6 ເດືອນ ອັດຕະປືເກັບລາຍຮັບໄດ້ພຽງ 31%

42

ຕາມການລາຍງານຂ່າວຈາກທ້ອງຖິ່ນໃຫ້ຮູ້ວ່າ ທົ່ວແຂວງອັດຕະປືໃນ6 ເດືອນຂອງປີ 2019 ນີ້ເກັບລາຍຮັບໄດ້ທັງໝົດພຽງ 31% ຂອງແຜນການປີ ທັ້ງນີ້ກໍ່ຍ້ອນເສດຖະກິດສ່ວນໜຶ່ງຂອງແຂວງອັດຕະປືໄດ້ຮັບຜົນກະທົບຈາກໄພທຳມະຊາດໃນປີຜ່ານມາ ຂະນະດຽວກັນການຈໍລະຈອນສິນຄ້າໃນຂອດສົ່ງອອກ-ນຳເຂົ້າກໍ່ມີລັກສະນະຫຼຸດລົງ.

ຂໍ້ມູນລາຍງານຜ່ານກອງປະຊຸມສະຫຼຸບວຽກງານ 6 ເດືອນຂະວຽກງານການເງິນທີ່ຈັດຂຶ້ນໃນວັນທີ 6 ມີຖຸນາ 2019ນີ້ ແຈ້ງວ່າ: ຢູ່ແຂວງອັດຕະປື ການຈັດເກັບລາຍຮັບໃນ 6 ເດືອນຂອງປີ 2019 ຍັງບໍ່ຄ່ອຍເອື້ອຍອຳນວຍເທົ່າທີ່ຄວນ, ຍັງພົບຂໍ້ຫຍຸ້ງຍາກຫລາຍປະການເຊັ່ນ: ການນຳເຂົ້າ-ສົ່ງອອກສິນຄ້າມີລັກສະນະຫຼຸດລົງ, ສະພາບໄພພິບັດຈາກທຳມະຊາດທີ່ມີຜົນກະທົບຕໍ່ຊິວິດການເປັນຢູ່ຂອງປະຊາຊົນກໍ່ຄືຜູ້ປະກອບການທຸລະກິດ ເຮັດໃຫ້ການເກັບພາສີ, ອາກອນແລະລາຍຮັບອື່ນໆພົບບັນຫາ.

ໂດຍການຈັດເກັບລາຍຮັບເຂົ້າງົບປະມານ ສະເພາະພູດຂອງທ້ອງຖິ່ນປະຕິບັດໄດ້ 26 ຕື້ກວ່າກີບ ຫຼື ເທົ່າກັບ 31,69% ຂອງແຜນການ, ໃນນັ້ນ ຮັບຈາກຂະແໜງສ່ວຍສາອາກອນ 20 ກວ່າຕື້ກີບ ຫຼື ເທົ່າກັບ 28,66% ຂອງແຜນການ, ຮັບຈາກຂະແໜງຊັບສິນຂອງລັດ 5 ຕື້ກວ່າກີບ ຫຼືເທົ່າກັບ 51,82% ຂອງແຜນການ.

ສ່ວນດ້ານລາຍຈ່າຍປະຕິບັດໄດ້ 142 ຕື້ກວ່າກີບ ເທົ່າກັບ 39,85% ຂອງແຜນການ,ໂດຍລາຍຈ່າຍດັ່ງກ່າວ ມີ ຈ່າຍເງິນເດືອນ,ເງີນນະໂຍບາຍຊ່ວຍໜູນ,ເງີນບໍລິຫານ,ເງີນດັດສົມສົ່ງເສີມ,ເງີນຊື້ຊັບສົມບັດ,ເງີນລົງທຶນ ແລະຈ່າຍເງິນແຮອື່ນໆ .