ທຣໍາ ສ້າງປະຫວັດສາດ ຜູ້ນໍາສະຫະລັດຄົນທໍາອິດ ຢ້ຽມຢາມແຜ່ນດິນເກົາຫຼີເໜືອ

44

ປະທານາທິບໍດີໂດນັລ ທຣໍາ ສ້າງປະຫວັດສາດເປັນຜູ້ນໍາສະຫະລັດທີ່ດໍາລົງຕໍາແໜ່ງຄົນທໍາອິດ ທີ່ຍ່າງຂ້າມເຂດປອດທະຫານເທິງເຂດແຫຼມເກົາຫຼີໄປຫາຝັ່ງເກົາຫຼີເໜືອ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນອາທິດ ທີ 30 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ຍ່າງຂ້າມເສັ້ນແບ່ງເຂດແດນທາງທະຫານ (MDL) ທີ່ແບ່ງເຄິ່ງກາງຂອງໝູ່ບ້ານປັນມຸນຈອມ ເທິງເຂດປອດທະຫານຂອງແຫຼມເກົາຫຼີໄປຟາກເກົາຫຼີເໜືອ ເມື່ອໄລຍະບ່າຍຂອງວັນອາທິດ ຕາມເວລາທ້ອງຖິ່ນ ເພື່ອຈັບມືທັກທາຍ ແລະ ຖ່າຍຮູບຮ່ວມກັບ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ສ້າງປະຫວັດສາດເປັນຜູ້ນໍາສະຫະລັດທີ່ດໍາລົງຕໍາແໜ່ງຄົນທໍາອິດ ທີ່ຂ້າມເຂດແດນໄປເກົາຫຼີເໜືອ ເຖິງໃຊ້ເວລາບໍ່ດົນກໍ່ຕາມ.

ในภาพอาจจะมี 1 คน, กำลังยืน และชุดสูท

ในภาพอาจจะมี 6 คน, ผู้คนกำลังยืน, ชุดสูท และสถานที่กลางแจ้ง

ຫຼັງຈາກນັ້ນ ຜູ້ນໍາຂອງເກົາຫຼີເໜືອກໍ່ຍ່າງຂ້າມເສັ້ນເອັມດີແອລມາທາງຟາກເກົາຫຼີໃຕ້ ເພື່ອຈັບມືທັກທາຍກັບປະທານາທິບໍດີມຸນ ແຈ-ອິນ ໂດຍມີການສົນທະນາກັນໜ້ອຍໜຶ່ງ ກ່ອນທີ່ຜູ້ນໍາເກົາຫຼີໃຕ້ຈະເຊີນທັງສອງຝ່າຍໄປພົບຫາລືກັນທີ່ຫ້ອງຮັບຮອງ ພາຍໃນອາຄານສັນຕິພາບເທິງເຂດປອດທະຫານ ຝັ່ງເກົາຫຼີໃຕ້ ດ້ານ ໂດນັລ ທຣໍາ ກໍ່ກ່າວວ່າ ຕົນຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ມີໂອກາດພົບກັບ ທ່ານຄິມ ອີກຄັ້ງ ນັບຕັ້ງແຕ່ການພົບຫາລືກັນທີ່ນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອທ້າຍເດືອນກຸມພາ ທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ການພົບກັນຄັ້ງນີ້ ຈະເປັນຈຸດເລິ່ມຕົ້ນ ແລະ ການປູທາງໃຫ້ເຂດແຫຼມເກົາຫຼີ ເຂົ້າໃກ້ສັນຕິພາບຫຼາຍຍິ່ງຂຶ້ນ ພ້ອມທັງກ່າວດ້ວຍວ່າຈະເຊີນຜູ້ນໍາເກົາຫຼີເໜືອຢ້ຽມຢາມນະຄອນຫຼວງວໍຊິງຕັນຢ່າງເປັນທາງການດ້ວຍ ດ້ານ ທ່ານຄິມ ໄດ້ສະແດງຄວາມຫວັງວ່າ ການພົບກັບຜູ້ນໍາສະຫະລັດໃນຄັ້ງນີ້ ຈະຍິ່ງເປັນການສ້າງຄວາມສໍາພັນ ແລະ ຊ່ວຍໃຫ້ທັງສອງປະເທດກ້າວຂ້າມຜ່ານອຸປະສັກຕ່າງໆໄດ້.

ในภาพอาจจะมี 5 คน, ผู้คนกำลังยืน และชุดสูท

ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังยืน, งานแต่งงาน, เครา, ชุดสูท และสถานที่กลางแจ้ง

ในภาพอาจจะมี 2 คน, ชุดสูท

ในภาพอาจจะมี 6 คน, คนที่ยิ้ม, สถานที่ในร่ม