິດກໍຫາໃຫ້ຊ່ວຍຫຼັງໆໄປແມ່ນໃຊ້ໃຫ້ເຮັດເລີຍ ບອກເລີຍວ່າຄົນແບບນີ້ເຫັນແກ່ໂຕສຸດໆ

5 ມີປະໂຫຍດຕອນທີ່ເຂົາມີບັນຫາເທົ່ານັ້ນ ປົກກະຕິຈະບໍ່ຄ່ອຍສົນໃຈ ຫຼື ໃສ່ໃຈເຮົາເທົ່າໃດ ແຕ່ພໍເຂົາມີບັນຫາ ເຂົາກໍຈະມາຫາເຮົາ ເອົາໃຈເຮົາ ມາເຮັດດີນໍາເພື່ອຫວັງໃຫ້ເຮົາຊ່ວຍຕອນເຂົາເດືອດຮ້ອນ ແບບນີ້ບໍ່ຄວນສານຕໍ່ຄວາມສໍາພັນເລີຍ
6 ເຂົ້າບໍ່ເຖິງເຂົາຈັກເທື່ອ ເປັນຄືວ່າຍິ່ງຢູ່ໃກ້ຍິ່ງໄກອອກໄປ ຮູ້ຈັກກັນແຕ່ກໍຄືບໍ່ຮູ້ຈັກ ຢູ່ແບບອີກຝ່າຍຮູ້ສຶກບໍ່ມີຕົວຕົນ
ຫາກທ່ານສັງເກດ ແລະ ຮູ້ສືໍຶກວ່າຄົນຮັກຂອງທ່ານມີລັກສະນະຄືຂ້າງເທິງ ແນະນໍາໃຫ້ຖ່ອຍອອກມາ ແລະ ຕັດໃຈແຕ່ຕອນນີ້ກ່ອນຈະດົນໄປກວ່ານີ້