ຫວຽດນາມຈະກ້າວສູ່ການເປັນຕະຫຼາດທີ່ມີສັກກະຍະພາບສູງ ພາຍໃນປີ 2030

93

ຜູ້ຊ່ຽວຊານວິເຄາະວ່າ ປະເທດຫວຽດນາມກໍາລັງພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີແນວໂນ້ມເປັນໜຶ່ງໃນຕະຫຼາດທີ່ຂັບເຄື່ອນຢ່າງມີປະສິດທິພາບສູງ ໃນພາກພື້ນ ພາຍໃນປີ 2030.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນເສົາ ທີ 15 ມິຖຸນາ ວ່າ ລາຍງານວິເຄາະສະຖານະການທາງເສດຖະກິດໃນຫວຽດນາມໂດຍ ຢູໂຣມໍນິເຕີ ອິນເຕີເນຊັ່ນແນລ ເຊິ່ງມີສໍານັກງານໃຫຍ່ຢູ່ສະຫະຣາຊະອານາຈັກ ໄດ້ເຜີຍແຜ່ ເມື່ອອາທິດຜ່ານມາ ໂດຍລະບຸວ່າ ຫວຽດນາມເປັນຕະຫຼາດທີ່ເຕີບໂຕຢ່າງຕໍ່ເນື່ອງດ້ວຍອັດຕາການຂະຫຍາຍທາງເສດຖະກິດທີ່ຊົງຕົວ ແລະ ມີສະຖຽນລະພາບ ເຊິ່ງນະໂຍບາຍຂອງລັດຖະບານໃນການກະຈາຍຄວາມຈະເລີນອອກສູ່ຊົນນະບົດ ແລະ ການພັດທະນາເມືອງຮອງໃຫ້ມີຄວາມຈະເລີນຫຼາຍຂຶ້ນ ຜ່ານໂຄງການເຊື່ອມຕໍ່ລະບົບໂຄງສ້າງພື້ນຖານຈາກເມືອງໃຫຍ່ ລວມເຖິງນະຄອນຫຼວງຮາໂນ່ຍ ແລະ ເມືອງໂຮຈີມິນ ຈະຊ່ວຍສົ່ງເສີມໃຫ້ຫວຽດນາມກາຍເປັນຕະຫຼາດທີ່ຂັບເຄື່ອນຢ່າງມີປະສິດທິພາບ ພາຍໃນປີ 2030.

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง

ທັງນີ້ ຢູໂຣມໍນິເຕີ ປະເມີນດ້ວຍວ່າ ພາຍໃນໄລຍະເວລາດັ່ງກ່າວ ຫວຽດນາມຈະກາຍເປັນຕະຫຼາດກຸ່ມຜູ້ບໍລິໂພກຂະໜາດໃຫຍ່ ອັນດັບ 3 ຂອງອາຊີຕາເວັນອອກສຽງໃຕ້ ແລະ ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 5 ໃນພາກພື້ນ ໂດຍຈໍານວນຜູ້ບໍລິໂພກເພິ່ມເປັນ 46 ລ້ານຄົນ ແລະ ມູນຄ່າການຈັບຈ່າຍ 169 ຕື້ໂດລາ (ປະມານ 1,4 ລ້ານຕື້ກີບ) ຂະນະທີ່ຜະລິດຕະພັນມວນລວມໃນປະເທດ (GDP) ລະຫວ່າງປີນີ້ ຈົນເຖິງ ປີ 2030 ຈະເຕີບໂຕເຖິງ 91,4% ແລະ ລາຍໄດ້ສຸດທິສ່ວນບຸກຄົນຈະເພິ່ມເປັນ 9.740 ໂດລາ ຕໍ່ຄົວເຮືອນ (84,3 ລ້ານກີບ) ພາຍໃນປີ 2030 ສ່ວນຈໍານວນຄົວເຮືອນຊັ້ນກາງ ຈະເພິ່ມ 17 ລ້ານຄົວເຮືອນ ປັດຈຸບັນຫວຽດນາມມີປະຊາກອນ ປະມານ 95,5 ລ້ານຄົນ ແລະ ຈະຮັບໜ້າທີ່ເປັນປະທານໝຸນວຽນຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ປະຈໍາປີໜ້າດ້ວຍ.

ในภาพอาจจะมี หนึ่งคนขึ้นไป, รถยนต์ และสถานที่กลางแจ้ง

ເຖິງມີແນວໂນ້ມສູງໃນການເປັນປະເທດທີ່ມີເສດຖະກິດເຕິບໂຕຢ່າງວ່ອງໄວ ແຕ່ໃນຂະນະດຽວກັນຫວຽມນາມເປັນອີກໜຶ່ງປະເທດທີ່ປະສົບປັນຫາສັງຄົມຜູ້ສູງອາຍຸເຊັ່ນດຽວກັບອີກຫຼາຍປະເທດ ບໍ່ວ່າຈະເປັນຈີນ ຫຼື ຍີ່ປຸ່ນ ລາຍງານຂອງຢູໂຣມໍນິເຕີ ຄາດການວ່າ ພາຍໃນປີ 2030 12,4% ຂອງປະຊາກອນຫວຽດນາມຈະມີອາຍຸບໍ່ຕໍ່າກວ່າ 65 ປີ ໝາຍຄວາມວ່າຜູ້ບໍລິໂພກ 13 ລ້ານຄົນ ຈະຢູ່ໃນໄວຊະລາ ຢ່າງໃດກໍ່ຕາມ ຢູໂຣມໍນິເຕີ ເຊື່ອວ່າປະຊາກອນກຸ່ມນີ້ ຈະຍັງມີກໍາລັງຊື້ສູງ ຂະນະທີ່ປະຊາກອນອາຍຸ ລະຫວ່າງ 70-79 ປີ ຈະເພິ່ມຂຶ້ນຫຼາຍທີ່ສຸດ.