ມາເລເຊຍ ບໍ່ເຊື່ອຫຼັກຖານຊີ້ຣັດເຊຍມີສ່ວນກ່ຽວຂ້ອງຍິງ ເອັມເອັດຈ໌ 17 ຕົກ

38

ນາຍົກລັດຖະມົນຕີມາເລເຊຍ ບໍ່ຍອມຮັບຂໍ້ກ່າວຫາວ່າ ຣັດເຊຍມີສ່ວນກ່ຽວຂ້ອງກັບການຍິງຂີປະນາວຸດໃສ່ຍົນໂດຍສານຂອງສາຍການບິນມາເລເຊຍ ແອຣ໌ລາຍ ຖ້ຽວບິນເອັມເອັດຈ໌ 17 ຕົກ ໃນປະເທດຢູເຄຣນ ຫຼັງໄອຍາການສາກົນຕັ້ງຂໍ້ຫາຊາຍ 4 ຄົນ ໃນຄະດີນີ້ ເຊິ່ງມີຄົນຣັດເຊຍລວມຢູ່ນໍາ 3 ຄົນ.

ສໍານັກຂ່າວເອພີລາຍງານຈາກເມືອງປຸຕຣາຈາຢາ ປະເທດມາເລເຊຍ ເມື່ອວັນພະຫັດ ທີ 20 ມິຖຸນາ ວ່າ ດຣ. ມະຫາເທ ໂມຮໍາໝັດ ນາຍົກລັດຖະມົນຕີມາເລເຊຍ ເປີດເຜີຍວ່າ ຂໍ້ກ່າວຫາວ່າຣັດເຊຍມີສ່ວນກ່ຽວຂ້ອງກັບການຍິງຂີປະນາວຸດໃສ່ຍົນໂດຍສານຂອງສາຍການບິນ ມາເລເຊຍ ແອຣ໌ລາຍ ຖ້ຽວບິນເອັມເອັດຈ໌ 17 ຈາກນະຄອນຫຼວງອໍາສະເຕີດໍາ ປະເທດໂຮນລັງ ເດີນທາງສູ່ນະຄອນຫຼວງກົວລາລໍາເປີ ເມື່ອວັນທີ 17 ກໍລະກົດ 2014 ຕົກ ທາງພາກຕາເວັນອອກຂອງປະເທດຢູເຄຣນ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດຍົກລໍາ 298 ຄົນ ຫຼັງຈາກທີ່ ຄະນະໄອຍະການລະຫວ່າງປະເທດຕັ້ງຂໍ້ຫາຄາດຕະກໍາກັບຊາຍ 4 ຄົນດ້ວຍກັນ ເຊິ່ງໃນຈໍານວນນີ້ 3 ຄົນ ເປັນຊາວຣັດເຊຍ ເຊິ່ງມີເບື້ອງຫຼັງໃນດ້ານການທະຫານ ແລະ ໜ່ວຍຂ່າວກອງນັ້ນ ໃນຄວາມເຫັນຂອງຕົນແລ້ວ ບໍ່ຄິດວ່າຫຼັກຖານທີ່ຄະນະເຮັດວຽກສອບສວນຂອງນານາຊາດພົບນັ້ນ ຈະເປັນຂໍ້ເທັດຈິງທັງໝົດ ເພາະຕັ້ງຢູ່ເທິງພື້ນຖານຂອງຄໍາບອກເລົ່າເທົ່ານັ້ນ.

ในภาพอาจจะมี สถานที่กลางแจ้ง

ນາຍົກລັດຖະມົນຕີມາເລເຊຍ ກ່າວອີກວ່າ ມາເລເຊຍບໍ່ມີຄວາມສະບາຍໃຈມາຕັ້ງແຕ່ຕົ້ນຂອງການສອບສວນຄະດີນີ້ ເພາະມັນໄດ້ກາຍເປັນປະເດັນທາງການເມືອງໃນການກ່າວຫາຣັດເຊຍ ເຖິງວ່າຈະໄດ້ກວດສອບຫຼັກຖານຊາກຊິ້ນສ່ວນແລ້ວກໍ່ຕາມ ການສອບສວນກໍ່ຍັງຊີ້ໄປທີ່ຣັດເຊຍ ດັ່ງນັ້ນ ຈຶ່ງເປັນເລື່ອງຍາກສໍາລັບມາເລເຊຍທີ່ຈະຍອມຮັບ.

ในภาพอาจจะมี 4 คน, ผู้คนกำลังยืน, ท้องฟ้า และสถานที่กลางแจ้ง

ໃນການຕັ້ງຂໍ້ກ່າວຫາຊາຍ 4 ຄົນ ເມື່ອວັນພຸດ ທີ່ຜ່ານມາ ໄອຍະການຂອງນານາຊາດຍັງໄດ້ຂໍຮ້ອງໃຫ້ພິຍານທັງຫຼາຍ ວ່າ ຖ້າມີຫຼັກຖານ ຫຼື ເບາະແສເພິ່ມຕື່ມຂໍໃຫ້ແຈ້ງເຈົ້າໜ້າທີ່ເພື່ອນໍາໄປສູ່ການສອບສວນ ວ່າ ໃຜຢູ່ເບື້ອງຫຼັງ.

ในภาพอาจจะมี 6 คน, คนที่ยิ้ม, สถานที่กลางแจ้ง

ສ່ວນການດໍາເນີນຄະດີຊາຍຜູ້ຖືກກ່າວຫາທັງ 4 ຄົນນັ້ນ ກໍານົດຈະມີຂຶ້ນໃນເດືອນມີນາ ປີໜ້າ ທີ່ປະເທດໂຮນລັງ ເຊິ່ງມີນັກຮົບແບ່ງແຍກດິນແດນຂອງຢູເຄຣນລວມຢູ່ນໍາ ແຕ່ບໍ່ມີທາງທີ່ຜູ້ຖືກກ່າວຫາທັງ 4 ຄົນຈະມາຂຶ້ນສານໄດ້ ເພາະທັງຣັດເຊຍ ແລະ ຢູເຄຣນບໍ່ອະນຸຍາດໃຫ້ມີການສົ່ງຜູ້ຮ້າຍຂ້າມແດນລະຫວ່າງກັນ ຂະນະທີ່ ກະຊວງການຕ່າງປະເທດຂອງຣັດເຊຍ ຕອບໂຕ້ການຕັ້ງຂໍ້ກ່າວຫາຊາວຣັດເຊຍ ວ່າ ບໍ່ມີຫຼັກຖານຊັດເຈນວ່າ ຄົນຂອງຣັດເຊຍມີສ່ວນກ່ຽວຂ້ອງ ຄະນະເຮັດວຽກກວດສອບໃຊ້ຂໍ້ມູນເບາະແສທີ່ກໍາລວມບໍ່ຊັດເຈນ ແລະ ບໍ່ເຊື່ອຟັງຫຼັກຖານທີ່ຣັດເຊຍນໍາສະເໜີ ທັງນີ້ ກໍ່ເພື່ອທີ່ຈະຫາທາງທໍາລາຍຊື່ສຽງ ແລະ ຄວາມເຊື່ອຖືຂອງຣັດເຊຍ.