ສວມແຫວນຕາມລາສີເກີດ ເສີມສ້າງໂຊກລາບໄດ້

154

ເລື່ອງຄວາມເຊື່ອກ່ຽວກັບໂຊກສະຕາເປັນສິ່ງທີ່ເບິ່ງບໍ່ເຫັນຍາກທີ່ຈະພິສູດໄດ້ ແຕ່ຫຼາຍຄົນກໍ່ເລືອກທີ່ຈະເຊື່ອເພາະສິ່ງນີ້ສາມາດເຮັດໃຫ້ໃຈຄົນແຂງແກ່ນ ຫຼື ອ່ອນລ້າໄດ້ ຢ່າງໃດກໍ່ຕາມຖ້າເຮັດແລ້ວສະບາຍໃຈມີແຮງສູ້ເພື່ອກ້າວສູ່ເປົ້າໝາຍກໍ່ປະຕິບັດຕາມບໍ່ເສຍຫາຍ.
ມື້ນີ້ແອັດມິນໄດ້ນໍາເອົາຄວາມເຊື່ອເລື່ອງການສວມແຫວນຕາມລາສີເດືອນເກີດມາໃຫ້ຮູ້ກັນ ເມື່ອໃສ່ແລ້ວຈະຊ່ວຍຮຽກເງິນຄໍາ, ໂຊກລາບ ສິ່ງດີໆເຂົ້າມາໃນຊີວິດ

ລາສີເມກ (ຄົນທີ່ເກີດລະຫວ່າງ 13 ເມສາ-14 ພຶດສະພາ)
ສໍາລັບຊາວລາສີເມກ ຈະເປັນແຫວນທີ່ມີຫົວເປັນໄຂ່ມຸກ ຍິ່ງຖ້າເປັນໄຂ່ມຸກສີບົວຈະຊ່ວຍເລື່ອງພະລັງອໍານາດ, ໂຊກລາບ ໄປໃສມາໃສກໍຈະປອດໄພ ຄວນສວມທີ່ນິ້ວຊີ້ ຫຼື ນິ້ວກາງ.

ລາສີພຶດສົກ (ຄົນທີ່ເກີດລະຫວ່າງວັນທີ 15 ພຶດສະພາ-13 ມິຖຸນາ)
ຊາວລາສີພຶດສົກສາມາດສວມແຫວນທີ່ນິ້ວໃດກໍໄດ້ ຄວນເລືອກແຫວນທີ່ມີຮູບຮ່າງລຽບງ່າຍ ວົງແຫວນຄວນເຮັດຈາກເງິນ, ຫິນ ຫຼື ຄໍາ ແຕ່ສໍາລັບແຫວນທີ່ມີຫົວຕ້ອງເປັນຫົວອັນຍະມະນີ ທີ່ມີສີສັນສວຍງາມ ຈະຊ່ວຍສົ່ງເສີມເລື່ອງໜ້າທີ່ການງານທີ່ເຮັດໃຫ້ຊີວິດພົບພໍ້ແຕ່ສິ່ງດີໆ ມີແຕ່ຄວາມຈະເລີນຮຸ່ງເຮື່ອງ ຜູ້ຊາຍໃຫ້ສວມແຫວນເບື້ອງຂວາ ຜູ້ຍິງແມ່ນສວມເບື້ອງຊ້າຍ.

ລາສີເມຖຸນ (ຄົນທີ່ເກີດລະຫວ່າງວັນທີ 14 ມິຖຸນາ-14 ກໍລະກົດ)
ສໍາລັບລາສີເມຖຸນຫົວແຫວນຕ້ອງເປັນຊົງລ່ຽມ ເຮັດຈາກມໍລະກົດ ຫຼື ຢົກ ຈະຊ່ວຍເສີມດວງຊະຕາໃຫ້ພົບພໍ້ແຕ່ສິ່ງດີໆ ວົງແຫວນຄວນເລືອກຂະໜາດທີ່ພໍດີກັບນິ້ວມື ເປັນຜູ້ຊາຍຄວນສວມເບື້ອງຂວາ ແລະ ບໍ່ຄວນສວມທີ່ນິ້ວກ້ອຍ ຜູ້ຍິງໃຫ້ສວມມືເບື້ອງຊ້າຍ ສວມໄດ້ສະເພາະນິ້ວຊີ້, ນິວກາງ ແລະ ນິ້ວນາງເທົ່ານັ້ນ.

