ໃຜມັກໂລຕີ ລອງເຮັດໄວ້ກິນເອງໄດ້ງ່າຍໆເລີຍ

186

ຍັງຢູ່ກັບແນວກິນ ເອົາໃຈຄົນທີ່ມັກກິນໂດຍສະເພາະ ເຊິ່ງມື້ນີ້ແອັດມິນນໍາເອົາສູດ ການເຮັດໂລຕີແບບງ່າຍໆ ຈາກ inwlike9.com ມາໃຫ້ທ່ານຜູ້ອ່ານໄດ້ລອງເຮັດເອງເບິ່ງ ບອກໄດ້ເລີຍວ່າສູດນີ້ເຮົາເຮັດເທື່ອດຽວສາມາດເກັບແປ້ງໂລຕີໄວ້ຕູ້ເຢັນໄດ້ ຢາກກິນຍາມໃດ ຈັບມາຈືນກິນໄດ້ເລີຍ ໄປຮູ້ຈັກວິທີເຮັດໄດ້ເລີຍ.

ທໍາອິດ ກຽມສ່ວນປະສົມໃນການປຸງແຕ່ງ ມີ: ແປ້ງເຮັດຂະໜົມ ຫຼື ແປ້ງອະເນກປະສົງ 1 ຖົງເຄິ່ງ (600 ກຣາມ), ເນີຍລະລາຍ (15 ກຣາມ), ໄຂ່ໄກ່ 1 ໜ່ວຍ, ນ້ໍາສະອາດ (270 ມິນລິລິດ), ນົມຂຸ້ນຫວານ 1 ປຸກ, ເກືອ 1 ບ່ວງ, ນໍ້າມັນພືດ ຫລື ເນີຍລະລາຍ (ສໍາລັບຊຸບແປ້ງ), ນົມຂຸ້ນຫວານ ຫລື ຊັອກໂກແລດ ໄວ້ໂຮຍໜ້າ.

ວິທີເຮັດແປ້ງໂລຕີ: ທໍາອິດຜະສົມເນີຍກັບໄຂ່ໄກ່, ນົມຂຸ້ນຫວານ ແລະ ເກືອ ຄົນໃຫ້ເຂົ້າກັນ ແລ້ວເອົາແປ້ງເຮັດເຂົ້ານົມ ເທໃສ່ຊາມ ຫຼື ຖ້ວຍ ຂຸດທາງກາງ ແລ້ວຄ່ອຍໆເທເນີຍທີ່ປະສົມລົງໄປ ຫຼັງຈາກນັ້ນຕີສ່ວນຜະສົມໃຫ້ເຂົ້າກັນໄວໆຈົນໃຫ້ສ່ວນປະສົມທຸກຢ່າງເຂົ້າກັນດີໆ ປະມານ 15-20 ນາທີ (ເຮົາສາມາດໃຊ້ມືເຮົານວດໄດ້).

ຈາກນັ້ນ ແບ່ງແປ້ງເປັນກ້ອນໆ ທາດ້ວຍນ້ໍາມັນ ຫລື ເນີຍ ແລ້ວເກັບໃສ່ກ່ອງປິດຝາແຊ່ຕູ້ເຢັນໄວ້ຂ້າມຄືນ.

ເມື່ອແຊ່ແປ້ງໂລຕີໄວ້ຂ້າມຄືນແລ້ວ ເຮົາກໍນໍາແປ້ງອອກຈາກຕູ້ເຢັນ ໃຫ້ເຊົາເຢັນ ບີບໃຫ້ກ້ອນໂລຕີອອກໃຫ້ເປັນແຜນບາງໆ ແລ້ວກຽມໝໍ້ຂຶ້ນຕັ້ງໄຟໃສ່ນ້ໍາມັນໜ້ອຍໜຶ່ງ ໄຟພໍດີ ແລ້ວເອົາແຜ່ນແປ້ງລົງຈືນໄດ້ເລີຍ ແລ້ວພັບແຜ່ນແປ້ງເປັນ 4 ດ້ານ ຈືນຈົນສຸກ ຫຼັງຈາກສຸກແລ້ວກໍນໍາອອກມາ ຈະໂຮຍນົມຂຸ້ນ ຫຼື ຊ໋ອກໂກແລັດຕາມໃຈມັກ ແລ້ວກໍຮັບປະທານໄດ້ເລີຍ.

ບໍ່ຍາກເລີຍແມ່ນບໍ່ ລອງເອົາສູດນີ້ໄປເຮັດແປ້ງໂລຕີໄວ້ຈືນກິນໄດ້ເລີຍເດີ້.