ລັດຖະບານ ຈະຕັ້ງໜ່ວຍງານສະເພາະກິດແກ້ໄຂດ້ານສິ່ງແວດລ້ອມ

86

ລັດຖະບານ ໄດ້ເປີດກວ້າງນະໂຍບາຍສົ່ງເສີມການລົງທຶນ ເພື່ອເຮັດໃຫ້ການລົງທຶນທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນໃນແຕ່ລະປີ, ແຕ່ຄຽງຄູ່ກັນນັ້ນບາງເຂດຍັງພົບບັນຫາການປ່ອຍນ້ຳເປື້ອນ ແລະ ສານເຄມີ ຈາກໂຮງງານລົງສູ່ຄອງທຳມະຊາດ. ຢ່າງໃດກໍຕາມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນາມຜູ້ຈັດຕັ້ງປະຕິບັດໄດ້ກ່າວຢືນຢັນຈະຈັດຕັ້ງ 4 ໜ່ວຍງານສະເພາະກິດຂຶ້ນມາ ເພື່ອລົງໄປຕິດຕາມ ແລະ ກວດກາເຖິງສະຖານທີ່ໄດ້ທັນສະພາບການ.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2019 ວ່າ: ໄລຍະຫຼາຍປີຜ່ານມາບັນຫາດ້ານສິ່ງແວດລ້ອມໄດ້ເພີ່ມທະວີຂຶ້ນໃຫ້ເຫັນຢູ່ແຕ່ລະເຂດ ເຊັ່ນ: ບັນຫາການປ່ອຍນ້ຳເສຍຈາກໂຮງງານ, ໂຄງການລ້ຽງໝູສົ່ງກິ່ນເໝັນ ແລະ ການປູກກ້ວຍທີ່ໃຊ້ສານເຄມີ ແລະ ອື່ນໆ ທີ່ສົ່ງຜົນກະທົບໂດຍກົງຕໍ່ສິ່ງທີ່ຊີວິດ. ເພື່ອເຮັດໃຫ້ບັນຫາດັ່ງກ່າວໝົດໄປ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກຽມຈັດຕັ້ງ 4 ໜ່ວຍງານສະເພາະກິດຂຶ້ນຢູ່ແຕ່ລະແຂວງ ເຊິ່ງຈະມີໜ້າທີ່ປະສານກັບແຕ່ລະເມືອງ, ຈະມີການໃສ່ເບີໂທຜູ້ແກ້ໄຂໂດຍກົງ ເພື່ອໃຫ້ມວນຊົນສາມາດໂທເຂົ້າໄດ້, ພາຍຫຼັງໄດ້ຮັບຂໍ້ມູນໜ່ວຍງານດັ່ງກ່າວຈະລົງໄປແກ້ໄຂກັບທີ່ຢ່າງທັນການ, ຄັ້ງທີໜຶ່ງອາດຈະມີການກ່າວເຕືອນ ຫຼື ອາດຈະສັ່ງປິດກິດຈະການເປັນຕົ້ນ.

ສປປ ລາວ ເປັນປະເທດທີ່ມີເສດຖະກິດບອບບາງ, ການລົງທຶນສ່ວນໃຫຍ່ ຕ້ອງໄດ້ອາໄສຈາກປະຕ່າງປະເທດເຂົ້າມາລົງທຶນ ຈະເຫັນໄດ້ຈາກເຂດເສດຖະກິດພິເສດທັງ 12 ແຫ່ງ ແຕ່ລະແຫ່ງຈະມີບັນດາໂຮງຈັກ – ໂຮງງານຕ່າງໆເຂົ້າໄປເຮັດກິດຈະການເພື່ອສົ່ງອອກຕາມ ຄວາມຕ້ອງການ, ນັກທຸລະກິດເຂົ້າມາລົງທຶນຫຼາຍກໍຈິງ ແຕ່ຫາກບໍ່ປະຕິບັດຕາມສັນຍາດ້ານສິ່ງແວດລ້ອມ ນັ້ນກໍບໍ່ແມ່ນເປົ້າໝາຍຂອງລັດຖະບານ ທີ່ຕັ້ງເປົ້າໃສ່ການພັດທະນາທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ.

ໄລຍະ 2 – 3 ປີຜ່ານມາ ລັດຖະບານໄດ້ສັ່ງປິດປັບປຸງຫຼາຍໂຮງງານທີ່ສົ່ງຜົນກະທົບດ້ານສິ່ງແວດລ້ອມ ເຊັ່ນ: ບາງໂຮງງານໃນນະຄອນຫຼວງວຽງຈັນ ທີ່ສົ່ງກິ່ນເໝັນ, ການປ່ອຍນ້ຳເປື້ອນຂອງໂຮງງານຢູ່ ບໍລິສັດ ແຂວງສະຫວັນນະເຂດ ແລະ ອີກຫຼາຍແຫ່ງທີ່ຕ້ອງໄດ້ປັບປຸງຄືນຈົນກວ່າຈະຮັບປະກັນກ່ອນຈຶ່ງມີສິດດຳເນີນການຕໍ່ໄປ. ແນວໃດກໍຕາມ, ການຈັດຕັ້ງ 4 ໜ່ວຍງານດັ່ງກ່າວຍັງບໍ່ມີການລະບຸເວລາໃນການຈັດຕັ້ງປະຕິບັດທີ່ຊັດເຈນ ຄາດວ່າຈະເລີ່ມປະຕິບັດໃນໄວໆນີ້.

( ຂ່າວ: ສຸລິນ, ຮູບ: ສຸກສະຫວັນ )