ລາສີກໍລະກົດ (ຄົນທີ່ເກີດວັນທີ 15 ກໍລະກົດ-16 ສິງຫາຄົມ)
ຄວນເລືອກແຫວນທີ່ເຮັດຈາກນາກ ໂລຫະ ເງິນ ຫິນສີ ຂະໜາດບາງ ບໍ່ໃຫຍ່ ຫົວແຫວນປະດັບເພັດສີເຫຼືອງ ຫຼື ໄຂ່ມຸກເມັດນ້ອຍ ຜູ້ຍິງຄວນສວມໃສ່ນິ້ວມືເບື້ອງຊ້າຍສະເພາະນິ້ວກາງ ນິ້ວນາງ ຫຼື ນິ້ວກ້ອຍ ຜູ້ຊາຍບໍ່ຄວນສວມໃສ່ນິ້ວໂປ້ ຫຼື ນິ້ວນາງ.

ລາສີສິງ (ຄົນທີ່ເກີດວັນທີ 17 ສິງຫາ-16 ກັນຍາ)
ຄວນເລືອກຫົວແຫວນສີເຂັ້ມມາຊ່ວຍເສີມດວງ ຊ່ວຍໃຫ້ປະສົບຜົນສໍາເລັດ ວົງແຫວນຄວນເຮັດດ້ວຍເງິນ ຢົກແທ້ ຫຼື ຄໍາ ຜູ້ຍິງຄວນໃສ່ແຫວນນິ້ວນາງເບື້ອງຊ້າຍ, ຜູ້ຊາຍຄວນໃສ່ແຫວນນິ້ວຊີ້ ແລະ ນິ້ວນາງເບື້ອງຂວາເທົ່ານັ້ນ.

ລາສີກັນ (ຄົນທີ່ເກີດວັນທີ 17 ກັນຍາ-16 ຕຸລາ)
ແຫວນທີ່ເສີມໂຊກສະຕາຂອງຊາວລາສີກັນໄດ້ແກ່ ແຫວນທີ່ປະດັບດ້ວຍຢົກ ຫຼື ມໍລະກົດ ຮູບຊົງລ່ຽມ ວົງແຫວນບໍ່ໃຫຍ່ເກີນໄປ ຜູ້ຍິງໃຫ້ສວມນິ້ວຊີ້ ແລະ ນິ້ວນາງຂ້າງຊ້າຍ, ຜູ້ຊາຍແມ່ນໃຫ້ສວມແຫວນມືຂວາ ແຕ່ຍົກເວັ້ນນິ້ວກ້ອຍ.

ລາສີຕຸນ: (ຄົນທີ່ເກີດວັນທີ 17 ຕຸລາ-15 ພະຈິກ)
ແຫວນທີ່ຊ່ວຍເສີມດວງເລື່ອງວຽກງານຂອງຊາວລາສີຕຸນໄດ້ແກ່ ແຫວນເງິນ ແຫວນຄໍາ ທີ່ເຮັດຈາກຫິນ ຮູບຮ່າງທໍາມະດາ ແຕ່ຫົວແຫວນຕ້ອງເລືອກອັນມີສີສັນສົດໃສ ຜູ້ຊາຍໃຫ້ສວມມືຂວາ ແລະ ຜູ້ຍິງໃຫ້ສວມມືຊ້າຍ.

