ທີມບານເຕະຄົນພິການຕາລາວ ເສຍໃຫ້ ໄທ ຕ້ອງຊີງພຽງຫຼຽນທອງກັບ ເຈົ້າພາບ ອາຊຽນພາຣາເກມ

56

ທີມບານເຕະຄົນພິການຕາ ທີມຊາດລາວ ເຮັດດີທີ່ສຸດແລ້ວແຕ່ບໍ່ສາມາດຕ້ານທານຄວາມແຂ່ງແກ່ນຂອງ ທີມຊາດໄທ ກ່ອນເສຍໄປ 0-3 ໃນການແຂ່ງຂັນເຕະບານຄົນພິການຕາອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ 2023 ນັດສຸດທ້າຍຮອບແບ່ງກຸ່ມ ເມື່ອຕອນແລງມື້ນີ້ 6 ມິຖຸນາ ທີ່ສະໜາມກີລາ ມໍລະດົກ ເຕໂຊ ນະຄອນຫຼວງ ພະນົມເປັນ ປະເທດກໍາປູເຈຍ ເຮັດໃຫ້ຕ້ອງໄປຊີງຫຼຽນທອງກັບ ເຈົ້າພາບ.

ນັດດັ່ງກ່າວ ທັບນັກກີລາບານເຕະຄົນພິການຕາທີມຊາດລາວ ເສຍໃຫ້ ທັບນັກກີລາບານເຕະຄົນພິການຕາທີມຊາດໄທ 0-3 ປະຕູ ລວມ 3 ນັດ ລາວ ຊະນະ 1 ນັດ ແລະ ເສຍ 2 ນັດ ໄດ້ໄປຊີງພຽງຫຼຽນທອງ ກັບ ກຳປູເຈຍ ທີ່ລົງສະໜາມ 3 ນັດ ເສຍ 3 ນັດ, ສ່ວນໄທ ໄດ້ໄປຊີງຫຼຽນຄຳ ກັບ ມາເລເຊຍ ການແຂ່ງຂັນຈະສືບຕໍ່ຈັດຂຶ້່ນໃນວັນທີ 8 ມິຖຸນາ 2023 ເຊິ່ງທີມຊາດລາວ ເຄີຍຊະນະ ກໍາປູເຈຍ 3-0 ມາແລ້ວໃນຮອບແບ່ງກຸ່ມ

ສໍາລັບ ການແຂ່ງຂັນເຕະບານຄົນພິການຕາ ໃນງານມະຫະກຳກີລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ແຂ່ງຂັນຕັ້ງລະ 15 ນາທີ ລວມສອງຕັ້ງ 30 ນາທີ ມີ 4 ຊາດ ເຂົ້າຮ່ວມ ປະກອບມີ ສປປ ລາວ, ໄທ, ມາເລເຊຍ ແລະ ເຈົ້າພາບ ກຳປູເຈຍ ທັງ 4 ຊາດດັ່ງກ່າວ ຈັດເປັນກຸ່ມດຽວ ແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ໄປຊີງຫຼຽນຄຳ ແລະ ທີ 3 ໄປຊີງຫຼຽນທອງ.
ຂ່າວ: Larh Creators; ຮູບຈາກ: ສົງການ ພັນແພງດີ