ຮ່ວມເຮັດກິດຈະກໍາ ຂີ່ລົດຖີບໄປປູກຕົ້ນໄມ້ວັນເສົານີ້

74

ອີກໜຶ່ງກິດຈະກໍາດີໆ ທີ່ທ່ານບໍ່ຄວນພາດ ໂດຍສະເພາະນັກປັ່ນລົດຖີບ ຫຼື ຜູ້ທີ່ມັກຖີບລົດ ຕ້ອງຮ່ວມງານນີ້ເລີຍຂີ່ລົດຖີບໄປປູກຕົ້ນໄມ້ໃນໂຄງການ ເຈົ້າຖີບລົດຕົ້ນໄມ້ຖືກປູກ “You Bike= Tree Planted” ທີ່ ສະຫະພາບ ເອີຣົບ ປະຈໍາລາວ ຈະຈັດຂຶ້ນ

ໂດຍ ຈະຈັດກິດຈະກໍາ ປູກຕົ້ນໄມ້ ຕາມຈຳນວນຄົນທີ່ເຂົ້າຮ່ວມງານ ຂີ່ລົດຖີບ ໃນທົ່ວນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຕົວເມືອງຂຽວງາມ, ມີອາກາດທີ່ບໍລິສຸດປອດໂປ່ງ ເປັນການສ້າງສິ່ງແວດລ້ອມທີ່ດີ ແລະ ຫຼຸດພາວະໂລກຮ້ອນນໍາອີກ ງານນີ້ຈະຈັດໃນຕອນເຊົ້າ ວັນທີ 15 ມິຖຸນາ 2019.

ຕາມເສັ້ນທາງນີ້ ! ທ່ານສາມາດນໍາລົດຖີບຂອງທ່ານ ພ້ອມກັບໝວກກັນກະທົບ ມາທີ່ເດີ່ນເຈົ້າອານຸວົງ (ລານຂັ້ນໄດລົງຫາດ) ຈະເລີ່ມຖີບລົດ 6:00 ໂມງເຊົ້າ ຂີ່ເປັນໄລຍະ 20 ກິໂລແມັດ ແລະ ຈະມາສິ້ນສຸດທີ່ປະຕູໄຊ.

ຈະມີເສື້ອງາມໆໃຫ້ ເລີ່ມແຈກຢາຍໃຫ້ຜູ້ເຂົ້າຮ່ວມ ຕັ້ງແຕ່ ເວລາ 5:30 ນາທີ ເປັນຕົ້ນໄປ ! ມາໄວໆກໍດີເດີ້ ເພາະເສື້ອມີຈໍານວນຈໍາກັດ.

ຈາກ: European Union in Laos