ພາກລັດ – ທຸລະກິດກຽມພັດທະນາສິນຄ້າຫັດຖະກຳ ເຂົ້າໃນວຽກງານການທ່ອງທ່ຽວ

155

ພາກລັດ ແລະ ພາກທຸລະກິດສຸມໃສ່ຫາແນວທາງໃນການສົ່ງເສີມດ້ານຫັດຖະກຳ ຄຽງຄູ່ກັບການທ່ອງທ່ຽວໂດຍການເຊື່ອມໂຍງສອງຂະແໜງການເຂົ້າກັນ. ທັງນີ້, ກໍເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ.

ສະມາຄົມຫັດຖະກຳລາວ ( ສຫລ ) ຮ່ວມກັບ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ADB ຮ່ວມຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບການເຊື່ອມໂຍງວຽກງານຫັດຖະກຳ ແລະ ການທ່ອງທ່ຽວແບບຍືນຍົງຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ, ທ່ານ ນາງ ສຸວິຕາ ປະເສີດ ຮອງປະທານສະມາຄົມຫັດຖະກຳລາວ, ທ່ານ ທະວີເພັດ ອຸລາ ຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ, ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ພ້ອມດ້ວຍຕາງໜ້າຈາກພະແນກ ຖວທ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທີ່ໂຮງແຮມ ຄຣາວ ພລາຊາ ໃນວັນທີ 7 ພຶດສະພາ 2019.

ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກໍາລາວ ກ່າວວ່າ: ກອງປະຊຸມເວທີປຶກສາຫາລືການເຊື່ອມໂຍງວຽກງານຫັດຖະກຳ ແລະ ທ່ອງທ່ຽວ ແມ່ນສືບເນື່ອງມາຈາກການຮ່ວມມືລະຫວ່າງສະມາຄົມຫັດຖະກຳລາວ ແລະ ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃນງານມະຫະກຳສີມືຫັດຖະກຳລາວ ໃນປີ 2018 ໃນງານທາງກົມພັດທະນາການທ່ອງທ່ຽວ ໄດ້ເອົາຊຸດຜ້າໄໝ, ຜ້າຝ້າຍທີ່ເປັນທ່າແຮງທາງດ້ານເສດຖະກິດກໍຄືເປັນເອກະລັກຂອງ 17 ແຂວງ ແຕ່ເໜືອຮອດໃຕ້ຂອງລາວມາວາງສະແດງໃນງານ ເຊິ່ງເຮັດໃຫ້ງານມີສີສັນ ແລະ ໜ້າສົນໃຈຂຶ້ນ. ສະນັ້ນ, ກອງປະຊຸມໃນມື້ນີ້ພວກເຮົາຈຶ່ງໄດ້ເຊີນເອົາບັນດາຜູ້ຕາງໜ້າຈາກພະແນກ ຖວທ ຈາກ 17 ແຂວງໃນທົ່ວປະເທດ, ຜູ້ທີ່ມີບົດບາດສຳຄັນໃນການວາງແຜນຍຸດທະສາດ ແລະ ຊີ້ນຳການພັດທະນາວຽກງານທ່ອງທ່ຽວຫັດຖະກຳໃນທ້ອງຖິ່ນຂອງຕົນມາພົບປະກັບຊາວຊ່າງຫັດຖະກຳຜູ້ທີ່ເຮັດການຜະລິດຕົວຈິງ ເພື່ອພ້ອມກັນເຮັດວຽກບ້ານວ່າພວກເຮົາຈະຮ່ວມມືກັນແນວໃດ? ພວກເຮົາຈະນຳໃຊ້ທ່າແຮງດ້ານຫັດຖະກຳທີ່ເປັນເອກະລັກຂອງທ້ອງຖິ່ນແນວໃດ? ເພື່ອເຊື່ອມໂຍງກັບການທ່ອງທ່ຽວ, ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຈະມີຫຍັງໃຫ້ເຂົາໄດ້ຊົມໄດ້ເບິ່ງ, ໄດ້ລອງເຮັດດ້ວຍຕົນເອງ ເພື່ອປະສົບການໃນຊີວິດ. ຈາກນັ້ນ, ກໍຊື້ເຄື່ອງຫັດຖະກຳຕິດໄມ້ຕິດມືເມືອບ້ານແລ້ວມີການບອກຕໍ່ ເພື່ອເປັນການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວໃນລາວໃຫ້ຫຼາຍຂຶ້ນ ອັນເປັນການຊ່ວຍສ້າງລາຍຮັບໃຫ້ແກ່ຊຸມຊົນໃນທ້ອງຖິ່ນໃຫ້ຫຼາຍຂຶ້ນສ້າງເງື່ອນໄຂທີ່ດີໃຫ້ແກ່ການພັດທະນາ.

ທ່ານ ອິນທະລົງເດດ ສິດທິມໍລະດາ  ຜູ້ຊ່ວຍຜູ້ອຳນວຍການ ບໍລິສັດ ທົ່ງລະຫາສິນ ຕາງໜ້າຜູ້ປະກອບການ ກ່າວວ່າ: ບໍລິສັດພວກເຮົາເປັນບໍລິສັດທີ່ສົ່ງອອກຜ້າຝ້າຍ ແລະ ຜະລິດຕະພັນຕໍ່າແຜ່ນແພຢູ່ແຂວງສະຫວັນນະເຂດ ສົ່ງອອກຈຳໜ່າຍຢູ່ຕ່າງປະເທດ ເຊິ່ງການເຂົ້າຮ່ວມງານໃນຄັ້ງນີ້ແມ່ນເປັນຄັ້ງທຳອິດໃນການເຂົ້າມາສຶກສາ ເພື່ອທີ່ຈະເປັນຊ່ອງທາງໃນການຂະຫຍາຍທຸລະກິດ ເພາະວ່າຫາກມີການນຳເອົາການທ່ອງທ່ຽວມາເຊື່ອມໂຍງກັບວຽກງານຫັດຖະກຳໄດ້ກໍເປັນການດີ ເພາະຈະເປັນການຊ່ວຍຂະຫຍາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້, ອີກທັງຍັງເປັນການຊ່ວຍເຮັດໃຫ້ຜູ້ປະກອບການທັງປະເພດໃນບັນດາແຂວງໄດ້ມີສິນຄ້າເປັນຂອງຕົນເອງເພື່ອວາງຈຳໜ່າຍ ຫຼື ອາດຈະສາມາດສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດໄດ້.

[ ຂ່າວ: ຄຳນ້ອຍ ]