“ວັດສີສະຫວ່າງ” ເມືອງລ້ອງແຈ້ງວັດເກົ່າແກ່ກຳລັງຈະຟື້ນຟູຄືນ

186

ຂຶ້ນຊື່ວ່າ “ລ້ອງແຈ້ງ” ຄົນສ່ວນຫຼາຍກໍ່ຮູ້ຈັກດີເພາະໂດ່ງດັງສະໄໝສົງຄາມ ແລະປະຈຸບັນກຳລັງໄດ້ຮັບການພັດທະນາຂຶ້ນມາໃໝ່ພາຍຫຼັງທີ່ປະກາດເຂດພິເສດໄຊສົມບູນໃຫ້ເປັນແຂວງໜຶ່ງຂອງປະເທດລາວ ຢູ່ເມືອງລ້ອງແຈ້ງແມ່ນວ່າຄົນຮູ້ຈັກດີ ແຕ່ມີສິ່ງໜຶ່ງທີ່ຫຼາຍຄົນຍັງບໍ່ຮູ້ນັ້ນຄື “ວັດສີສະຫວ່າງ” ທີ່ເຄີຍເປັນບ່ອນສັກກາລະບູຊາຂອງຄົນໃນເມື່ອກ່ອນ.

ວັດສີສະຫ່ວາງ ເປັນວັດທີ່ເກົ່າແກ່ວັດໜຶ່ງຂອງເມືອງລ້ອງແຈ້ງ ສ້າງຕັ້ງຂຶ້ນປະມານປີ1964 ຈາກຊ່າງສະກຸນລາວຫຼວງພະບາງ ອາດີດ ເຈົ້າຊີວິດສີສະຫວ່າງວົງ ໃນສະໄໝນັ້ນ.

ວັດດັ່ງກ່າວ ເປັນທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ເປັນທີ່ສັກກະລະບູຊານົບໄຫວ້ ແລະ ສັກສິດໜຶ່ງຂອງປະຊາຊົນໃນໄລຍະນັ້ນ.

ໃນເວລາຕໍ່ມາໄດ້ຖືກປະຮ້າງ ແລະ ຊຸດໂຊມໄປຕາມການເວລາ ມາຮອດປັດຈຸບັນດ້ວຍແຮງສັດທາຈາກປະຊາຊົນຊາວເມືອງລ້ອງແຈ້ງ ພ້ອມກັນຮີບໂຮມສັດທາເພື່ອຟື້ນຟູປະຕິສັງຂອນຄືນໃໝ່ ແລະ ຫາກທ່ານໃດມີຈິດສັດທາຢາກຮ່ວມເປັນສ່ວນໜຶ່ງໃນການບູລະນະໃຫ້ວັດສີສະຫວ່າງນໍາກັນ ທ່ານສາມາດສອບຖາມໄດ້ທີ່ ເຟສບຸກ Vannaly Kongmanivong.