ລາສີພິຈິກ (ຄົນທີ່ເກີດວັນທີ 16 ພະຈິກ-15 ທັນວາ)
ຫົວແຫວນໃຫຍ່ສີລຽບຈະຊ່ວຍເສີມດວງເລື່ອງວຽກງານ, ຜ່ານອຸປະສັກ ພົ້ນໄພ, ວົງແຫວນຈະເສີມດວງຊາຕາໃຫ້ມີແຕ່ເຄາະດີ ຜູ້ຍິງໃຫ້ສວມມືເບື້ອງຊ້າຍ ຍົກເວັ້ນນິ້ວໂປ້ ກັບນິ້ວກ້ອຍ ຜູ້ຊາຍໃຫ້ສວມນິ້ວຊີ້ ຫຼື ນິ້ວກາງເບື້ອງຂວາ.

ລາສີທະນູ (ຄົນທີ່ເກີດວັນທີ 16 ທັນວາ- 15 ມັງກອນ)
ຖ້າຕ້ອງການມີຊີວິດທີ່ດີ ມີຄວາມຈະເລີນຮຸ່ງເຮື່ອງຕ້ອງເລືອກຫົວແຫວນທີ່ປະດັບອັນຍະມະນີສີສົ້ມ ຫຼື ສີແສດ ແລະ ຕ້ອງມີແສງຍິບຍັບ ວົງແວນຕ້ອງເຮັດມາຈາກເງິນ ຄໍາຂາວ ຫຼື ຄໍາ ຜູ້ຍິງສວມມືເບື້ອງຊ້າຍ ຜູ້ຊາຍສວມມືເບື້ອງຂວາ ນິວກາງ, ນິ້ວຊີ້ ແລະ ນິ້ວນາງເທົ່ານັ້ນ.

ລາສີມັງກອນ (ຄົນທີ່ເກີດວັນທີ 16 ມັງກອນ-13 ກຸມພາ)
ແຫວນທີ່ຊ່ວຍເສີມດວງຂອງຊາວລາສີມັງກອນໄດ້ແກ່ແຫວນຄໍາ, ຫິນ ຫຼື ແຫວນເງິນ ທີ່ປະດັບດ້ວຍອັນຍະມະນີສີມ່ວງເຂັ້ມ ຫຼື ຢົກດໍາ ຜູ້ຍິງຄວນສວມໃສ່ມື້ເບື້ອງຊ້າຍ ຜູ້ຊາຍຄວນໃສ່ນິ້ວຊີ້ ນິ້ວກາງ ຫຼື ນິ້ວນາງເບື້ອງຂວາເທົ່ານັ້ນ.

ລາສີກຸມ (ຄົນທີ່ເກີດວັນທີ 14 ກຸພາ-12ມີນາ)
ອັນຍະມະນີສີເຂັ້ມເປັນຕົວຊ່ວຍເສີມດວງຂອງຊາວລາສີກຸມ ວົງແຫວນຄວນເຮັດຈາກແຮ່ທໍາມະຊາດເຊັ່ນ: ຫິນ ຫຼື ຄໍາ ຜູ້ຍິງຄວນສວມໃສ່ມືຂວາ ຫ້າມສວມໃສ່ນິ້ວໂປ້ ແລະ ນິ້ວກ້ອຍ ສ່ວນຜູ້ຊາຍໃຫ້ສວມແຫວນນິ້ວຊີ້ ນິ້ວກາງ ຫຼື ນິ້ວນາງ.

ລາສີມິນ (ຄົນທີ່ເກີດວັນທີ 13 ມີນາ-12 ເມສາ)
ແຫວນທີ່ຈະຊ່ວຍສະໜັບສະໜູນດວງຊະຕາທ່ານທີ່ເກີດລາສີມິນໃຫ້ໄປສູ່ຄວາມສໍາເລັດໄດ້ແກ່ແຫວນ ທອງຄໍາຂາວ ຫຼື ແຫວນເງິນ ທີ່ປະດັບດ້ວຍເພັດພອຍ ສີສັນສາມາດເລືອກໄດ້ຕາມຄວາມມັກ ແຕ່ຕ້ອງເປັນສີສົດໃສສວຍງາມ ຜູ້ຊາຍໃຫ້ລວມແຫວນມືຂວາ ຜູ້ຍິງສວມແຫວນເບື້ອງຊ້າຍ ນິ້ວກາງ ແລະ ນິ້ວນາງເທົ່ານັ້ນ.