ເຈລະຈາການຄ້າ ອາເມຣິກາ – ຈີນ ຫຼົ້ມ ຫຼັງ ທຣໍາ ສັ່ງຂຶ້ນພາສີຮອບໃໝ່

150

ການເຈລະຈາການຄ້າລະຫວ່າງ ອາເມຣິກາ ກັບ ຈີນ ທີ່ນະຄອນຫຼວງວໍຊິງຕັນ ເຊິ່ງເປັນຄັ້ງທີ 11 ຢຸດຕິ ໂດຍ “ໄຮ້ຂໍ້ສະຫຼຸບ” ຫຼັງຈາກອາເມຣິກາເພິ່ມກໍາແພງພາສີຂຶ້ນຫຼາຍກວ່າ 2 ເທົ່າ ຕໍ່ສິນຄ້າທີ່ນໍາເຂົ້າຈາກຈີນ ໃນມູນຄ່າ 2 ແສນລ້ານໂດລາ (ປະມານ 1,7 ລ້ານຕື້ກີບ) ແຕ່ຢືນຢັນຈະຍັງມີການຫາລືກັນຄັ້ງຕໍ່ໄປ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນສຸກ ທີ 10 ພຶດສະພາ ວ່າ ສໍານັກງານຄະນະຜູ້ແທນເຂົ້າເຈລະຈາການຄ້າຂອງອາເມຣິກາ (USTR: U.S. Trade Representative) ອອກຖະແຫຼງການວ່າ ປະທານາທິບໍດີໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຕັ້ງກໍາແພງພາສີ ແລະ ຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ “ເກືອບທຸກລາຍການທີ່ເຫຼືອ” ຄິດເປັນມູນຄ່າປະມານ 300.000 ລ້ານໂດລາສະຫະລັດ ກ່ອນຂຶ້ນພາສີ (2,6 ລ້ານຕື້ກີບ) ໂດຍຄໍາສັ່ງດັ່ງກ່າວອອກມາພາຍໃນໄລຍະເວລາຍັງບໍ່ເຖິງ 24 ຊົ່ວໂມງ ຫຼັງລັດຖະບານວໍຊິງຕັນເພິ່ມກໍາແພງພາສີມູນຄ່າສິນຄ້ານຳເຂົ້າຈາກຈີນ 200.000 ລ້ານໂດລາ (ປະມານ 1,7 ລ້ານຕື້ກີບ) ຈາກເດີມ 10% ຂຶ້ນເປັນ 25% ແລະ ມີຜົນບັງຄັບໃຊ້ຕັ້ງແຕ່ວັນສຸກ ທີ 10 ພຶດສະພາຜ່ານມາ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ในภาพอาจจะมี สถานที่กลางแจ้ง

ສໍາລັບການເຈລະຈາ ລະຫວ່າງ ຜູ້ແທນລະດັບສູງດ້ານນະໂຍບາຍການຄ້າຂອງອາເມຣິກາ ແລະ ຈີນ ທີ່ນະຄອນຫຼວງວໍຊິງຕັນ ໃນຄັ້ງນີ້ ເປັນການພົບຫາລືກັນຄັ້ງທີ 11 ແລ້ວ ແລະ ຄັ້ງນີ້ເປັນການປະຊຸມທີ່ນະຄອນຫຼວງວໍຊິງຕັນ ເຊິງຢຸດຕິໂດຍບໍ່ມີຂໍ້ສະຫຼຸບຕາມຄວາມຄາດໝາຍຂອງທຸກຝ່າຍ ເນື່ອງຈາກການເຈລະຈາເກີດຂຶ້ນໃນໄລຍະດຽວກັນກັບທີ່ ທຣໍາ ໄດ້ມີຄຳສັ່ງຂຶ້ນພາສີຕໍ່ສິນຄ້າຂອງຈີນ ທາງດ້ານກະຊວງການຕ່າງປະເທດ ໃນນະຄອນຫຼວງປັກກິ່ງ ໄດ້ອອກຖະແຫຼງການພຽງວ່າ ມີ “ມາດຕະການຕອບໂຕ້ຢ່າງເໝາະສົມ ໃນລະດັບດຽວກັນ” ສ່ວນລາຍງານຂອງສໍານັກຂ່າວຊິນຫົວລະບຸ” ມີ 3 ປະເດັນສໍາຄັນ” ທີ່ສົ່ງຜົນໃຫ້ທັງສອງຝ່າຍຍັງບໍ່ສາມາດຕົກລົງກັນໄດ້ ຄື ການທີ່ທັງຈີນ ແລະ ອາເມຣິກາ ຕ້ອງຍົກເລີກມາດຕະການ “ກໍາແພງພາສີຊຸດໃໝ່ທັງໝົດ” ໂດຍສະເພາະຝ່າຍອາເມຣິກາເຊິ່ງຕ້ອງການໃຫ້ຈີນຍົກເລີກການຂຶ້ນພາສີຕອບໂຕ້ຕໍ່ສິນຄ້າດ້ານກະເສດ ແລະ ສິນຄ້າອຸດສາຫະກໍາຫຼາຍລາຍການ,  ການເລືອກຊື້ສິນຄ້າຂອງແຕ່ລະຝ່າຍ ແລະ ເນື້ອໃນຂອງຖະແຫຼງການສະບັບສຸດທ້າຍ ທີ່ທັງສອງປະເທດຕ້ອງການໃຫ້ມີຄື “ຄວາມສົມດຸນກັນ”.

ในภาพอาจจะมี 3 คน, คนที่ยิ้ม, ชุดสูท

ຢ່າງໃດກໍ່ຕາມ ອາເມຣິກາ ແລະ ຈີນ ເຫັນດີຮ່ວມກັນໃນຫຼັກການໃຫ້ມີການເຈລະຈາຄັ້ງຕໍ່ໄປ ທີ່ນະຄອນຫຼວງປັກກິ່ງ ຂະນະທີ່ ທຣໍາ ທະວິດຂໍ້ຄວາມກ່ຽວກັບການພົບຫາລືທີ່ນະຄອນຫຼວງວໍຊິງຕັນລະຫວ່າງ ທ່ານຫຼິວ ເຮີ່ ຮອງນາຍົກລັດຖະມົນຕີຈີນ ແລະ ທີ່ປຶກສາດ້ານນະໂຍບາຍເສດຖະກິດ ຂອງປະທານປະເທດສີ ຈິ້ນຜິງ ກັບຄະນະຜູ້ແທນຂອງອາເມຣິການໍາໂດຍ ທ່ານໂຣເບີດ ໄລທິເຊີ ຜູ້ອໍານວຍການຂອງຢູເອັສທີອາ ແລະ ທ່ານສະຕີຟ ມະນູຊິນ ລັດຖະມົນຕີວ່າການກະຊວງການເງິນອາເມຣິກາ  ວ່າ “ເປັນໄປຢ່າງສ້າງສັນ” ແລະ “ບໍ່ຮີບຮ້ອນ”.